ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກືອບ 600 ຄົນ ເສຍຊີວິດ ຍ້ອນນໍ້າຖ້ວມ ແລະດິນເຈື່ອນ ຢູ່ອິນເດຍ (ວີດີໂອ)


ເກີດຝົນຕົກໜັກ ດິນເຈື່ອນ ທີ່ເຮັດຫລາຍໝູ່ບ້ານ ຖືກນໍ້າຊຸໄປ ແລະເກືອບ 600 ຄົນເສຍຊີວິດ
ເກີດຝົນຕົກໜັກ ດິນເຈື່ອນ ທີ່ເຮັດຫລາຍໝູ່ບ້ານ ຖືກນໍ້າຊຸໄປ ແລະເກືອບ 600 ຄົນເສຍຊີວິດ
ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ເດຍ ກ່າວ​ວ່າ ນໍ້າ​ຖ້ວມຊຸ ​ແລະ​ດິນ​ເຈື່ອນ ​ທີ່
ເກີດ​ມາ​ຈາກຝົນຕົກ​ໜັກ​ໃນ​ລະດູ​ລົມ​ມໍ​ລະ​ສຸມ ຢູ່​ພາກ​ເໜືອຂອງ
​ປະ​ເທດເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ ​ເກືອບ 600 ຄົນ ແລະອີກຫລາຍ​
ສິບ​ພັນ​ຄົນ ຕົກ​ຄ້າງ ຫລື​ຫາຍ​ສາບ​ສູນ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ຝົນຕົກ​ໜັກຍັງ​ຄາດ​ວ່າ
ຈະ​ດໍາ​ເນີນ​ຕໍ່​ໄປ​ອີກ​ຫລາຍ​ມື້​ຂ້າງ​ໜ້າ ​ໃນ​ຂະນະ​ທີ່​ພວກ​ກູ້​ໄພ ພາ
ກັນ​ປະຕິບັດ​ງານ​ຊ່ວຍ​ເຫລືອ ຫລາຍ​ກວ່າ 50,000 ພັນ​ຄົນ​ທີ່​ຕົກ​
ຄ້າງ​ຢູ່ທີ່​ລັດ Uttarakhand ທີ່​ຕັ້ງຢູ່​ໃນ​ເຂດ ພູ​ຫິມະ​ໄລ.

ນໍ້າທີ່ໄຫລແຮງ ​ໄດ້ພັດຊຸ​ເອົາ​ຫລາຍໆ​ໝູ່ບ້ານ ​ໄປ​ໝົດ​ທັງ​ບ້ານ​.
ພວກ​ກູ້​ໄພ ​ໄດ້ພາກັນຊ່ວ​ຍ​ເຫລືອ​ 30,000 ພັນກວ່າ​ຄົນ ໃນ​ລະ
ຍະ​ຫ້າ​ມື້​ທີ່​ຜ່ານ​ມາ. ມີຫລາຍ​ສິບ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບຈາກ​ໄພ
​ນໍ້າຖ້ວມ​ໃນ​ຄັ້ງນີ້ ​ແມ່ນຮວມ​ທັງ​ພວ​ກ​ໄປ​ສະ​ແຫວ​ງບຸນຂອງ​ສາ
ສະໜາ​ຮິນ​ດູຈຸ​ນຶ່ງແລະ​ພວກນັກ​ທ່ອງ​ທ່ຽວ​ອີກ​ກຸ່ມ​ນຶ່ງ ​ທີ່ໄດ້​ຖືກ
ຊ່ວຍ​ກູ້ໄພ​ຈາກ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ.

ອິນ​ເດຍ​ແມ່ນລື້ງ​ເຄີຍ​ກັບ​ໄພ​ນໍ້າ​ຖ້ວມທີ່​ມີ​ຂຶ້ນເປັນ​ປະຈຳ​ຍ້ອນ​ຝົນຕົກ​ໜັກ​ໃນ​ລະດູ​ລົມມໍ​ລະ
ສຸມ ​ແຕ່​ວ່າໃນປີ​ນີ້ ຝົນຕົກ​ໜັກ​ໄດ້​ມີ​ຂຶ້ນ​ກ່ອນ​ກໍານົດ​ນຶ່ງ​ອາທິດ ​ເຮັດ​ໃຫ້​ຜູ້​ຄົນ​ພາກັນ​ແລ່ນ​
ຊອກ​ຫາ​ບ່ອນຢູ່​ທີ່​ປອດ​ໄພ ​ຈາກ​ນໍ້າ ​ທີ່​ລົ້ນຝັ່ງ​ແມ່​ນໍ້າ​ຕ່າງໆ​ຂຶ້ນ ຖ້ວມນັ້ນ​.

India
please wait
Embed

No media source currently available

0:00 0:01:04 0:00
XS
SM
MD
LG