ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ​ຈະ​ເປີດ ບ່ອນ​ຂ້າມ​ຊາຍ​ແດນ​ໃໝ່ ​ໃຫ້ຊາວຊິກ ຈາກ​ອິນ​ເດຍ ​ໄປ​ຫາວັດ​ສັກສິດ ​ຂອງ​ເຂົາ​ເຈົ້າໄດ້


ກຳ​ມະ​ກອນ​ຄົນ​ນຶ່ງ ຢູ່​ຕໍ່​ໜ້າ​ທາດ​ສັກ​ສິດຂອງພະ​ອາ​ຈານນາ​ນາກ ຢູ່​ໃນ​ວັດເກີດ​ວາ​ຣາ ດາ​ບາ ຊາ​ຮິບ ຄາ​ຕາ​ເພີ ເອົາ​ປຸມ​ເປົ້າ​ໃຫຍ່ທີ່​ຂຽນ​ວ່າ ຍິນ​ດີ​ຕ້ອນ​ຮັບ ​ປັກ​ໄວ້ເພື່ອ​ກຽມ​ງານ​ເປີດ​ບ່ອນ​ຂ້າມ​ຊາຍ​ແດນ​ໃໝ່ຢູ່​ເມືອງ Kartarpur ໃກ້​ກັບ​ຊາຍ​ແດນ​ທີ່​ຕິດ​ກັບ​ອິນ​ເດຍ, ​ວັນ​ທີ 6 ພະ​ຈິກ, 2019
ກຳ​ມະ​ກອນ​ຄົນ​ນຶ່ງ ຢູ່​ຕໍ່​ໜ້າ​ທາດ​ສັກ​ສິດຂອງພະ​ອາ​ຈານນາ​ນາກ ຢູ່​ໃນ​ວັດເກີດ​ວາ​ຣາ ດາ​ບາ ຊາ​ຮິບ ຄາ​ຕາ​ເພີ ເອົາ​ປຸມ​ເປົ້າ​ໃຫຍ່ທີ່​ຂຽນ​ວ່າ ຍິນ​ດີ​ຕ້ອນ​ຮັບ ​ປັກ​ໄວ້ເພື່ອ​ກຽມ​ງານ​ເປີດ​ບ່ອນ​ຂ້າມ​ຊາຍ​ແດນ​ໃໝ່ຢູ່​ເມືອງ Kartarpur ໃກ້​ກັບ​ຊາຍ​ແດນ​ທີ່​ຕິດ​ກັບ​ອິນ​ເດຍ, ​ວັນ​ທີ 6 ພະ​ຈິກ, 2019

ປາ​ກິ​ສ​ຖານ​ມີ​ກຳ​ນົດ​ທີ່​ຈະ​ເປີດບ່ອນ​ຂ້າມ​ຊາຍ​ແດນ ​ທີ່​ຈັດ​ໄວ້ສະ​ເພາະ​ແຫ່ງ​ໃໝ່​ ກັບ​ອິນ​ເດຍ​ທີ່​ເປັນ​ປະ​ເທດປໍ​ລະ​ປັກ​ກັນ​ນັ້ນ ໃນ​ວັນ​ເສົາມື້​ອື່ນນີ້ ໂດຍ​ໃຫ້ພວກ​ສະ​ແຫວງ​ບຸນ​ຊາວຊິກຈາກ​ອິນ​ເດຍສາ​ມາດເຂົ້າ​ໄປ​ຫາສະ​ຖານ​ທີ່​ສັກສິດ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ຢູ່​ໃນ​ປາ​ກິ​ສ​ຖານໂດຍບໍ່​ຕ້ອງໃຊ້​ວີ​ຊາ​ໄດ້​ຕະ​ຫລອດ​ປີ.

ວັດ​ ຫລື ເກີດ​ວາ​ຣາ (gurdwara) ຢູ່​ໃນ​ເມືອງຄາ​ຕາ​ເພີ (Kartarpur) ຢູ່​ໃນ​ແຂວງ​ປັນ​ຈາບ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ແມ່ນ​ຕັ້ງ​ຢູ່​ຫ່າງ​ຈາກ​ຊາຍ​ແດນ​ທີ່​ຕິດ​ກັບ​ອິນ​ເດຍ 4 ກິ​ໂລ​ແມັດ. ມີ​ຄວາມ​ເຊື່ອ​ກັນ​ວ່າມັນ​ຖືກ​ສ້າງ​ຂຶ້ນຢູ່​ໃນ​ບ່ອນ​ທີ່ພະ​ອາ​ຈານນາ​ນາກ (Nanak), ຜູ້​ສ້າງ​ຕັ້ງສາດ​ສະ​ໜາ​ຊິກ​ ເສຍ​ຊີ​ວິດ​ຢູ່​ຫັ້ນ​ໃນ​ສັດ​ຕະ​ວັດ​ທີ 16.

ອິ​ເດຍ ແລະ​ປາ​ກິ​ສ​ຖານໄດ້​ເຊັນ​ຂໍ້​ຕົກ​ລົງ​ນຳ​ກັນ​ໃນ​ເດືອນ​ແລ້ວນີ້ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ພວກ​ທີ່​ເຫຼື້ອມ​ໃສ​ໃນ​ສາ​ສະ​ໜາ​ຊາວ​ອິນ​ເດຍທີ່​ມີ​ຄວາມ​ຕັ້ງ​ໃຈໄປ​ຫາ​ວັດ​ສັກ​ສິດ​ທີ່​ຊື່​ວ່າເກີດ​ວາ​ຣາ ດາ​ບາ ຊາ​ຮິບ ຄາ​ຕາ​ເພີ (Gurdwara Darbar Sahib Kartarpur) ແຫ່ງນັ້ນ​ໄດ້.

ມີ​ຜູ້​ສະ​ແຫວງ​ບຸນ​ຊາວ​ຊິກ​ຫລາຍ​ເຖິງ 5,000 ຄົນ​ທີ່​ເດີນ​ທາງ​ຈາກ​ອິນ​ເດຍໃນ​ແຕ່​ລະ​ວັນຈະ​ສາ​ມາດ​ໄປ​ເບິ່ງ​ ໄປ​ຊົມ​ວັດ​ແຫ່ງນັ້ນ​ໄດ້ ຊຶ່ງ​ຈະ​ໄປ​ໃນ​ຕອນ​ເຊົ້າ ແລະ​ກັບ​ຄືນ​ໃນ​ຕອນ​ແລງ.

ການ​ຮ່ວມ​ມື​ກັນ​ທີ່​ບໍ່​ຄ່ອຍ​ມີລະ​ຫວ່າງປະ​ເທດ​ທີ່​ເປັນຄູ່​ປໍ​ລະ​ປັກ​ກັນ​ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ ມີ​ຂຶ້ນ​ທ້າມ​ກາງການ​ເຊື່ອມ​ລົງ​ຢ່າງ​ໜັກຂອງ​ສາຍ​ພົວ​ພັນ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ຢູ່​ແລ້ວ ຊຶ່ງ​ເກີດ​ມາ​ຈາກ​ການ​ກະ​ທຳ​ຂອງ​ອິນ​ເດຍ​ເມື່ອມໍ່ໆ​ມານີ້ ຢູ່​ໃນ​ແຄວ້ນ​ແຄ​ສ​ເມັຍທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ຈະ​ເດີນ​ທາງ​ໄປ​ຫາ​ເມືອງ​ທີ່​ຢູ່ຊາຍ​ແດນແຫ່ງ​ນັ້ນ ເພື່ອ​ຮ່ວມພິ​ທີເປີດບ່ອນ​ຂ້າມ​ຊາຍ​ແດນ​ຢ່າງ​ເປັນ​ທາງ​ການ ແລະ​ຂັ້ນ​ໃດ ​ທີ່ ຫາກໍ່​ສ້າງ​ຂຶ້ນໃໝ່ ໃຫ້​ເປັນຄື​ກຳ​ແພງ ແລະ​ເນັ່ງ​ໄປ​ຫາ​ວັດ​ ນັ້ນໂດຍ​ກົງ​.

ພິ​ທີເປີດໃຫ້​ຂ້າມ​ຊາຍ​ແດນ​ດັ່ງ​ກ່າວທີ່​ຈະຈັດຂຶ້ນ​ໃນ​ວັນ​ເສົາ​ມື້​ອື່ນນີ້ ແມ່ນ​ຈະ​ກົງ​ກັນ​ກັບ​ວັນ​ຄ້າຍ​ວັນ​ເກີດ, ວັນ​ທີ 2 ພະ​ຈິກ, ​ຂອງພະ​ອາ​ຈານນາ​ນາກ (Nanak) ຄົບ​ຮອບ 550 ປີ. ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ, ແລະ​ບັນ​ດາ​ນັກ​ການ​ທູດ​ຕ່າງ​ປະ​ເທດທີ່​ປະ​ຈຳ​ຢູ່​ປາ​ກິ​ສ​ຖານ ຈະ​ຮ່ວມ​ກັບຄົນອື່ນໆ ທີ່​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ຄະ​ນະ​ຜູ້​ແທນ​ທີ່​ສຳ​ຄັນ​ຂອງ​ອິນ​ເດຍ ປະ​ມານ 600 ຄົນ ລວມ​ມີອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີຫລາຍ​ຄົນ ຈະ​ເດີນ​ທາງ​ໄປ​ຮ່ວມງານ​ດັ່ງ​ກ່າວ ຢູ່​ໃນ​ປາ​ກິ​ສ​ຖານ, ອີງ​ຕາມ​ຄຳ​ເວົ້າ​ຂອງທ່ານ ຣາ​ວີສ໌ ຄູ​ມາ (Raveesh Kumar), ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ອິນ​ເດຍ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໃນ​ນະ​ຄອນ ນິວ​ເດ​ລີ ໃນ​ວັນ​ພະ​ຫັດ​ວານນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ທີ່​ກ່ຽວ​ຂ້ອງ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG