ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ອິນເດຍ ແລະປາກິສຖານ ເປີດການເຈລະຈາກັນ ຮອບໃໝ່


ລັດຖະມົນຕີຕ່າງປະເທດອິນເດຍ ທ່ານ Subrahmanyan Jaishankar (ຊ້າຍ) ແລະຄູ່ຕຳແໜ່ງ ຝ່າຍປາກິສຖານ ທ່ານ Aizaz Chaudhry.

ລັດຖະມົນຕີ​ຕ່າງປະ​ເທດ ອິນ​ເດຍ ໄດ້ພົບປະກັບ ຄູ່ຕຳແໜ່ງ
ຂອງທ່ານ ໃນວັນອັງຄານມື້ນີ້ ທີ່ນະຄອນຫລວງອິສລາມາບັດ ຊຶ່ງເປັນການເຈລະຈາລະດັບສູງຄັ້ງທຳອິດ ລະຫວ່າງສອງປະ
ເທດເພື່ອນບ້ານທີ່ເປັນຄູ່ປໍລະປັກນັບຕັ້ງແຕ່ຄວາມສຳພັນໄດ້
ແຕກຫັກລົງໃນທ້າຍປີແລ້ວນີ້.

ກ້ອງຖ່າຍ​ຮູບໄດ້​ບັນທຶກພາບທີ່ຫົວຍິ້ມ ຂອງລັດຖະມົນຕີ​ຕ່າງ
ປະ​ເທດ​ອິນ​ເດຍ ທ່ານ Subrahmanya Jaishankar ​ແລະ
ລັດຖະມົນຕີ​ຕ່າງປະ​ເທດປາ​ກິ​ສຖານທ່ານ Aizaz Chaudhry
​ໃນ​ຂະນະ​ທີ່​ສຳ​ພັດ​ມື​ແລະ​ໂອ້​ລົມກັນ​ກັບ​ບັນດາ​ຜູ້ຕາງໜ້າ​ຈາກ​
ແຕ່ລະ​ປະ​ເທດ.

ທ່ານ Jaishankar ຍັງ​ຄາດ​ວ່າ​ ຈະ​ພົບ​ກັບ ທ່ານ Sartaj Aziz ທີ່​ປຶກສາ ກິດຈະການ​ຕ່າງ
ປະ​ເທດແລະ​ຄວາມ​ປອດ​ໄພແຫ່ງຊາດຂອງນາຍົກລັດຖະມົນຕີປາກິສຖານທ່ານ Nawaz
Sharif.

INDIA PAKISTAN VO
please wait
Embed

No media source currently available

0:00 0:01:11 0:00

ອິນ​ເດຍ ​ແລະ​ປາ​ກິ​ສຖານ ມີ​ກຳນົດ​ເປີດການເຈ​ລະ​ຈາ​ກັນ​ໃນ​ເດືອນ​ສິງຫາ​ປີ​ກາຍ​ນີ້ ​ແຕ່
​ອິນ​ເດຍ​ ໄດ້​ຍົກເລີກການ​ປະຊຸມດັ່ງກ່າວ ​ໂດຍອ້າງເຫດຜົນເຖິງການ​ພົບປະ ​ລະຫວ່າງ
​ເອກ​ອັກຄະ​ລັດຖະທູ​ດປາ​ກິ​ສຖານປະຈຳ​ນະຄອນ​ນິວ​ເດ​ລີ ​ແລະ​ພວກ​ແບ່ງ​ແຍກ​ດິນ​ແດນ
ໃນແຄວ້ນ​ແຄັ​ສ​ເມຍ.

ຄວາ​ມ​ເຄັ່ງ​ຕືງ​ໄດ້​ເພີ້ມການ​ປະ​ທະ​ກັນ​ຫລາຍ​ຄັ້ງ ລະຫວ່າງ​ພວກ​ທະຫານ​ຂອງ​ສອງ​ປະ​ເທດ
​ຢູ່ໃນ​ແຄວ້ນ​ແຄ​ສ​ເມຍ ອັນ​ເປັນ​ຂົງ​ເຂດ​ທີ່​ເກີດ​ສົງຄາມ​ສອງ​ຄັ້ງ ລະຫວ່າງ ອິນ​ເດຍ ​ແລະ​
ປາ​ກິ​ສຖານ.

ວີດີໂອ ກ່ຽວກັບຂ່າວນີ້:

Indian Foreign Secretary Visits Pakistan After Months of Tension
please wait

No media source currently available

0:00 0:01:42 0:00

XS
SM
MD
LG