ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ກາຍເປັນອັນດັບ 2 ຂອງໂລກທີ່ ມີກໍລະນີຄົນຕິດເຊື້ອໄວຣັສ ໂຄໂຣນາ ຫລາຍທີ່ສຸດ


ລົດໄຟນິວເດລີແລ່ນຮອດສະຖານີຢູ່ນອກຊານເມືອງຂອງນະຄອນຫຼວງນິວເດລີ ຂອງອິນເດຍ, ເມື່ອວັນຈັນ ທີ 7 ກັນຍາ, 2020. ກໍລະນີຕິດເຊື້ອໄວຣັສໂຄໂຣນາຂອງອິນເດຍ ດຽວນີ້ເປັນສູງສຸດເປັນອັນດັບສອງຂອງໂລກ.
ລົດໄຟນິວເດລີແລ່ນຮອດສະຖານີຢູ່ນອກຊານເມືອງຂອງນະຄອນຫຼວງນິວເດລີ ຂອງອິນເດຍ, ເມື່ອວັນຈັນ ທີ 7 ກັນຍາ, 2020. ກໍລະນີຕິດເຊື້ອໄວຣັສໂຄໂຣນາຂອງອິນເດຍ ດຽວນີ້ເປັນສູງສຸດເປັນອັນດັບສອງຂອງໂລກ.

ອິນເດຍ ໄດ້ແຊງກາຍ ບຣາຊິລ ໃນຖານະເປັນປະເທດທີ່ມີຕົວເລກກໍລະນີໄວຣັສ ໂຄໂຣນາທີ່ໄດ້ຮັບການຢືນຢັນສູງທີ່ສຸດເປັນອັນດັບສອງ.

ກະຊວງສາທາລະນະສຸກໄດ້ລາຍງານ 90,802 ກໍລະນີໃໝ່ທີ່ຫຼາຍເປັນສະຖິຕິໃນວັນຈັນມື້ນີ້, ເຮັດໃຫ້ ອິນເດຍ ມີຈຳນວນຜູ້ຕິດເຊື້ອທັງໝົດຫຼາຍກວ່າ ສີ່ລ້ານສອງແສນກໍລະນີ ນັບຕັ້ງແຕ່ການລະ ບາດໄດ້ເລີ່ມຂຶ້ນ. ອິນເດຍ ຍັງໄດ້ລາຍງານຜູ້ເສຍຊີວິດເພີ່ມເຕີມ 1,016 ຄົນໃນວັນຈັນມື້ນີ້, ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71,642 ຄົນ.

ບຣາຊິລ ໄດ້ລາຍງານ 14,521 ກໍລະນີໃໝ່ໃນວັນອາທິດວານນີ້, ແລະ ໃນຂະນະທີ່ເຂົາເຈົ້າຕາມຫຼັງ ອິນເດຍ, ໃນເວລານີ້ໃນແງ່ຂອງກໍລະນີໂດຍລວມນັ້ນ, ປະເທດດັ່ງກ່າວຍັງຕາມຫຼັງພຽງ ສະຫະ ລັດ ເທົ່ານັ້ນໃນແງ່ຂອງການເສຍຊີວິດດ້ວຍຕົວເລກ 126,650 ຄົນ.

ສະຫະລັດ ນຳໜ້າໝູ່ໃນໂລກ ດ້ວຍການຢືນຢັນ ຫົກລ້ານສາມແສນກໍລະນີ ແລະ ເສຍຊີວິດ 189,000 ຄົນ.

ໃນປະເທດ ອອສເຕຣເລຍ, ບັນດາເຈົ້າໜ້າທີ່ໃນລັດ ວິກຕໍເຣຍ ໄດ້ກ່າວໃນວັນຈັນມື້ນີ້ວ່າເຂົາເຈົ້າມີ 41 ກໍລະນີໃໝ່, ເຊິ່ງແມ່ນຕົວເລກການເພີ່ມໃນມື້ດຽວທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ທ້າຍເດືອນມິຖຸນາທີ່ຜ່ານມາ.

ລັດ ວິກຕໍ່ເຣຍ ໄດ້ທຳການຕໍ່ສູ້ເພື່ອຍັບຢັ້ງສິ່ງທີ່ໄດ້ເປັນການລະບາດທີ່ໃຫຍ່ທີ່ສຸດໃນ ອອສເຕຣເລຍ. ບັນດາເຈົ້າໜ້າທີ່ໄດ້ບັງຄັບໃຊ້ມາດຕະການກັກບໍລິເວນຕ່າງໆ ໃນຕົ້ນເດືອນສິງຫາທີ່ຜ່ານມາ, ແລະ ໂດຍໄດ້ມີຄວາມກ້າວເກີດຂຶ້ນນັບຕັ້ງແຕ່ນັ້ນມາ, ເຂົາເຈົ້າໄດ້ປະກາດຫຼຸດຜ່ອນກົດລະບຽບດັ່ງກ່າວບາງອັນໃນວັນອາທິດວານນີ້.

ນາຍົກລັດຖະມົນຕີທ່ານ ສກັອດ ມໍຣິສສັນ ຍັງໄດ້ກ່າວໃນວັນຈັນມື້ນີ້ວ່າ ອອສເຕຣເລຍ ໄດ້ຕົກລົງກັບບໍລິສັດເທັກໂນໂລຈີຊີວະພາບ CSL ເພື່ອຜະລິດຢາວັກຊີນໄວຣັສໂຄໂຣນາສອງຊະນິດ, ຖ້າເຂົາເຈົ້າພິສູດວ່າມັນປອດໄພ ແລະ ມີປະສິດທິຜົນໃນການທົດລອງ.

ຢາວັກຊີນທີ່ມີຄວາມເປັນໄປໄດ້ຊະນິດນຶ່ງ ແມ່ນກຳລັງຖືກພັດທະນາໂດຍບໍລິສັດ CSL ແລະ ມີກຳນົດທີ່ຈະເຄື່ອນເຂົ້າສູ່ການທົດລອງການແພດຂັ້ນຕອນທີສອງ ໃນທ້າຍປີນີ້.

ຢາວັກຊີນອີກຊະນິດນຶ່ງແມ່ນໂຄງການຮ່ວມມືລະຫວ່າງບໍລິສັດ AstraZeneca ກັບ ມະຫາວິທະ ຍາໄລ ອັອກສຝອດ ເຊິ່ງຢູ່ໃນການທົດລອງຂັ້ນສຸດທ້າຍ. ທ່ານ ມໍຣິສສັນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ບໍລິສັດ CSL ຈະຜະລິດຢາວັກຊີນນັ້ນ ພ້ອມກັບການຈຳໜ່າຍໃນ ອອສເຕຣເລຍ, ແລະ ທ່ານຄາດວ່າຢາວັກຊີນ ສາມລ້ານແປດແສນໂດສ ຈະມີອອກມາໃນເດືອນມັງກອນ ຫຼື ກຸມພາ 2021.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG