ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອຸບັດຕິເຫດ ເຮືອບິນ ແລ່ນກາຍເດີ່ນ ຢູ່ອິນເດຍ


ເຮືອບິນໂດຍສານລຳນຶ່ງ ຂອງສາຍການບິນ ແອຣ໌ອິນເດຍ ໄດ້ປະສົບອຸບັດ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ຫຼັງຈາກ ໄດ້ແລ່ນກາຍທາງແລ່ນ ຂອງສະໜາມບິນ ໃນພາກໃຕ້ ຂອງປະເທດອິນເດຍ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 159 ຄົນ.

ເຈົ້າໜ້າທີ່ ກ່າວວ່າ ມີ 8 ຄົນ ລອດຊີວິດມາໄດ້ ແລະໄດ້ຖືກນຳໂຕ ສົ່ງໂຮງພະຍາບານ ຢ່າງຮີບດ່ວນ ແຕ່ນຶ່ງໃນຈຳນວນ ພວກທີ່ລອດຊີວິດມາໄດ້ 8 ຄົນນັ້ນ ໄດ້ເສຍຊີວິດ ໃນເວລາຕໍ່ມາ. ເຮືອບິນລຳນີ້ ບັນທຸກຜູ້ໂດຍສານ 160 ຄົນ ທັງໝົດ ເປັນຊາວອິນເດຍ ແລະພະນັກງານ ຂອງເຮືອບິນອີກ 6 ຄົນ ໃນຖ້ຽວບິນ ທີ່ບິນມາແຕ່ດູໄບ.

ເຈົ້າໜ້າທີ່ ເວົ້າວ່າ ເຮືອບິນໂດຍສານລຳນີ້ ໄດ້ລົງຈອດ ທີ່ສະໜາມບິນ ມັງກາລໍ ໃນແຄວ້ນ ກາຣ໌ນາຕາກາ ກ່ອນທີ່ຈະແລ່ນ ກາຍທາງແລ່ນ ອອກໄປໃສ່ ບໍລິເວນເນີນພູ ແລະລຸກໃໝ້ ເປັນແປວໄຟ.

ພວກທີ່ ລອດຊີວິດມາໄດ້ ກ່າວວ່າ ເຂົາເຈົ້າໄດ້ພະຍາຍາມ ຫລົບໜີ ຫຼັງຈາກເຮືອບິນ ຫັກອອກເປັນສອງທ່ອນ ແລະລຸກໃໝ້ ເປັນແປວໄຟ ທີ່ພາໃຫ້ ມີແປວຄວັນຂະໜາດໃຫຍ່ ກຸ້ມຂຶ້ນສູ່ທ້ອງຟ້າ.

ລັດຖະມົນຕີ ການບິນພົນລະເຮືອນ ຂອງອິນເດຍ ທ່ານ PRAFUL PRATEL ກ່າວໃນຕອນບ່າຍ ວັນເສົາມື້ນີ້ວ່າ ຊາກຂອງ ເຮືອບິນທັງໝົດ ໄດ້ພົບເຫັນແລ້ວ ແລະການສືບສວນ ກຳລັງດຳເນີນຢູ່ ໃນເວລານີ້. ພວກກູ້ໄພ ຍັງສືບຕໍ່ ຊອກຫາຊາກສົບ ຢູ່ຕາມບໍລິເວນ ທີ່ເກີດອຸບັດຕິເຫດ.

ເຈົ້າໜ້າທີ່ ກ່າວວ່າ ການເບິ່ງບໍ່ເຫັນ ໃນໄລຍະໄກ ແລະສະພາບຝົນຕົກ ໃນເຂດດັ່ງກ່າວ ອາດມີສ່ວນ ໃນການເກີດ ອຸບັດຕິເຫດ ຄັ້ງນີ້. ທາງແລ່ນ ຂອງສະໜາມບິນນີ້ ຕັ້ງຢູ່ເທິງເນີນພູ ແລະເຄີຍມີຊື່ສຽງມາແລ້ວ ກ່ຽວກັບບັນຫາ ໃນການລົງຈອດ.

XS
SM
MD
LG