ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ອັງກິດພົບປະ ພວກຜູ້ນໍາອິນເດຍ


ນາຍົກລັດຖະມົນຕີອັງກິດ ທ່ານ DAVID CAMERON
ພວມພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງອິນເດຍໃນວັນພະ
ຫັດມື້ນີ້ ຂະນະທີ່ປະເທດທັງສອງສົນທະນາຫາລືກັນເຖິງ
ຊ່ອງທາງເພື່ອເສີມຂະຫຍາຍ ຄວາມສຳພັນທາງດ້ານ
ເສດຖະກິດແລະຄວາມໝັ້ນຄົງໃຫ້ແໜ້ນແຟ້ນຕື່ມຂຶ້ນ.

ການພົບປະຂອງທ່ານ CAMERON ກັບນາຍົກລັດຖະມົນ
ຕີອິນເດຍ ທ່ານ MANMOHAN SINGH ແລະປະທາ
ນາທິບໍດີ PRATIBHA PATIL ມີຂຶ້ນນຶ່ງມື້ຫຼັງຈາກທ່ານ
ໄດ້ທຳການເຕືອນຢ່າງແຂງຂັນຕໍ່ປາກິສຖານໃນ​ເລື່ອງ
ທີ່ມີການ​ກ່າວ​ຫາ​ວ່າປາ​ກິ​ສຖານໃຫ້ການສະໜັບສະໜຸນພວກກໍ່ການຮ້າຍນັ້ນ.

ພວກຜູ້ນຳຂອງປະເທດທັງສອງຈະສົນທະນາຫາລືກັນກ່ຽວກັບບັນຫາດັ່ງກ່າວນີ້
ໃນລະຫວ່າງການພົບ​ປະກັນທີ່ນະຄອນຫຼວງນິວເດລີ.

ອິນເດຍໄດ້ກ່າວຫາປາກິສຖານມາເປັນເວລາດົນນານແລ້ວວ່າ ໃຫ້ການສະໜັບສະໜຸນ
ພວກຫົວຮຸນແຮງເພື່ອທຳການໂຈມຕີອິນເດຍ. ເອກກະສານລັບຂອງສະ ຫະລັດທີ່ຫາກໍ
ພິມເຜີຍແຜ່ເມື່ອໄວໆມານີ້ ກໍໄດ້ກ່າວຫາປາກິສຖານວ່າໃຫ້ການສະໜັບສະໜຸນແກ່
ກຸ່ມກະບົດໃນອັຟການິສຖານ.

ກະຊວງການຕ່າງປະເທດປາກິສຖານກ່າວວ່າ ປາກິສຖານໄດ້ທຳການເສຍສະລະຈຳ
ນວນນຶ່ງໃນການຕໍ່ສູ້ຕ້ານພວກກໍ່ການຮ້າຍ ແລະຫວັງວ່າບັນດາປະເທດ ເພື່ອນມິດ
ຂອງປາກິສຖານ ຄົງຈະສາມາດຊັກຊວນໃຫ້ອິນເດຍມອງເບິ່ງບັນຫາດັ່ງກ່າວນີ້ແບບ
ກົງໄປກົງມາ.

XS
SM
MD
LG