ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງທັບອິນເດຍ ກ່າວວ່າ ທະຫານຂອງຕົນ ສີ່ຄົນ ໄດ້ເສຍຊີວິດ ຢູ່ໃນເຂດຜິດຖຽງກັນແຫ່ງອື່ນໃນວັນເສົາຜ່ານມາ.


ພວກທະຫານອິນເດຍ ພາກັນລາດຕະເວນຢູ່ໃກ້ກັບເຂດທີ່​ຮ້ອງ
ວ່າ ​ເສັ້ນ​ຄວບ​ຄຸ​ມ​ແບ່ງ​ແຍກສອງ​ຝ່າຍ (LOC) ຊຶ່ງເປັນ​ຂົງ​ເຂດ​ທີ່​ໂຕ້​ແຍ້ງ​ກັນ ລະຫວ່າງອິນເດຍ ກັບປາກິສຖານ.
ພວກທະຫານອິນເດຍ ພາກັນລາດຕະເວນຢູ່ໃກ້ກັບເຂດທີ່​ຮ້ອງ ວ່າ ​ເສັ້ນ​ຄວບ​ຄຸ​ມ​ແບ່ງ​ແຍກສອງ​ຝ່າຍ (LOC) ຊຶ່ງເປັນ​ຂົງ​ເຂດ​ທີ່​ໂຕ້​ແຍ້ງ​ກັນ ລະຫວ່າງອິນເດຍ ກັບປາກິສຖານ.

ທະຫານ​ປາ​ກິ​ສຖານ​ສາມ​ຄົນ​ໄດ້​ເສຍຊີ​ວິດ ​ໃນການ​ຍິງ​ປືນໃຫຽ່ຖະຫລົ່ມມາຈາກ​ອິນ
​ເດຍ​ໃນ​ວັນ​ຈັນ​ວານ​ນີ້ທີ່​ຂົ​ງເຂດ​ແ​ຄ​ສ​ເມຍ ທີ່​ມີ​ການ​ຜິດຖຽງກັນນັ້ນ.

ກອງທັບ​ປ​າກິ​ສຖານ​ກ່າວໃ​ນວັນ​ອັງຄານ​ມື້​ນີ້​ວ່າ “ມີ​ການ​ຝ່າຝືນການຢຸດ​ຍິງ​ທີ່​ບໍ່​ໄດ້​ມີການເກາະຜິດ” ​ທີ່ນຳໄປ​ສູ່​ການຍິງໃສ່​ກັນ. ເຖິງ​ຢ່າງ​ໃດ​ກໍ​ດີ ​ອິນ​ເດຍ ​ ກໍອ້າງ​ວ່າ​ ກຳ
ລັງ​ຂອງ​ຕົນ​ໄດ້​ຍິງ​ໃສ່​ປ້ອມ​ຍາມ ຫລັງ​ຈາກ​ທະ​ການ​ຂອງ​ຕົນ​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ຝ່າຍ
​ປາ​ກິ​ສຖານ.

ບໍ່​ມີທະຫານ​ອິນ​ເດຍຄົນໃດ​ເສ​ຍຊີວິດ​ໃນ​ເຫດການ​ມື້ວານ​ນີ້ ​ແຕ່​ວ່າ​ໃນ​ວັນ​ເສົາ​ທີ່​ຜ່ານ​
ມາ ທະຫານ​ອິນ​ເດຍສີ່ຄົນ​ໄດ້​ເສຍ​ຊີວິດ​ຍ້ອນການ​ຍິງ​ຂອງ​ປະກິ​ສຖານ ຢູ່​ເຂດ​ອື່ນ​ຢູ່
​ຕາມອັນ​ທີ່​ຮ້ອງ​ວ່າ ​ເສັ້ນ​ຄວບ​ຄຸ​ມ​ແບ່ງ​ແຍກສອງ​ຝ່າຍ ຢູ່​ໃນ​ຂົງ​ເຂດ​ທີ່​ໂຕ້​ແຍ້ງ​ກັນ.

ເຈົ້າ​ໜ້າ​ທີ່ຕຳ​ຫລວດ​ກ່າວ​ໃນວັນ​ອັງຄາ​ນມື້​ນີ້​ວ່າ ໃນ​ວັນ​ຈັນ​ເຊັ່ນ​ກັນ ກຳລັງຂອງ​ອິນ​ເດຍ
​ໄດ້​ສັງຫານ​ຜູ້ນຳ​ທະຫານ​ບ້ານ​ຄົນ​ນຶ່ງ ​ໃກ້​ກັບເມືອງສຣີນາ​ກາ​ຂອງແຄ​ສ​ເມຍ. ທ່ານນໍຣ
​ໂມ​ຫາ​ໝາດ ທັນ​ເທຣ ຜູ້ນຳ​ຂອງ​ກຸ່ມ​ໃຈ ອີ ​ໂມ​ຫາ​ໝາດ ​ໄດ້​ເສຍ​ຊີວິດ​ຫລັງ​ຈາກ​ການ​ສູ້
ລົບກັນ​ໃນຕອນ​ຂ້າມ​ຄືນ​ກັບ ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຢູ່​ເຮືອນ​ຫລັງ​ນຶ່ງ​ນອກຊານ​ເມືອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Pakistan India
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG