ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍແລະປາກິສຖານ ຕົກລົງທີ່ຈະເປີດ ການເຈລະຈາກັນອີກ


ລັດຖະມົນຕີຮັບຜິດຊອບກິດຈະການພາຍນອກຂອງອິນເດຍ ທ່ານ S.M. Krishna ຈັບມືກັບ ລັດຖະມົນຕີ ການຕ່າງປະເທດປາກິສຖານ ທ່ານ Shah Mahmood Qureshi ກ່ອນການເຈລະຈາ ຢ່າງເປັນທາງການ ທີ່ກະຊວງຕ່າງປະເທດ ໃນນະຄອນອິສລາມາບັດ (15 ກໍລະກົດ 2010)
ລັດຖະມົນຕີຮັບຜິດຊອບກິດຈະການພາຍນອກຂອງອິນເດຍ ທ່ານ S.M. Krishna ຈັບມືກັບ ລັດຖະມົນຕີ ການຕ່າງປະເທດປາກິສຖານ ທ່ານ Shah Mahmood Qureshi ກ່ອນການເຈລະຈາ ຢ່າງເປັນທາງການ ທີ່ກະຊວງຕ່າງປະເທດ ໃນນະຄອນອິສລາມາບັດ (15 ກໍລະກົດ 2010)

ສະຫະລັດໄດ້ສະແດງຄວາມຊົມເຊີຍກ່ຽວກັບການຮື້ຟື້ນ
ການເຈລະຈາສັນຕິພາບຄືນໃໝ່ລະຫວ່າງອິນເດຍແລະ
ປາກິສຖານ ແລະສະແດງຄວາມຫວັງວ່າ ຂັນຕອນດັ່ງ
ກ່າວຈະໃຫ້ດອກອອກຜົນທີ່ດີ.

ໂຄສົກຂອງທຳນຽບຂາວ ທ່ານ Robert Gibbs ກ່າວ
ໃນວັນພະຫັດວານນີ້ວ່າ ປະທານາທິບໍດີບາຣັກໂອບາມາ
ໄດ້ຊຸກຍູ້ໃຫ້ທັງສອງຝ່າຍທຳການພົວພັນກັນຄືນໃໝ່.

ການປະກາດຂອງສະຫະລັດມີຂຶ້ນບໍ່ດົນລຸນຫຼັງທີ່ໄດ້ມີການອອກຖະແຫຼງການພ້ອມໆກັນທີ່
ນະຄອນຫຼວງອິສລາມາບັດ ແລະນິວເດລີທີ່ກ່າວວ່າ ປະເທດຄູ່ປໍລະປັກນິວເຄລຍທັງສອງ
ໄດ້ຕົກລົງທີ່ຈະເປີດການສົນທະນາຫາລືກ່ຽວກັບທຸກໆບັນຫາຄືນໃໝ່ ຮວມທັງການຕໍ່ຕ້ານ
ພວກກໍ່ການຮ້າຍ ແລະແຄວ້ນແຄັສເມຍທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ.

ຖະແຫຼງການເວົ້າວ່າ ລັດຖະມົນຕີການຕ່າງປະເທດປາກິສຖານທ່ານ Shah Mehmood
Qureshi ຈະເດີນທາງໄປຍັງກຸງນິວເດລີພາຍໃນເດືອນກໍລະກົດເພື່ອພົບປະກັບຄູ່ຕຳແໜ່ງ
ຝ່າຍອິນເດຍທ່ານ S.M. Krisna ແລະທົບທວນເບິ່ງຄວາມກ້າວໜ້າໃນການເຈລະຈາຫາລື.

ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani ໄດ້ຊົມເຊີຍການປະກາດ
ດັ່ງກ່າວນີ້ ແລະຍົກຍ້ອງນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ທີ່ເປີດ
ບົດຕອນໃໝ່ ກ່ຽວກັບຄວາມສຳພັນ ລະຫວ່າງປະເທດທັງສອງ.

ອິນເດຍ ໄດ້ໂຈະຂັ້ນຕອນການເຈລະຈາສັນຕິພາບໃນຂອບເຂດທີ່ກວ້າງຂວາງທີ່ໄດ້ດຳເນີນ
ມາເປັນເວລາເກືອບ 5 ປີໃນປີ 2008 ລຸນຫຼັງໄດ້ມີການໂຈມຕີທີ່ນະຄອນມູມໄບທີ່ເຮັດໃຫ້
ມີຜູ້ເສຍຊີີວິດຢ່າງນ້ອຍ 166 ຄົນນັ້ນ. ອິນເດຍໄດ້ຖິ້ມໂທດການບຸກໂຈມຕີແບບກ້າຕາຍທີ່
ວ່ານີ້ໃສ່ກຸ່ມຫົວຮຸນແຮງອິສລາມທີ່ມີຖານປະຕິບັດງານຢູ່ປາກິສຖານ.

XS
SM
MD
LG