ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ນໍາອິນເດຍແລະປາກີສຖານ ພົບປະເຈລະຈາກັນ


ນາຍົກລັດຖະມົນຕີປາກີສຖານທ່ານ Yousuf Raza Gilani, (ເບື້ອງຂວາ) ແລະນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh .
ວັນທີ 10 ພະຈິກ 2011.
ນາຍົກລັດຖະມົນຕີປາກີສຖານທ່ານ Yousuf Raza Gilani, (ເບື້ອງຂວາ) ແລະນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh . ວັນທີ 10 ພະຈິກ 2011.

ພວກ​ນາຍົກລັດຖະມົນຕີຂອງອິນ​ເດຍ​ແລະ​ປາ​ກີ​ສຖານ ກ່າວ​ວ່າ ພວກທ່ານ​ຄາດ​ວ່າ ການ​ພົບ​ປະ​ເຈລະຈາ​ກັນ​ຢ່າງ​ເປັນ​ທາງ​ການ​ຮອບ​ຕໍ່​ໄປ​ລະຫວ່າງ​ສອງ​ປະ​ເທດ​ ຈະ​ສືບ​ຕໍ່​ນໍາເອົາ​ສອງ​ຝ່າຍເຂົ້າ​ມາໃກ້ຊິດ​ກັນ​ຍິ່ງ​ຂຶ້ນ.

ນາຍົກລັດຖະມົນຕີປາກີສຖານ ທ່ານ Yousuf Raza Gilani ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ພົບ​ປະ​ເຈລະຈາ​ກັນ​ໃນ​ອະນາຄົດ​ຈະເປັນ​ໄປ​ໃນ​ທາງສ້າງສັນ​ຫລາຍ​ຂຶ້ນແລະ​ສ້າ​ງຍຸກ​ໃໝ່​ໃນ​ປະ​ວັດ​ສາດ​ຂອງອິນ​ເດຍ ແລະ​ປາ​ກີ​ສຖານ​.

ທ່ານ Gilani ​ໄດ້​ຖະ​ແຫລ​ງດັ່ງກ່າວ ​ຫລັງ​ຈາກໄດ້​ທໍາ​ການ​ພົບ​ປະກັນ​ເປັນ​ເວລາ​ປະມານ
ນຶ່ງ​ຊົ່ວ​ໂມງ​ກັບ​ນາຍົກຣັດຖະມົນຕີ Manmohan Singh ​ແຫ່ງ​ອິນ​ເດຍຢູ່ ​ຂ້າງ​ນອກ​ກອງ
ປະຊຸມ​ສຸດ​ຍອດປະ​ຈໍາ​ພາກ​ພື້ນ​ທີ່​ປະ​ເທດ​ເກາະ Maldives. ຜູ້​ນໍາ​ສອງ​ປະ​ເທດ​ໄດ້​ໂອ້​ລົມ
ສົນທະນາກັນ​ໃນ​ຫລາຍ​ເລື້ອງ ຮວມທັງເລື້ອງ​ເຂດ Kashmir ທີ່​ແບ່ງ​ແຍກກັນ​ ຊຶ່ງ​ຕ່າງ
ຝາຍ​ຕ່າງ​ກໍອ້າງ​ເອົາ​ກໍາມະສິດ​ໂດຍ​ເຕັມ​ນັ້ນ.

ບໍ່​ໄດ້​ມີ​ການ​ກໍານົດ​ເວລາ​ໃນ​ການ​ພົບ​ປະ​ເຈລະຈາ​ກັນ​ຮອບ​ຕໍ່​ໄປ.

ກ່ອນ​ການ​ພົບ​ປະກັນໃນ​ວັນ​ພະຫັດ​ມື້​ນີ້ ​ນາຍົກລັດຖະມົນຕີຂອງທັງສອງປະ​ເທດ​ໄດ້​ປາ
ກົດໂຕ​ນໍາ​ກັນ​ຕໍ່​ໜ້າ​ກ້ອງຖ່າຍຮູບ ​ໂດຍ​ຫົວ​ຍີ້ມ​ແລະຈັບ​ມື​ກັນ. ຜູ້​ນໍາ​ສອງ​ທ່ານ​ນີ້​ໄດ້​ພົບ​ປະ
ກັນ​ຄັ້ງຫລ້າ​ສຸດ​ ​ໃນ​ເດືອນ​ມີນາ​ເພື່ອ​ໄປ​ຊົມ​ການ​ແຂ່ງຂັນ​ກີລາ​ຕີຄີ​ລະຫວ່າງ​ທີ​ມອິນເດຍ
ແລະ​ປາ​ກີ​ສຖານ​.

ການ​ພົບ​ປະ​ເຈລະຈາ​ກັນ​ມີ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ພວກ​ລັດ​ມົນຕີ​ຕ່າງປະ​ເທດຂອງ​ອິນ​ເດຍ​
ແລະປາ​ກີ​ສຖານ​ກ່າວ​ວ່າ ຄວາມ​ສໍາພັນ​ລະຫວ່າງ​ສອງ​ປະ​ເທດ​ເພື່ຶອນບ້ານ​ໄດ້​ດີ​ຂຶ້ນ ​ແຕ່​
ຍັງ​ມີວຽກຂວາງ​ໜ້າ​ຢູ່ທີ່ຈະ​ຕ້ອງ​ໄດ້​ດໍາ​ເນີນ​ການ.

ອິນ​ເດຍ​ແລະ​ປາ​ກີ​ສຖານ​ກໍາລັງ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາ​ພາກ​ພື້ນ​ເປັນ​ເວ
ລາ 2 ມື້ ຊຶ່ງ​ຮວມທັງ​ປະ​ເທດ Bangladesh ສີ​ລັງກາ ​ເນ​ປາລ ພູ​ຖານ ອັຟກາ​ນິສຖານ
ແລະ Maldives.

XS
SM
MD
LG