ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນເດຍ ແລະ ເນປານ ພະຍາຍາມ ປັບປຸງສາຍພົວພັນ ລະຫວ່າງກັນ


ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ,​ຂວາ, ຢືນກັບນາຍົກລັດຖະມົນຕີ ເນປານ ທ່ານ ຄັດກາ ປຣາສາດ ໂອລີ ແລະ ພັນລະຍາ ທ່ານນາງ ຣາດີກາ ຊາເກຍ ໃນພິທີ
ຕ້ອນຮັບທ່ານ ໂອລີ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ. 7 ເມສາ, 2018.
ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ,​ຂວາ, ຢືນກັບນາຍົກລັດຖະມົນຕີ ເນປານ ທ່ານ ຄັດກາ ປຣາສາດ ໂອລີ ແລະ ພັນລະຍາ ທ່ານນາງ ຣາດີກາ ຊາເກຍ ໃນພິທີ ຕ້ອນຮັບທ່ານ ໂອລີ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ. 7 ເມສາ, 2018.

ໃນຂະນະທີ່ ອິນເດຍ ພະຍາຍາມທີ່ຈະສ້າງອິດທິພົນອີກຄັ້ງນຶ່ງ ໃນປະເທດ ເນປານ
ນັ້ນ, ໃນວັນເສົາວານນີ້ ທັງສອງປະເທດ ກໍໄດ້ຕົກລົງ ທີ່ຈະຂະຫຍາຍການເຊື່ອມໂຍງ
ກັນ ແລະ ການຄ້າ, ພ້ອມກັບສາຍພົວພັນ ໃນການປ້ອງກັນປະເທດ ແລະ ການຮັກສາ
ຄວາມປອດໄພລະຫວ່າງກັນ, ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງ
ນິວ ເດລີ ໂດຍນາຍົກລັດຖະມົນຕີ ເນປານ ທ່ານ ເຄ ພີ ໂອລີ (K. P Oli).

ທ່ານ ໂອລີ ຜູ້ທີ່ມີຄົນເຂົ້າໃຈວ່າ ມີຄວາມໃກ້ຊິດກັບ ຈີນ ນັ້ນ, ໄດ້ເຮັດໃຫ້ ອິນເດຍ
ເປັນບ່ອນຢຸດແວ່ ແຫ່ງທຳອິດຂອງທ່ານ ຫຼັງຈາກໄດ້ເຂົ້າກຳຕຳແໜ່ງນາຍົກລັດຖະມົນ
ຕີເມື່ອເດືອນທີ່ຜ່ານມາ ຫຼັງຈາກພັກພັນທະມິດຝ່າຍຊ້າຍ ຂອງທ່ານໄດ້ຮັບໄຊຊະນະ
ຢ່າງຖ້ວມລົ້ນ. ການຢ້ຽມຢາມດັ່ງກ່າວຖືກພິຈາລະນາວ່າເປັນ ຄວາມພະຍາຍາມ ເພື່ອ
ປັບປຸງສາຍພົວພັນໂດຍທັງສອງຝ່າຍ.

ຫຼັງຈາກການເຈລະຈາ ລະຫວ່າງບັນດາຜູ້ນຳຂອງທັງສອງປະເທດແລ້ວ, ນາຍົກລັດ
ຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ກໍໄດ້ກ່າວວ່າ ລັດຖະບານ ນິວ ເດລີ ຈະ
ຍົກລະດັບຖະໜົນສາຍສຳຄັນຕ່າງໆ, ພັດທະນາເສັ້ນທາງລົດໄຟເຊື່ອມຕໍ່ ຈາກນະ
ຄອນຫຼວງ ກັດມັນດູ ຫາ ອິນເດຍ, ແລະ ພັດທະນາເສັ້ນທາງນໍ້າ ໃນປະເທດ ເພື່ອສະ
ໜອງການເຊື່ອມຕໍ່ ທາງທະເລ ຫາປະເທດພູເຂົາ ຮິມະໄລ ທີ່ບໍ່ມີຊາຍແດນສູ່ທະເລ
ນັ້ນ.

ທ່ານ ໂມດີ ໄດ້ກ່າວຫຼັງຈາກໄດ້ຈັດການເຈລະຈາກັບຄູ່ຮ່ວມຕຳແໜ່ງຈາກ ເນປານ
ຂອງທ່ານວ່າ “ອິນເດຍ ມີປະຫວັດຄູ່ຮ່ວມ ທີ່ຍາວນານໃນຄວາມກ້າວໜ້າ ທາງເສດຖະ
ກິດຂອງປະເທດ ເນປານ. ຂ້າພະເຈົ້າໄດ້ຮັບປາກກັບນາຍົກລັດຖະມົນຕີ ໂອລີ ແລ້ວ
ວ່າ ອິນເດຍ ຈະສືບຕໍ່ ມີສ່ວນຮ່ວມຢ່າງເຕັມທີ່ ຕໍ່ຄວາມກ້າວໜ້າທາງເສດຖະກິດຂອງ
ເນປານ ແລະ ຄວາມໝັ້ນຄົງຂອງເຂົາເຈົ້າ.”

ການຢ້ຽມຢາມໄດ້ເກີດຂຶ້ນທ່າມກາງຄວາມເປັນຫ່ວງຕ່າງໆໃນ ນິວ ເດລີ ວ່າຄວາມມີ
ອຳນາດເໜືອ ເນປານ ຕາມປະເພນີຂອງເຂົາເຈົ້າຈະສິ້ນສຸດລົງ ດ້ວຍການຄວບຄຸມ
ຂອງທ່ານ ໂອລີ. ທ່ານຄາດວ່າຈະສືບຕໍ່ການເຂົ້າຫາ ຈີນ ຂອງທ່ານ, ເຊິ່ງໄດ້ເລີ່ມຂຶ້ນ
ໃນຊ່ວງເວລາທີ່ທ່ານໄດ້ເປັນນາຍົກລັດຖະມົນຕີກ່ອນໜ້ານີ້ ຈາກເດືອນຕຸລາ 2015
ຫາເດືອນ ສິງຫາ 2016.

ທ່ານ ໂອລີ ໄດ້ກ່າວວ່າ “ພວກເຮົາຢາກສ້າງຄວາມເຊື່ອຖືຢ່າງເຕັມທີ່ ອີງຕາມສາຍພົວ
ພັນລະຫວ່າງ ສອງປະເທດທີ່ໃກ້ຊິດກັນຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG