ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ປາກິສຖານ ປະຕິເສດ ການກ່າວຫາ ຄັ້ງໃໝ່ ຂອງອິນເດຍ


ລັດຖະມົນຕີການຕ່າງປະເທດປາກີສຖານ ທ່ານ Jali Abbas Jilani (ຊ້າຍ) ພົບປະກັບທ່ານ Ranjan Mathai ຄູ່ຕໍາແໜ່ງຝ່າຍອິນເດຍ ຂອງທ່ານ

ປາ​ກີ​ສຖານໄດ້ປະຕິເສດການ
ກ່າວຫາຄັ້ງໃໝ່ຂອງອິນເດຍ
ທີ່ເວົ້າວ່າ ລັດຖະບານ​ປາ​ກີ​ສ
ຖານມີສ່ວນກ່ຽວຂ້ອງກັບການ
ໂຈມຕີກໍ່ການຮ້າຍໃນປີ 2008
ທີ່ໄດ້ເຮັດໃຫ້ 166 ຄົນເສຍຊີວິດ
ຢູ່ໃນນະຄອນມູມບາຍ ທີ່ເປັນ
ເມືອງຫລວງດ້ານການເງິນຂອງ
ອິນເດຍນັ້ນ.

ລັດຖະມົນຕີການຕ່າງປະເທດປາ​ກີ​ສຖານ ທ່ານ Jali Abbas Jilani ໄດ້ປະຕິເສດຕໍ່ການ
ກ່າວຫາໃນວັນພະຫັດມື້ນີ້ ລຸນຫລັງທີ່​ໄດ້​ມ້ວນທ້າຍ​ການ ພົບປະກັບທ່ານ Ranjan
Mathai ຄູ່ຕໍາແໜ່ງຝ່າຍອິນເດຍຂອງທ່ານ ທີ່ດໍາເນີນໄປເປັນເວລາສອງວັນ ຢູ່ນະຄອນ
ຫລວງນີວແດນລີ. ທ່ານ Jilani ໄດ້ຮຽກຮ້ອງໃຫ້ອິນເດຍ​ແຈ້ງ​ໃຫ້ຝ່າຍ​ປາ​ກິ​ສຖານ​ຊາບ​ນຳ
​ກ່ຽວ​ກັບຫລັກຖານຕ່າງໆທີ່ໄດ້ຮັບຈາກການສອບສວນຂອງອິນເດຍ ໃນຄະດີດັ່ງກ່າວນີ້
ແລະໄດ້ສະເໜີໃຫ້ປາ​ກີ​ສຖານຮ່ວມມື ໃນການສ້າງຕັ້ງຄະນະກໍາມາທິການສືບສວນສອບ
ສວນຮ່ວມລະຫວ່າງອິນເດຍ-ປາ​ກີ​ສຖານຂຶ້ນ.

ຕໍາຫລວດໃນນະຄອນນີວແດນລີ ໄດ້ນໍາຕົວທ້າວ Zabiuddin Ansari (ຜູ້ທີ່ເອົາໝວກປົກໜ້າ) ອອກ ຈາກໂຮງໝໍລັດຖະບານຫລັງໄດ້ມີການກວດສຸຂະພາບ ໃນວັນທີ 29 ມິຖຸນາ, 2012 (AP Photo)
ຕໍາຫລວດໃນນະຄອນນີວແດນລີ ໄດ້ນໍາຕົວທ້າວ Zabiuddin Ansari (ຜູ້ທີ່ເອົາໝວກປົກໜ້າ) ອອກ ຈາກໂຮງໝໍລັດຖະບານຫລັງໄດ້ມີການກວດສຸຂະພາບ ໃນວັນທີ 29 ມິຖຸນາ, 2012 (AP Photo)

ທ່ານ Mathai ເວົ້າວ່າ ອິນເດຍຢາກໃຫ້ປາ​
ກີ​ສຖານດໍາເນີນການສືບສວນ​ເພື່ອ​ຕິດຕາມ
​ເບິ່ງ​ຂ່າວ ທີ່​ໄດ້​ຮັບ​ ຈາກການສອບສວນຜູ້
ຕ້ອງສົງ​ໄສຫລັກ ໃນການໂຈມຕີທີ່​ຖືກ​ຈັບ
ໃນເດືອນແລ້ວນີ້.

ພວກເຈົ້າໜ້າທີ່ອິນເດຍເວົ້າວ່າ ຜູ້ຕ້ອງສົງ​ໄສ
ທີ່ຊື່ວ່າ Zabiuddin Ansari ຊຶ່ງມີອີກຊື່ນຶ່ງ
ວ່າ Abu Jundal ໄດ້ອ້າງວ່າການໂຈມຕີໄດ້
ມີການປະສານງານກັນຢູ່ປາ​ກີ​ສຖານໂດຍ​ໄດ້
ຮັບການສະໜັບສະໜູນ ຈາກລັດຖະບານ.
ພວກນັກສືບສວນລາຍງານວ່າທ້າວ Ansari
ເວົ້າວ່າ ລາວ ແລະຜູ້​ກໍ່ຕັ້ງກຸ່ມ​ຫົວ​ຮຸນ​ແຮງ
Laskar-e-Taiba ທີ່ມີທີ່ຖານ​ປະຕິບັດ​ງານ
ຢູ່ໃນປາກີ​ສຖານນັ້ນພາກັນຢູ່ໃນຫ້ອງຄວບ
ຄຸມໃນນະຄອນ Karachi ໃນເວລາທີ່ມີການໂຈມຕີເກີດຂຶ້ນ.

ອິນເດຍ ໄດ້ໂຍນຄວາມຜິດໃຫ້ກຸ່ມ Laskar-e-Taiba ວ່າ ໄດ້ດໍາເນີນການໂຈມຕີໃນນະຄອນ
ມູມບາຍ.

XS
SM
MD
LG