ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລົດໄຟຕົກລາງ ທີ່ອິນເດຍ


ລົດໄຟຕົກຮາງ ແລະຕຳກັນ ຢູ່ອິນເດຍ 20 ພຶດສະພາ 2010
ລົດໄຟຕົກຮາງ ແລະຕຳກັນ ຢູ່ອິນເດຍ 20 ພຶດສະພາ 2010

ຕຳຫຼວດ ໃນພາກຕາເວັນອອກ ຂອງອິນເດຍ ກ່າວວ່າ ພວກທີ່ສົງໄສວ່າ ເປັນກຸ່ມກະບົດ ນິຍົມເໝົາເຊຕຸງ ໄດ້ເຮັດໃຫ້ລົດໄຟ ຂະບວນນຶ່ງ ຕົກລາງ ແລ້ວແລ່ນໄປຕຳເອົາ ລົດໄຟອີກຂະບວນນຶ່ງ ເປັນເຫດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 65 ຄົນ ແລະ ໄດ້ຮັບບາດເຈັບອີກ ຫຼາຍກວ່າ 200 ຄົນ.

ຜູ້ບັນຊາການຕຳຫຼວດ ໃນແຄວ້ນເບັງກາລ ຕາເວັນຕົກ ທ່ານ BHUPINDER SINGH ກ່າວວ່າ ເປັນທີ່ຈະແຈ້ງວ່າ ແມ່ນກຸ່ມກະບົດ ນິຍົມເໝົາເຊຕຸງ ເປັນຜູ້ກໍ່ວິນາສະກຳ ຂະບວນລົດໄຟດ່ວນ ທີ່ພວມເດີນທາງ ແຕ່ເມືອງໂກລກາຕາ ໃນພາກຕາເວັນອອກ ສຽງເໜືອຂອງອິນເດຍ ໄປຍັງເມືອງມຸມໄບ.

ອົງການຂ່າວ ຂອງອິນເດຍ ໃນຂັ້ນຕົ້ນ ລາຍງານວ່າ ກຸ່ມກະບົດ ນິຍົມເໝົາເຊຕຸງ ທີ່ມີຊື່ວ່າ ຄະນະກຳມະການ ປະຊາຊົນ ຕ້ານການກໍ່ໂທດກຳ ຂອງຕຳຫຼວດ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີມື້ນີ້ ແຕ່ໂຄສົກ ຂອງກຸ່ມດັ່ງກ່າວ ໄດ້ປະຕິເສດ ໃນເວລາຕໍ່ມາວ່າ ຕົນບໍ່ມີສ່ວນ ພົວພັນໃດໆ.

ເຈົ້າໜ້າທີ່ ພວມດຳເນີນ ການສືບສວນວ່າ ແມ່ນຫຍັງຄືສາເຫດ ທີ່ພາໃຫ້ລົດໄຟຕົກລາງ. ລັດຖະມົນຕີ ກະຊວງພາຍໃນ ອິນເດຍ ທ່ານ P. CHIDAMBARAM ກ່າວວ່າ ເປັນທີ່ປາກົດວ່າ ໄດ້ມີການຖອດສ່ວນນຶ່ງ ຂອງລາງລົດໄຟອອກ ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດ ລົງຄວາມເຫັນໄດ້ວ່າ ມີການວາງລະເບີດ ພົວພັນນຳຫລືບໍ່ ດັ່ງທີ່ໄດ້ ມີການລາຍງານໄປແລ້ວ ກ່ອນໜ້ານີ້.

ເຈົ້າໜ້າທີ່ກ່າວວ່າ 13 ຕູ້ ຂອງລົດໄຟຂະບວນນີ້ ໄດ້ແລ່ນອອກຈາກລາງ ແລະໄປຕຳ ກັບລົດໄຟ ລຳລຽງເຄື່ອງ ຂະບວນນຶ່ງ ທີ່ແລ່ນມາຈາກ ທິດທາງກົງກັນຂ້າມ.

XS
SM
MD
LG