ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ອິນເດຍ ແລະ ປາກິສຖານ ພົບປະກັນ


ລັດຖະມົນຕີ ການຕ່າງປະເທດ ອິນເດຍ ແລະປາກິສຖານ ພົບປະກັນ ທີ່ນະຄອນຫຼວງ ອິສລາມາບັດ ເພື່ອພະຍາຍາມ ຊອກຫາຊ່ອງທາງ ຮື້ຟື້ນ ການເຈລະຈາລະຈາຫາລື ລະຫວ່າງ ປະເທດມະຫາອຳນາດ ນິວເຄລຍທັງສອງ.

ລັດຖະມົນຕີ ການຕ່າງປະເທດ ອິນເດຍ ທ່ານ S.M. KRISHNA ແລະ ລັດຖະມົນຕີ ການຕ່າງປະເທດ ປາກິສຖານ ທ່ານ SHAH MEHMOOD QURESHI ເປີດການເຈລະຈາ ໃນວັນພະຫັດມື້ນີ້ ຊຶ່ງເປັນການພົບປະ ເທື່ອທຳອິດ ນັບແຕ່ ການໂຈມຕີ ຂອງພວກກໍ່ການຮ້າຍ ທີ່ເມືອງມູມໄບ ເຮັດໃຫ້ ການເຈລະຈາ ສັນຕິພາບ ລະຫວ່າງ ປະເທດທັງສອງ ແຕກຫັກລົງ ເມື່ອເກືອບສອງປີ ມາແລ້ວ.

ທ່ານ KRISHNA ທີ່ໄດ້ເດີນທາງ ໄປເຖິງນະຄອນຫຼວງ ອິສລາມາບັດ ໃນມື້ວັນພຸດວານນີ້ ກ່າວຕໍ່ພວກນັກຂ່າວວ່າ ທ່ານມາພ້ອມ ຄວາມຕັ້ງໃຈ ເພື່ອສ້າງສັນຕິພາບ ກັບປາກິສຖານ.

ລັດຖະມົນຕີ ການຕ່າງປະເທດ ອິນເດຍ ກ່າວອີກວ່າ ການຢ້ຽມຢາມ ຂອງທ່ານ ແມ່ນຂີດໝາຍ ຂອງການເລີ້ມຕົ້ນໃໝ່ ໃນການດຳເນີນ ຄວາມພະຍາຍາມ ເພື່ອປັບປຸງ ຄວາມສຳພັນ ສອງຝ່າຍ. ທ່ານເວົ້າວ່າ ອິນເດຍ ມີຄວາມໝາຍໝັ້ນ ຕັ້ງໃຈ ທີ່ຈະແກ້ໄຂ ບັນຫາຕ່າງໆ ກັບປາກິສຖານ ໂດຍຜ່ານ ການເຈລະຈາຫາລື ແບບສັນຕິ.

ແຕ່ອິນເດຍ ກໍ​ໄດ້ຢືນຢັດວ່າ ການປັບປຸງ ຄວາມສຳພັນ ລະຫວ່າງ ປະເທດທັງສອງ ຈະບໍ່ສາມາດ ມີຂຶ້ນໄດ້ ຈົນກວ່າ ປາກິສຖານ ປາບປາມ ກຸ່ມຫົວຮຸນແຮງ LASHKAR-E-TAIBA. ເຈົ້າໜ້າທີ່ ສະຫະລັດ ແລະອິນເດຍ ໄດ້ກ່າວຫາ ກຸ່ມ LASHKAR-E-TAIBA ວ່າ ເປັນຜູ້ທຳການໂຈມຕີ ກໍ່ການຮ້າຍ ທີ່ເມືອງມູມໄບ.

XS
SM
MD
LG