ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບອິ​ນເດຍ​ກ່າວ​ວ່າ ທະ​ຫານ 5 ຄົນ​ຖືກ​ຂ້າ​ຕາຍ ໃນ​ການ​ລອ​ບ​ຍິງ​ຂອງ​ ພວກ​ກະ​ບົດ​ຢູ່​ໃນ​ແຄວ້ນ ແຄ​ສ​ເມຍ


(ພາບ​ໃນ​ແຟ​ມ) ສະ​ແດງ​ໃຫ້​ເຫັນ​ແຜນ​ທີ່​ຂອງ​ແຄວ້ນ​ແຄ​ສ​ເມຍ
(ພາບ​ໃນ​ແຟ​ມ) ສະ​ແດງ​ໃຫ້​ເຫັນ​ແຜນ​ທີ່​ຂອງ​ແຄວ້ນ​ແຄ​ສ​ເມຍ

ທະ​ຫານ​ອິນ​ເດຍ 5 ຄົນ​ ​ເສຍ​ຊີ​ວິດໄປ ​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນ​ເວ​ລາ​ທີ່​ພວກ​ກະ​ບົດ​ຕໍ່​ສູ້​ຕ້ານ​ການ​ປົກ​ຄອງ​ຂອງ​ອິນ​ເດຍ ໄດ້​ບຸກ​ໂຈມ​ຕີ​ລົດ​ທະ​ຫານ​ຢູ່​ໃນເຂດ ແຄວ້ນແຄ​ສ​ເມຍ​ຂອງ​ພູ​ຫິ​ມະ​ໄລ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ທະ​ຫານ​ອິນ​ເດຍ 5 ຄົນ​ ​ໄດ້ຖືກຂ້າຕາຍ ​ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນ​ເວ​ລາ​ທີ່​ພວກ​ກະ​ບົດ​ຕໍ່​ສູ້​ຕ້ານ​ການ​ປົກ​ຄອງ​ຂອງ​ອິນ​ເດຍ ໄດ້​ບຸກ​ໂຈມ​ຕີ​ລົດ​ທະ​ຫານ​ຢູ່​ໃນ ແຄວ້ນແຄ​ສ​ເມຍ ​ຂອງ​ພູ​ຫິ​ມະ​ໄລ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ຖະ​ແຫຼງການ​ຂອງ​ກອງທັບ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້ຍິງໂຈມ​ຕີໃສ່​ລົດ​ຂອງ​ກອງທັບ ຢູ່​ເຂດ​ສ່ວນນຶ່ງທາງພາກໃຕ້ຂອງ​ເມືອງຣາ​ເຈີ​ຣີ (Rajouri) ​ຕັ້ງຢູ່ໃກ້​ກັບ​ເສັ້ນທາງ​ທີ່​ມີການ​ຄວບ​ຄຸມ​ຢ່າງສູງຂອງ​ທະຫານ​ ​ທີ່​ແບ່ງແຍກເຂດ​ແດນ​ກັນ​ໃນ​ແຄວ້ນ​ແຄ​ສ​ເມຍລະຫວ່າງ​ອິນ​ເດຍ ແລະປາ​ກິ​ສຖານ. ຖະແຫລງການ ​ໄດ້​ກ່າວ​ວ່າ​ ມີ​ທະ​ຫານ 5 ຄົນ​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ ​ແລະ​ອີກ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ​.

ຖະ​ແຫຼງການ​ນີ້ກ່າວ​ວ່າ "ພວກ​ກໍ່​ການ​ຮ້າຍ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜ" ​ໄດ້​ "ສວຍ​ໃຊ້ຂໍ້​ໄດ້​ປຽບໃນ​ເວ​ລາຝົນຕົກ​ໜັກ​ ແລະ​ຄວາມ​ບໍ່ສາມາດ​ເບິ່ງເຫັນ​ໄດ້ແຈ້ງ​ ໃນ​ເຂດ​ດັ່ງກ່າວ."

ຖະ​ແຫຼງ​ການນີ້ກ່າວຕື່ມວ່າ "ຍານພາຫະນະດັ່ງກ່າວໄດ້ເກີດໄຟໄຫມ້ ຊຶ່ງ​ອາດ​ຈະເປັນ​ຍ້ອນ​ການໃຊ້ລະເບີດຝັງດິນ ໂດຍພວກກໍ່ການຮ້າຍກໍ​ເປັນ​ໄດ້." ບໍ່​ມີ​ການ​ຢືນ​ຢັນ​ຈາກ​ຝ່າຍ​ທີ່ເປັນ​ອິດ​ສະ​ຫລະ​ ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ.

ອິນ​ເດຍ ​ແລະ​ປາ​ກິສຖານ​ ເປັນຄູ່ປໍລະປັກທີ່ມີ​ອາວຸດ​ນິວ​ເຄລຍ​ ຕ່າງ​ກໍ​ປົກຄອງ​ສ່ວນ​ນຶ່ງ​ຂອງ​ແຄວ້ນ​ແຄ​ສ​ເມຍ ແຕ່​ທັງ​ສອງ​ອ້າງ​ເອົາກຳ​ມະ​ສິດ​ຕໍ່​ດິນແດນ​ທັງ​ໝົດ.

ກຸ່ມກະບົດໄດ້ຕໍ່ສູ້ກັນມາຕັ້ງແຕ່ປີ 1989 ເພື່ອຍາດເອົາເອກະລາດຂອງແຄ​ສ​ເມຍ ຫຼື ການເຕົ້າໂຮມເຂົ້າກັບປາກິສຖານ ທີ່​ຢູ່ໃກ້ຄຽງກັນ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG