ອິນເດຍ ກ່າວວ່າ ຕົນ ໄດ້ທຳການໂຈມຕີທາງອາກາດໃນຕອນເຊົ້າມືດ ຢູ່ປາກິສຖານ
ຕໍ່ຄ້າຍຂອງກຸ່ມຫົວຮຸນແຮງອິສລາມ ທີ່ຊື່ວ່າ ຈາອິສ ອີ ໂມຮຳມັດ ຊຶ່ງກຸ່ມນີ້ ໄດ້ອ້າງເອົາ
ຄວາມຮັບຜິດຊອບ ໃນການໂຈມຕີສະຫຼະຊີບດ້ວຍລົດ ລະເບີດ ທີ່ໄດ້ສັງຫານ ກຳລັງ
ຮັກສາຄວາມສະຫງົບ 40 ຄົນ ຢູ່ໃນ ແຄວ້ນ ແຄັສເມຍ ຂອງອິນເດຍ ເມື່ອເກືອບສອງ
ອາທິດກ່ອນ.
ການໂຈມຕີທາງອາກາດດັ່ງກ່າວ ຊຶ່ງອິນເດຍກ່າວວ່າ ໄດ້ສັງຫານພວກຫົວຮຸນແຮງ
ຫຼາຍຄົນນັ້ນ ຈະທະວີຄວາມເຄັ່ງຕຶງທາງດ້ານທະຫານ ລະຫວ່າງ ສອງປະເທດຄູ່ປໍ
ລະປັກ ທີ່ມີອາວຸດນິວເຄລຍ.
ໃນຖະແຫລງການສັ້ນໆ ລັດຖະມົນຕີວ່າການຕ່າງປະເທດຂອງອິນເດຍ ທ່ານ ວີເຈ
ໂກແຄລ ໄດ້ເອີ້ນການໂຈມຕີນັ້ນ ວ່າ “ການໂຈມຕີ ເພື່ອເປັນການປ້ອງກັນ ກ່ອນ”
ທີ່ເປັນຜົນເກີດຈາກຂໍ້ມູນລັບທີ່ໜ້າເຊື່ອຖືໄດ້ວ່າ ກຸ່ມຈາອິສ ອີ ໂມຮຳມັດ ໄດ້ວາງ
ແຜນການໂຈມຕີກໍ່ການຮ້າຍອີກຄັ້ງນຶ່ງ ຢູ່ໃນປະເທດ.
ທ່ານ ໄດ້ກ່າວອີກວ່າ ອິນເດຍ ໄດ້ຖະຫຼົ່ມສະຖານທີ່ຝຶກແອບ ທີ່ໃຫຍ່ທີ່ສຸດຂອງ ກຸ່ມ
ດັ່ງກ່າວ ທີ່ຕັ້ງຢູ່ທີ່ເມືອງບາລາຄອຕ ໃນປາກິສຖານ. ທ່ານເວົ້າວ່າ “ໃນການ ປະຕິບັດ
ງານຄັ້ງນີ້ ມີສະມາຊິກ ຂອງກຸ່ມຈາອິສ ອີ ໂມຮຳມັດ ຈຳນວນຫຼາຍ ທີ່ ເປັນພວກກໍ່
ການຮ້າຍ ພວກຄູຝຶກ ພວກຜູ້ບັນຊາການ ແລະພວກກຸ່ມຈີຮາດິສ ຫຼື ພວກນັກລົບ
ເພື່ອສາສະໜາ ຜູ້ທີ່ໄດ້ຮັບການຝຶກແອບມາເພື່ອປະຕິບັດການແບບ ກອງໂຈນນັ້ນ
ແມ່ນໄດ້ຖືກກຳຈັດແລ້ວ.”
ອິນເດຍ ໄດ້ເອົາມາດຕະການດັ່ງກ່າວ ເພື່ອຫລີກເວັ້ນການສູນເສຍຊີວິດ ຂອງພົນລະ
ເຮືອນ ອີງຕາມຄຳເວົ້າຂອງທ່ານ ໂກແຄລ. ທ່ານກ່າວວ່າ “ສະຖານທີ່ ດັ່ງກ່າວ ແມ່ນ
ຕັ້ງຢູ່ໃນປ່າທີ່ປົກຫຸ້ມຢ່າງໜາແໜ້ນຢູ່ເທິງຈອມພູ ຫ່າງໄກຈາກ ພົນລະເຮືອນໃດໆ.”
ຢູ່ທີ່ປາກິສຖານ ນາຍົກລັດຖະມົນຕີອິມຣານ ຄານ ໄດ້ຮຽກໃຫ້ເປີດກອງປະຊຸມສຸກເສີນ
ຄະນະກຳມະການຄວາມປອດໄພແຫ່ງຊາດຂອງທ່ານ ໃນວັນອັງຄານມື້ນີ້ ຫລັງຈາກ
ຫ້ອງການຂອງທ່ານ ໄດ້ອອກຖະແຫຼງການສະບັບນຶ່ງ ທີ່ກ່າວວ່າ “ລັດຖະບານອິນເດຍ
ໄດ້ນຳໃຊ້ການປະຕິບັດ ເພື່ອຮັບໃຊ້ຜົນປະໂຫຍດຂອງຕົນທີ່ ຂາດຄວາມຮັບຜິດຊອບ
ແລະກ່າວອ້າງທີ່ບໍ່ມີມູນຄວາມຈິງ. ການກະທຳດັ່ງກ່າວ ແມ່ນເພື່ອຮັບໃຊ້ຫາງສຽງ
ພາຍໃນ ປະເທດພາຍໃຕ້ບັນຍາກາດຂອງການເລືອກຕັ້ງ ຊຶ່ງເຮັດໃຫ້ສັນຕິພາບ
ແລະສະຖຽນລະພາບ ຢູ່ໃນຂົງເຂດ ຕົກຢູ່ໃນຄວາມສ່ຽງຢ່າງຮ້າຍແຮງ. ການກ່າວ
ອ້າງກ່ຽວກັບ ບໍລິເວນທີ່ຖືກໂຈມຕີແມ່ນເປີດກວ້າງຕໍ່ໂລກ ແລະສາມາດຊອກຫາ
ຄວາມຈິງທາງພາກພື້ນດິນໄດ້. ກ່ຽວກັບເລື້ອງນີ້ ຈະມີການນຳເອົາສື່ມວນຊົນ ແລະ
ສາກົນໄປຍັງສະຖານທີ່ເກີດເຫດ.”
ພົນຕີອາຊີຟ ກາຟໍ ໂຄສົກຂອງກອງທັບປາກິສຖານ ໄດ້ໂຕ້ແຍ້ງການກ່າວອ້າງກ່ຽວກັບ
ການໂຈມຕີຂອງອິນເດຍ. ໃນການຂຽນຂໍ້ຄວາມລົງໃນທະວີດເຕີ້ນັ້ນທ່ານກ່າວວ່າ
“ເຮືອບິນຂອງອິນເດຍໄດ້ບິນລ່ວງລ້ຳເຂົ້າໄປໃນເຂດມູຊາມາຣາບັດ. ໂດຍປະເຊີນ
ໜ້າກັບການຕອບໂຕ້ຢ່າງເຕັມທີ່ ແລະມີປະສິດທິຜົນຈາກ ກອງທັບອາກາດ ປາກິສ-
ຖານ ຈຶ່ງພາກັນຖິ້ມລະເບີດລົງຢ່າງຟ້າວຟັ່ງໃນຂະນະທີ່ ພວມທຳການຫລົບໜີໄປ
ຊຶ່ງໄດ້ຕົກລົງໃສ່ໃກ້ໆກັບເມືອງບາລາກົດ. ບໍ່ໄດ້ພາໃຫ້ມີການບາດເຈັບ ຫຼືເສຍຫາຍ
ໃດໆ.”