ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຳ້ຖ້ວມ ເຮັດໃຫ້ ມີຜູ້ເສຍຊີວິດ ຫຼາຍສິບຄົນ ໃນອິນເດຍ ແລະ ປາກິສຖານ (ສະໄລດ໌/ວີດີໂອ)


ຊາວບ້ານ ໃນແຄວ້ນແຄັສເມຍ ພາກັນຢ່າງລຸຍນຳ້ ຢູ່ທີ່ເມືອງ Srinaga.
ຊາວບ້ານ ໃນແຄວ້ນແຄັສເມຍ ພາກັນຢ່າງລຸຍນຳ້ ຢູ່ທີ່ເມືອງ Srinaga.

ຝົນຕົກ​ໜັກ​ ໃນລະດູມໍຣະສຸມ ​ແລະໄພນ້ຳຖ້ວມ​ທີ່​ຮ້າຍ​ແຮງ​
ໃນຮອບຫຼາຍໆທົດ​ສະ​ວັດໄ​ດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຈຳນວນ
ນຶ່ງ ໃນພາກ​ເໜືອ​ຂອງອິນ​ເດຍ ​ແລະ​ປາ​ກິ​ສຖານ.

ຢ່າງ​ໜ້ອຍມີ 65 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກຈຳ​ນວນ​ຫລວງ
ຫລາຍ​ ຍັງ​ຫາຍ​ສາບ​ສູນ ຫລັງຈາກຝົນຕົກ​ໜັກ ໄດ້ຖ້ວມໝູ່​
ບ້ານຕ່າງໆໃນ​ແຄວ້ນ​ແຄັ​ສ​ເມຍສ່ວນທີ່ຢູ່ພາຍ​ໃຕ້​ການຄວບ​
ຄຸມຂອງອິນ​ເດຍ.

ພວກທະຫານ​ອິນ​ເດຍ​ໄດ້​ເລີ້ມ​ທຳ​ການ​ປະຕິບັດ​ງານໃຫ້ຄວາມ
ຊ່ວຍເຫຼືອໃນ​ທັນ​ທີ. ​ເຈົ້າ​ໜ້າ​ທີ່​ທະຫານກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ໃຫ້ການຊ່ວຍເຫຼືອແກ່​ພົນລະ​ເຮືອນ​ຫຼາຍ​ກວ່າ 100 ຄົນ.

​ໃນ​ຂະນະ​ດຽວ​ກັນ ຢູ່​ໃນ​ປາ​ກິ​ສຖານ ​ແລະ​ໃນແຄວ້ນ​ແຄັສເມຍ ສ່ວນທີ່ຢູ່​ພາຍ​ໃຕ້​ການ
​ຄວບ​ຄຸມ​ຂອງປາ​ກິ​ສຖານນັ້ນ ໄພນໍ້າ​ຖ້ວມ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 60 ຄົນ​ເສຍ​ຊີວິດ. ສ່ວນ
ໃຫຍ່​ແມ່ນຍ້ອນຫລັງຄາ​ເຮືອນຫັກ​ພັງ​ລົງ​ມາທັບ ​ແລະ​ສາຍ​ໄຟຟ້າ​ ທີ່ຂາດ​ລົງ​ມາຍ້ອນ
ລົມພາຍຸ​ໃນແຂວງ ​Punjab.

ບັດ​ນາ​ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ວ່າ ໄພນໍ້າ​ຖ້ວມ​ທີ່ນະຄອນ Lahore ​ໄດ້​ເຮັດ​ໃຫ້ 13 ຄົນ​ເສ​ຍຊີ​ວິດ.

ກົມ​ອຸຕຸ​ນິຍົ​ມຂອງປາ​ກິ​ສຖານ ​ໄດ້​ເຕືອນ​ໃຫ້ລະວັງ ລະດັບນ້ຳທີ່​ສູງ​ຂື້ນ​ໃນແຂວງ Punjab
ທີ່​ມີທ່າທາງວ່າຈະ​ເຮັດ​ໃຫ້​ເກີດ​ໄພນໍ້າ​ຖ້ວມຮ້າຍແຮງ​ຂື້ນຕື່ມນັ້ນ.

PAKISTAN FLOODING VO
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG