ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົບຮອບສອງປີຂອງການ ໂຈມຕີເມືອງມໍາບາຍ


ເມືອງມໍາບາຍຂອງອິນເດຍທີ່ຖືກໂຈມຕີໂດຍພວກກໍ່ການຮ້າຍເມື່ອປີ 2008 ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 166 ຄົນ
ເມືອງມໍາບາຍຂອງອິນເດຍທີ່ຖືກໂຈມຕີໂດຍພວກກໍ່ການຮ້າຍເມື່ອປີ 2008 ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 166 ຄົນ

ອິນເດຍກໍາລັງປະກອບພິທີເພື່ອເປັນຂີດໝາຍຄົບຮອບ 2 ປີ ຂອງການໂຈມຕີໂດຍພວກກໍ່ການຮ້າຍໃນ ປີ 2008 ທີ່ຍັງ ຜົນໃຫ້ມີຜູ້ເສຍຊີວິດ 166 ຄົນນັ້ນ.

ພວກຕໍາຫລວດແລະກໍາລັງຮັກສາຄວາມປອດໄພ ຜູ້​ທີ່​ໄດ້
ຕໍ່ສູ້ກັບພວກມືປືນມຸສລິ​ມໃນລະຫວ່າງການໂຈມຕີນັ້ນ ໄດ້
ພາກັນຍ່າງໃນຂະບວນແຫ່ ຜ່ານຕົວເມືອງມໍາບາຍ​ໃນວັນ
ສຸກມື້ນີ້. ພວກປວງຊົນກໍວາງແຜນ ໄປເຕົ້າໂຮມກັນຢູ່ທີ່
ໂຮງແຮມທັນສະໄໝຫລູຫລາສອງແຫ່ງ ຢູ່ສະຖານີລົດໄຟ
ຮ້ານອາຫານ ແລະສູນກາງຂອງ​ຊາວຢີວ ບ່ອນທີ່​ຖືກ​ໂຈມ
ຕີເປັນ​ເວລາ 3 ມື້​ນັ້ນ. ພວກໂຈມຕີ 9 ຄົນໃນຈໍານວນ 10 ຄົນ ຖືກຂ້າຕາຍໃນການໂຈມ
ຕີທີ່ຮ້າຍແຮງຄັ້ງນັ້ນ. ສ່ວນຜູ້ກໍ່ການຮ້າຍຄົນ​ດຽວທີ່ລອດຊີວິດກໍ​ໄດ້ຖືກສານຕັດສິນປະ ຫານຊີວິດ.

ໃນວັນພະຫັດວານນີ້ ອິນເດຍໄດ້ສົ່ງສານການທູດສະບັບນຶ່ງ ໄປຍັງສະຖານທູດປາກີສຖານ
ທີ່ນະຄອນນີວ​ເເດລລີ ກ່າວຫາປາກີສຖານວ່າ ຖ່ວງດຶງການດໍາເນີນຄະດີຊາວປາກີສຖານ 7
ຄົນ ທີ່ຖືກຈັບໃນຂໍ້ຫາວາງແຜນທໍາການໂຈມຕີເມືອງມໍາບາຍ ​ໃນປີ 2008 ນັ້ນ.

XS
SM
MD
LG