ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ເຄື່ອນໄຫວ ເພື່ອຕໍ່ຕ້ານ ອິດທິພົນ ທີ່ມີເພີ້ມຂຶ້ນ ຂອງຈີນ ຢູ່ໃນຂົງເຂດ


ລັດຖະມົນຕີຕ່າງປະເທດອິນເດຍ ທ່ານສຸສມາ ຊະວາຣາ (ກາງ) ເດີນທາງໄປເຖິງສະໜາມບິນ ກັດມັນດູ ປະເທດເນປານ.
ລັດຖະມົນຕີຕ່າງປະເທດອິນເດຍ ທ່ານສຸສມາ ຊະວາຣາ (ກາງ) ເດີນທາງໄປເຖິງສະໜາມບິນ ກັດມັນດູ ປະເທດເນປານ.

ອິນ​ເດຍ​ ໄດ້ເຊັນ​ຂໍ້​ຕົກລົງ ​ທີ່​ຈະ​ສ້າງ​ຖານທັບ​ເຮືອ ​ຢູ່ໝູ່​ເກາະເຊ​ແຊ​ລ ໃນມະຫາ​ສະໝຸດ
​ອິນ​ເດຍ​ ​ເພື່ອ​ຕ້ານຢັນ​ກັບ​ອິດທິພົນທີ່ມີເພີ້ມຂຶ້ນ​ຂອງ​ຈີນ ຢູ່​ໃນ​ຂົງ​ເຂດດັ່ງກ່າວ. ລັດຖະ
ມົນຕີ​ຕ່າງປະ​ເທດ​ອິນ​ເດຍ ຍັງ​ໄດ້​ທຳ​ການ​ຢ້ຽມຢາມ​ເນ​ປານ ທີ່​ບໍ່​ມີ ມາ​ກ່ອນ ບ່ອນ​ທີ່​ພັກ​
ຄອມ​ມິ​ວນິສຊຶ່ງເປັນມິດກັບ​ຈີນ​ ມີ​ກຳນົດຈະ​ເຂົ້າກຳ​ອຳນາດໃນໄວໆນີ້.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ທັງ​ສອງ ​ໃນ​ຮອບອາທິດ​ທີ່​ຜ່ານ​ມາ​ໄດ້​ເນັ້ນ
ໃຫ້ເຫັນເຖິງຄວາມ​ເປັນ​ຫ່ວງ​ຂອງ​ອິນ​ເດຍ ກ່ຽວ​ກັບ​ການ​ຂະຫຍາຍອິດທິພົນຂອງ​ຈີນ
ເຂົ້າມາ​ໃນ​ເຂດມະຫາ​ສະໝຸດ​ອິນ​ເດຍ ​ແລະ​ເພື່ອນ​ບ້ານ​ທີ່​ຢູ່ໃກ້ຄຽງນັ້ນ.

ພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ເຊັນກັນໃນ​ອາທິດ​ແລ້ວ​ນີ້​ກັບ​ເຊ​ແຊ​ລ ອິນ​ເດຍຈະ​ສ້າງເດີ່ນ​ເຮືອບິນ
​ແລະຂົວ​ເດ່​ອອກ​ໄປເພື່ອໃຫ້ກຳປັ່ນເຂົ້າຈອດຢູ່ເກາະ​ Assumption. ຖານ​ທັບ​ນີ້ຈະ​ຊ່ວຍ​ໃຫ້ອິນເດຍ ມີໜ້າເພີ້ມຂຶ້ນ​ຢູ່​ໃນ​ມະຫາ​ສະໝຸດ​ອິນ​ເດຍແລະ​ຂະຫຍາຍ​ການມີໜ້າຂອງ
​ກອງທັບ​ເຮືອ​ອິນ​ເດຍ ໂດຍ​ອະນຸຍາດ​ໃຫ້​ມີ​ການ​ສັບ​ປ່ຽນ​ບັນດາ​ກຳ​ປັ່ນ ​ແລະ​ເຮືອບິນຢູ່
ທີ່ໝູ່​ເກາະດັ່ງກ່າວ.

ປະທານາທິບໍ ຈີບູຕີ ທ່ານອິສແມລ ໂອມາ ແກນເລ (ຂວາ) ຍ່າງກັບປະທານປະເທດຈີນ ທ່ານສີ ຈິນຜິງ ລະຫວ່າງພິທີຕ້ອນຮັບ ຢູ່ນອກຫໍສາລາປະຊາຊົນ ປະເທດຈີນ.
ປະທານາທິບໍ ຈີບູຕີ ທ່ານອິສແມລ ໂອມາ ແກນເລ (ຂວາ) ຍ່າງກັບປະທານປະເທດຈີນ ທ່ານສີ ຈິນຜິງ ລະຫວ່າງພິທີຕ້ອນຮັບ ຢູ່ນອກຫໍສາລາປະຊາຊົນ ປະເທດຈີນ.

ລັດຖະມົນຕີ​ຕ່າງປະ​ເທດ​ອິນ​ເດຍ ທ່ານ​ສຸບຣາມາ​ນຽມ ​ແຈ​ຊັງ​ກາ ກ່າວ​ຫລັງ​ຈາກ​ການ
ເຊັນສັນຍາ ຊຶ່ງ​ໄດ້​ເຈລະຈາກັນບົນ​ພື້ນຖານຂອງ​ຂໍ້​ຕົກ​ລົງ​ຂັ້ນ​ຕົ້ນທີ່ເຊັນກັນໃນ​ປີ 2015
ວ່າ “ຄວາມ​ສຳພັນ​ກັບ​ບັນດາ​ປະ​ເທດ​ຕ່າງໆ​ຢູ່​ໃນ​ຂົງ​ເຂດ​ມະຫາ​ສະໝຸດອິນ​ເດຍ ​ແລະ
ການປົກປັກຮັກສາ​ບັນຍາກາດ​ແຫ່ງສັນຕິພາບ ​ແລະ​ສະຖຽນ​ລະ​ພາບ ​ເປັນ​ສິ່ງ​ສຳຄັນ
​ໃນນະ​ໂຍບາຍການຕ່າງປະເທດ​ຂອງ​ອິນ​ເດຍ​.

ໂຄງຮ່າງການກໍ່ສ້າງຂອງຈີນ ທີ່ເຫັນຢູ່ໝູ່ເກາະ ສະແປຣຕລີ ທີ່ໂຕ້ຖຽງກັນ ໃນທະເລຈີນໃຕ້.
ໂຄງຮ່າງການກໍ່ສ້າງຂອງຈີນ ທີ່ເຫັນຢູ່ໝູ່ເກາະ ສະແປຣຕລີ ທີ່ໂຕ້ຖຽງກັນ ໃນທະເລຈີນໃຕ້.

ຄວາມ​ຕ້ອງການທາງຍຸດທະສາດ​ຂອງອິນ​ເດຍທີ່ຢາກມີຖານ​ທັບຢູ່​ຕ່າງ​ປະ​ເທດມີ​ຂຶ້ນ
ທ່າ​ມກາງ​ຄວາມ​ເປັນ​ຫ່ວງ ​ທີ່​ເພີ້ມທະວີຂຶ້ນ ກ່ຽວກັບການ​ປິດ​ລ້ອມ ​ໂດຍ​ການ​ຂະຫຍາຍ
ອິດທິພົນແບບແຂງຂັນ​ຂອງ​ຈີນ. ປັກ​ກິ່ງ ​ໄດ້​ເປີດ​ຖານ​ທັບຢ່າງເປັນ​ທາງ​ການ ​ໃນຈີ​ບູຕີ​
ໃນ​ເຂດອາ​ຟຣິກາຕາ​ເວັນ​ອອກ​ໃນ​ເດືອນ​ສິງຫາ​ແລ້ວ​ນີ້. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ມີ​
ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່ ກຳລັງຂອງ​ຈີນພວມເລີ້ມ ປິດລ້ອມອິນເດຍ ​ຢູ່​ໃນ​ບັນດາ​ປະ
ເທດຕ່າງໆ ເຊັ່ນ​ວ່່າ ບັງ​ກລາ​ແດັສ ມຽນມາ ມາລ​ດິບ ​ແລະ​ສຣີລັງກາ ທີ່​ໄດ້​ລົງ​ນາມໃນ
ແຜນການທີ່ກະ​ຕືລື​ລົ້ນ ນຶ່ງ​ແລວທາງ​ນຶ່ງ​ເສັ້ນທາງ ຂອງປັກກິ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG