ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳອິນເດຍ ຢ້ຽມຢາມຈີນ


ແຜນທີ່ອິນເດຍ
ແຜນທີ່ອິນເດຍ

ປະທານາທິບໍດີ ອິນເດຍ ຈະພົບປະ ກັບເຈົ້າໜ້າທີ່ຂັ້ນສູງ ຂອງຈີນທີ່ນະຄອນຫຼວງປັກກິ່ງ ໃນວັນພະຫັດມື້ນີ້ ເພື່ອທຳ ການເຈລະຈາຫາລື ແນໃສ່ປັບປຸງ ແລະເສີມຂະຫຍາຍ ຄວາມສຳພັນ ຊຶ່ງໃນບາງຄັ້ງບາງຄາວ ໄດ້ເກີດບັນຫາ ຂັດແຍ້ງກັນນັ້ນ.

ປະທານາທິບໍດີ ອິນເດຍ ທ່ານນາງ PRATIBHA PATIL ມີກຳນົດ ທີ່ຈະພົບປະ ກັບທ່ານຫູຈິນເທົາ ປະທານປະເທດ ຈີນແລະນາຍົກລັດຖະມົນຕີ ເຫວັນ ເຈຍບາວ ແລະຄາດກັນວ່າ ຈະມີການລົງນາມ ໃນຂໍ້ຕົກລົງ ທາງດ້ານການຄ້າ ຈຳນວນນຶ່ງ.

ການຢ້ຽມຢາມ ເປັນເວລາ 6 ມື້ ຂອງທ່ານນາງ PATIL ແມ່ນການຢ້ຽມຢາມຈີນ ຄັ້ງທຳອິດ ຂອງຜູ້ນຳ ລັດຖະບານ ອິນເດຍ ໃນຮອບນຶ່ງ ທົດສະວັດ. ນອກນັ້ນ ທ່ານນາງ ຍັງຈະເດີນທາງ ໄປຢ້ຽມນະຄອນຊຽງໄຮ້ ແລະແຂວງເຫໜານ ເພື່ອໄປຮ່ວມ ພິທີເປີດ ວັດສາສະໜາພຸດ ແບບອິນເດຍ ທີ່ນັ້ນ.

ປະເທດທັງສອງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຄວາມກ້າວໜ້າ ໃນຄວາມສຳພັນ ລະຫວ່າງ ກັນແຕ່ຍັງມີການ ບໍ່ລົງຮອຍກັນ ກ່ຽວກັບບັນຫາ ທີ່ສຳຄັນໆ ຮວມທັງຄວາມເຄັ່ງຕຶງ ຢູ່ຕາມບໍລິເວນຊາຍແດນ ລະຫວ່າງປະເທດທັງສອງ ແລະການເຂົ້າເຖິງ ຊັບພະຍາກອນ ແລະຕະຫລາດ ຂອງກັນແລະກັນ.

XS
SM
MD
LG