ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນເດຍ ມີ COVID ຫຼາຍກວ່າ 400,000 ກໍລະນີ ແລະ ເສຍຊີວິດຫຼາຍກວ່າ 4,000 ຄົນພາຍໃນ 24 ຊົ່ວໂມງ


ລົດໂຮງໝໍເດີນທາງກັບ ຫລັງຈາກໄດ້ສົບຜູ້ເສຍຊີວິດຍ້ອນ COVID-19 ຢູ່ສະຖານທີ່ຈູດສົບກາງແຈ້ງໃນເມືອງ ບັງກາລໍ, ອິນເດຍ. 8 ພຶດສະພາ, 2021.
ລົດໂຮງໝໍເດີນທາງກັບ ຫລັງຈາກໄດ້ສົບຜູ້ເສຍຊີວິດຍ້ອນ COVID-19 ຢູ່ສະຖານທີ່ຈູດສົບກາງແຈ້ງໃນເມືອງ ບັງກາລໍ, ອິນເດຍ. 8 ພຶດສະພາ, 2021.

ວິກິດການໄວຣັສໂຄໂຣນາໃນ ອິນເດຍ ແມ່ນບໍ່ໄດ້ເບົາບາງລົງເທື່ອ, ໂດຍທີ່ປະເທດດັ່ງກ່າວໄດ້ລາຍງານໃນວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ນັບຕົວເລກການຕິດເຊື້ອໃໝ່ຫຼາຍກວ່າ 403,000 ກໍລະນີ ແລະ ເສຍຊີວິດ 4,000 ຄົນ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ.

ນອກຈາກນັ້ນ, ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ກ່າວວ່າ ຕົວເລກດັ່ງກ່າວມີຄວາມເປັນ ໄປໄດ້ວ່າຕໍ່າກວ່າຈຳນວນທີ່ແທ້ຈິງ.

ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ບໍ່ໄດ້ກຳນົດການກັກບໍລິເວນທົ່ວປະເທດ ເພື່ອຊ່ວຍຢຸດການແຜ່ລາມຂອງໄວຣັສໂຄໂຣນາ ເຖິງແມ່ນຈະມີການຮຽກຮ້ອງໃຫ້ເຮັດໂດຍນັກການເມືອງຫຼາຍຄົນ ແລະ ບັນດາເຈົ້າໜ້າທີ່ສາທາລະນະສຸກກໍຕາມ. ແຕ່ແນວໃດກໍຕາມບາງລັດ ຖະບານທ້ອງຖິ່ນແມ່ນໄດ້ກຳນົດການກັກບໍລິເວນໃນເຂດອຳນາດຂອງເຂົາເຈົ້າເອງ.

ນະຄອນຫຼວງ ນິວເດລີ ໄດ້ປະກາດວ່າການກັກບໍລິເວນທີ່ໄດ້ເລີ່ມຂຶ້ນໃນວັນທີ 20 ເມສາທີ່ຜ່ານ ຈະຖືກຕໍ່ເວລາໄປຈົນຮອດວັນທີ 17 ພຶດສະພາ. ນະຄອນຫຼວງຂອງ ອິນເດຍ ດັ່ງກ່າວຍັງໄດ້ປະກາດວ່າການບໍລິການລົດໄຟໃຕ້ດິນຈະຖືກຍົກເລີກຊົ່ວຄາວເລີ່ມຕົ້ນວັນຈັນມື້ນີ້.

ໃນລັດ ທະມິລ ນາດູ ຢູ່ພາກໃຕ້ຂອງປະເທດໄດ້ກ່າວວ່າເຂົາເຈົ້າຈະປ່ຽນການກັກບໍລິເວນສ່ວນນຶ່ງ ໄປເປັນການກັກບໍລິເວນຢ່າງເຕັມທີ່ ຫຼັງຈາກລັດ ຄານາຕາກາ ທີ່ຢູ່ໃກ້ຄຽງໄດ້ຂະຫຍາຍການກັກບໍລິເວນເຕັມທີ່ຂອງເຂົາເຈົ້າໃນວັນສຸກທີ່ຜ່ານມາ.

ໃນການສຳພາດກັບອົງການຂ່າວ ຝຣັ່ງ ໃນວັນເສົາທີ່ຜ່ານມາ, ທ່ານນາງຊຸເມຍ ສວາມີນາທານ, ຫົວໜ້ານັກວິທະຍາສາດຂອງອົງການອະນາໄມໂລກໄດ້ເຕືອນວ່າ “ລັກສະນະຂອງການລະບາດວິທະຍາທີ່ພວກເຮົາເຫັນໃນ ອິນເດຍ ມື້ນີ້ໄດ້ລະບຸໃຫ້ເຫັນວ່າມັນເປັນສາຍພັນທີ່ແຜ່ລະບາດຢ່າງວ່ອງໄວຫຼາຍ.”

ທ່ານນາງ ສວາມີນາທານ ໄດ້ກ່າວວ່າສາຍພັນ B.1.617 ຂອງໄວຣັສໂຄໂຣນາທີ່ກໍ່ໃຫ້ເກີດ COVID-19 ນັ້ນ ເຫັນໄດ້ຊັດວ່າເປັນປັດໄຈທີ່ຊ່ວຍເຫຼືອໃຫ້ເກີດໄພຫາຍະນະໃນ ອິນເດຍ, ເຊິ່ງແມ່ນບ້ານເກີດຂອງທ່ານນາງ.

ຜູ້ຊ່ຽວຊານໂຣກຂອງເດັກນ້ອຍ ແລະ ນັກວິທະຍາສາດການແພດ ອາຍຸ 62 ປີ ນັ້ນ ໄດ້ກ່າວຕື່ມວ່າ “ມັນໄດ້ມີຫຼາຍປັດໄຈທີ່ໄດ້ຊ່ວຍໃຫ້ສິ່ງນີ້ເກີດຂຶ້ນ. ໄວຣັສທີ່ກໍ່ໃຫ້ເກີດການແຜ່ລາມຢ່າງວ່ອງໄວຣັສກໍແມ່ນນຶ່ງໃນນັ້ນ.” ທ່ານນາງໄດ້ກ່າວຕື່ມວ່າ, ແນວໃດກໍຕາມ, ການເຕົ້າໂຮມກັນຂະໜາດໃຫຍ່ ແລະ ການບໍ່ໃສ່ໜ້າກາກກໍມີບົດບາດເຊັ່ນກັນ.

ໄວຣັສສາຍພັນ B.1.617 ໄດ້ຖືກກວດພົບຄັ້ງທຳອິດໃນ ອິນເດຍ ເມື່ອເດືອນຕຸລາປີກາຍນີ້. ສະຫະລັດ ແລະ ອັງກິດ ໄດ້ພິຈາລະນາມັນວ່າເປັນ “ສາຍພັນທີ່ໜ້າເປັນຫ່ວງ,” ເຊິ່ງໄດ້ລະບຸໃຫ້ເຫັນວ່າມັນອັນຕະລາຍກວ່າໄວຣັສດັ້ງເດີມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG