ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ​ມຽນມາຢ້ຽມຢາມ​​ອິນ​ເດຽ


ຜູ້ນຳ​ສູງ​ສຸດ​ຂອງອຳນາດປົກຄອງ​ທະຫານຂອງມຽນມາສືບ​ຕໍ່​ການ​ເຄື່ອນ​ໄຫວຢ້ຽມຢາມ
ປະ​ເທດ​ອິນ​ເດຽ ເປັນ​ເວລາຫ້າ​ມື້ ​ໃນ​ວັນ​ຈັນ​ມື້ນີ້ ທີ່​ແນ​ໃສ່ເພື່ອ​ກະ​ຊັບ​ສາຍ​ພົວພັນໃຫ້
ແໜ້ນແຟ້ນ​ຂຶ້ນ ລະຫວ່າງ​ສອງ​ປະ​ເທດ​ເພື່ອນບ້ານນີ້.

ທ່ານນາ​ຍພົນ Than Shwe ​ໄດ້ເລີ່​ມທຳ​ການຢ້ຽມຢາມອິນ​ເດຽ​ໃນ​ວັນ​ອາທິດ​ວານ​ນີ້
ທີ່Gaya ​ເມືອງ​ວັດາ​ອາ​ຮາມ​ແລະ​ສະ​ແຫວ​ງບຸນ ​ໃນພາກຕາ​ເວັນ​ອອກ​ຂອງ​ອິນ​ເດຽ
ທີ່​ມີ​ຄວາມສຳຄັນ​ຍິ່ງສຳລັບ ທັງສາສະຫນາຮິນ​ດູ​ແລະ​ພຸດ.

ທ່ານນາ​ຍພົນ Than Shwe ມີໝາຍ​ກຳໜົດຈະ​ທຳ​ການສົນທະນາຫາລືໃນວັນອັງຄານ
ມື້ອື່ນນີ້ ກັບນາຍົກລັດຖະມົນຕີ Manmohan Singh ​ແລະ​ປະທານາທິບໍດີ Pratibha
Patil. ພ້ອມ​ດຽວ​ກັນນີ້​ ຄາດ​ວ່າທ່ານຍັງ​ຈະ​ໄດ້ເຊັນ​ຂໍ້​ຕົກລົງ​ຫຼາຍ​ສະບັບ ກ່ຽວ​ການ​ແລກ​
ປ່ຽນທາງ​ການ​ຄ້າ​ແລະ​ການ​ທະຫານ​ນຳ ລະຫວ່າງ​ປະ​ເທດ​ທັງ​ສອງ

ອົງການ​ຄຸ້ມຄອງ​ສິດທິມະນຸດ​ທີ່​ມີ​ສຳນັກງານ​ຢູ່ New York ​ໄດ້ອອກຄຳ​ຖະ​ແຫລ​ງ
ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ ຮຽກຮ້ອງໃຫ້​ທາງ​ການ​ອິນ​ເດຽຍົກ​ ສວາຍ​ເອົາ​ການ​ຢ້ຽມ
ຢາມ​ຂອງ ນາ​ຍພົນ Shwe ໃນ​ຄັ້ງ​ນີ້ ເປັນໂອກາດ​ເຕືອນ​ທາງ​ອຳນາດ​ປົກຄອງ​ທະ
ຫານຂອງມຽນມາ​ວ່າ ປະວັດ​ດ້ານ​ການ​ລະ​ເມີດ​ສິດ​ທິມະນຸດຂອງ​ລັດຖະບານ​ມຽນ
ມາ​ນັ້ນ ໄດ້​ຖ່ວງ​ດຶງການ​ພັດທະ ນາ​ສ້າງສາ​ປະ​ເທດ ພ້ອມ​ນີ້​ຍັງ​ສ້າງ​ຄວາມ​ຫຍຸ້ງ
ຍາກ​ທາງ​ການ​ເມືອງໃຫ້​ອິນ​ເດ​ຽ​ແລະ​ປະ​ເທດ​ເພື່ອນບ້ານ​ອື່ນໆ​ໃນ​ຂົງ​ເຂດ​ ​ໃຫ້ມີ​ຄວາມ
ລຳບາກ​ໃຈອີກ.

XS
SM
MD
LG