ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄດ້ມີການເຕືອນລ່ວງໜ້າ ກ່ຽວກັບການໂຈມຕີ ຢູ່ມູມໄບ


ການໂຈມຕີຂອງພວກກໍ່ການຮ້າຍ ທີ່ເມືອງມູມໄບ ປະເທດອິນເດຍ ໃນປີ 2008
ການໂຈມຕີຂອງພວກກໍ່ການຮ້າຍ ທີ່ເມືອງມູມໄບ ປະເທດອິນເດຍ ໃນປີ 2008

ໜັງສືພິມສຳຄັນສະບັບນຶ່ງຂອງສະຫະລັດລາຍງານວ່າ
ໄດ້ມີການເຕືອນເຈົ້າໜ້າທີ່ສືບສວນຂອງສະຫະລັດຫຼາຍໆ
ປີກ່ອນການໂຈມຕີຂອງພວກກໍ່ການຮ້າຍ ທີ່ນະຄອນມູມ
ໄບໃນປີ 2008 ນັ້ນວ່າ ມີຜູ້ຊາຍຊາວອະເມຣິກັນຄົນນຶ່ງ
ໄດ້ຮັບການຝຶກແອບ ທີ່ປາກິສຖານ ກັບກຸ່ມທີ່ທຳການ ໂຈມຕີ ແລະເປັນຜູ້ຊ່ອຍວາງແຜນ ໃນການໂຈມຕີທີ່ວ່ານີ້.

ໜັງສືພິມ Washington Post ເວົ້າວ່າ ອົງການສັນຕິ
ບານກາງ FBI ໄດ້ຮັບຂ່າວ ກ່ຽວກັບນາຍ David
Coleman Headley ຈາກພັນລະຍາຂອງລາວໃນເດືອນ
ສິງຫາປີ 2005. ໂດຍອ້າງແຫຼ່ງຂ່າວທີ່ໃກ້ຊິດກັບຄະດີນີ້
ໜັງສືພິມສະບັບດັ່ງກ່າວແຈ້ງວ່າ ນາງໄດ້ບອກເຈົ້າໜ້າທີ່
FBI ວ່າ ສາມີຂອງນາງພວມຝຶກແອບຢ່າງຂຸ້ນຂ້ຽວກັບ
ກຸ່ມຫົວຮຸນແຮງ Lashkar-e-Taiba ແລະໄດ້ທຳການ
ຕິດຕໍ່ກັບພວກຫົວຮຸນແຮງອື່ນໆ.

ລາຍງານ ທີ່ຂຽນຂຶ້ນຮ່ວມກັບມູນນິທິນັກຂ່າວ ProPublica ກ່າວວ່າ ນາຍ Headley ໄດ້ ເດີນທາງໄປນະຄອນມູມໄບ 5 ເທື່ອ ເພື່ອສັງເກດການເບິ່ງສະຖານທີ່ຕ່າງໆສຳລັບທຳການ ໂຈມຕີກໍ່ການຮ້າຍ ຢູ່ໃນຫົວເມືອງດັ່ງກ່າວ ຂອງອິນເດຍ.

ການໂຈມຕີ ທີ່ໄດ້ໃຊ້ເວລາ 3 ມື້ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນແລະອີກ 300 ກວ່າຄົນ ໄດ້ຮັບບາດເຈັບ.

ໜັງສືພິມສະບັບນີ້ເວົ້າວ່າ ເຈົ້າໜ້າທີ່ FBI ໄດ້ສອບຖາມພັນລະຍາຂອງນາຍ Headley 3 ຄັ້ງແຕ່ຜູ້ກ່ຽວກໍຍັງສືບຕໍ່ມີອິດສະຫຼະເດີນທາງໄປທົ່ວໂລກໄດ້ ເພື່ອປະຕິບັດງານສັງເກດການ. ນາຍ Headley ບໍ່ໄດ້ຖືກຈັບ ຈົນເກືອບ 1 ປີ ຫຼັງຈາກໄດ້ມີການໂຈມຕີ ທີ່ນະຄອນມູມໄບ ແລະເວລານີ້ ຜູ້ກ່ຽວຢູ່ພາຍໃຕ້ການຄວບຄຸມຂອງສະຫະລັດ.

XS
SM
MD
LG