ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມືປືນຊາວປາກິສຖານ ຂໍອຸທອນ ຕໍ່ສານສູງສຸດອິນເດຍ


ມືປືນປາກິສຖານ ທີ່ໂຈມຕີນະຄອນມູມໄບ ນາຍ Mohammed Ajmal Kasab ຖືກສານປາກິສຖານຕັດສິນໂທດປະຫານຊີວິດ
ມືປືນປາກິສຖານ ທີ່ໂຈມຕີນະຄອນມູມໄບ ນາຍ Mohammed Ajmal Kasab ຖືກສານປາກິສຖານຕັດສິນໂທດປະຫານຊີວິດ

ພວກເຈົ້າໜ້າທີ່ສານຂອງອິນເດຍກ່າວວ່າ ມືປືນຄົນດຽວທີ່ລອດຊີວິດມາໄດ້ໃນການໂຈມຕີ
ຮ້າຍແຮງທີ່ນະຄອນມູມໄບໃນປີ 2008 ນັ້ນໄດ້ຍື່ນຂໍອຸທອນຕໍ່ສານສູງສຸດເພື່ອໃຫ້ຕ່າວປີ້ນ ການຕັດສິນໂທດປະຫານຊີວິດລາວ.

ໃນປີກາຍນີ້ ສານນະຄອນມູມໄບພົບເຫັນວ່າ ນາຍ Mohammed Ajmal Kasab ຊຶ່ງ
ເປັນຄົນປາກິສຖານນັ້ນ ມີຄວາມຜິດຫຼາຍໆຢ່າງ ຮວມທັງຄາດຕະກຳ ເຮັດສົງຄາມຕໍ່ຕ້ານ
ອິນເດຍ ແລະກໍ່ການຮ້າຍ ແລະຜູ້ກ່ຽວໄດ້ຖືກຕັດສິນລົງໂທດປະຫານຊີວິດ.

ການຕັດສິນໂທດປະຫານຊີວິດນາຍ Kasab ແມ່ນໄດ້ຮັບການຢືນຢັນໂດຍສານຊັ້ນສູງ
ຂອງລັດ ໃນເດືອນກຸມພາປີນີ້.

ນາຍ Kasab ແມ່ນນຶ່ງໃນຈຳນວນພວກຊາວໜຸ່ມປາກິສຖານ 10 ຄົນ ທີ່ໄດ້ທຳການໂຈມ
ຕີໂຮງແຮມຫຼູຫຼາ ສູນກາງຊາວຢິວແລະສະຖານີລົດໄຟທີ່ມີຜູ້ຄົນສັນຈອນໄປມາຢ່າງຄັບຄັ່ງ ໃນນະຄອນຫຼວງທາງດ້ານການເງິນຂອງອິນເດຍ ໃນເດືອນພະຈິກປີ 2008. ການໂຈມຕີ
ເປັນເວລາ 3 ມື້ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນ.

XS
SM
MD
LG