ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ເມສາ ໒໐໒໕

ອິນເດຍ ກຽມທີ່ຈະໃຫ້ອິດສະຫຼະ ກັບການອອກວີຊ່າ ສຳ​ລັບນັກວິຊາການທາງດ້ານເທັກນິກ ຈີນ


​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ​ໂມ​ດີ, ໜ້າ, ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ຫຼັງ, ຈັບ​ມື​ກັບ​ຜູ້​ແທນ​ຄົນ​ອື່ນໆ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ.
​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ​ໂມ​ດີ, ໜ້າ, ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ຫຼັງ, ຈັບ​ມື​ກັບ​ຜູ້​ແທນ​ຄົນ​ອື່ນໆ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ.

ອິນ​ເດຍ​ ຄາດ​ວ່າ​ຈະ​ເລັ່ງ​ຂະ​ບວນ​ການ​ອອກ​ວີ​ຊ່າ​ໃຫ້​ບັນ​ດາ​ນັກ​ວິຊາການດ້ານ ເທັກນິກ​ຈີນ, ເນື່ອງຈາກ​ວ່າ ອິນເດຍ ກຳລັງພະຍາຍາມເອົາຊະນະຄວາມ​ຫຼ້າຊ້າ​ຂອງ​ຫົວ​ໜ່ວຍ​ການ​ຜະ​ລິດ ​ທີ່​ໄດ້​ກີດ​ຂວາງ​ການ​ລົງ​ທຶນມູນຄ່າ​ຫຼາຍ​ຕື້​ໂດ​ລາ, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສາມ​ຄົນ​ກ່າວ​, ອີງຕາມອົງການຂ່າວ Reuters.

ຫຼັງຈາກບັນດາປະເທດທີ່ຕິດອາວຸດນິວເຄລຍ ໄດ້ປະທະກັນຢູ່ຊາຍແດນ ພູຫິມະໄລ (Himalayan) ຂອງພວກເຂົາ ໃນກາງປີ 2020, ອິນເດຍ ໄດ້ປິດ ກັ້ນນັກທ່ອງທ່ຽວຈີນເກືອບທັງຫມົດ, ລວມເຖິງການລົງທຶນຈາກປະເທດເພື່ອນ ບ້ານ, ແຕ່ກໍາລັງພິຈາລະນາຄືນໃຫມ່ ກ່ຽວກັບຈຸດຢືນຂອງຕົນ ໃນເລື້ອງວີຊ່າ ເນື່ອງຈາກຄວາມສູນເສຍ ເພີ່ມຫຼາຍຂຶ້ນ.

ແຜນການເລັ່ງການອະນຸມັດວີຊ່າແມ່ນໄດ້ຮັບການສະຫນັບສະຫນູນຈາກກະຊວງການຄ້າ ແລະກໍາລັງໄດ້ຮັບການພິຈາລະນາໄປ "ໃນທາງບວກ" ໂດຍກະຊວງ ການຕ່າງປະເທດ, ເຖິງແມ່ນວ່າຈະມີການສະຫງວນທ່າທີໃນເບື້ອງຕົ້ນ ກ່ຽວກັບ ການຢຸດຄວາມສໍາພັນກັບຈີນ ຕະຫຼອດໄລຍະເວລາ 4 ປີ, ນຶ່ງໃນເຈົ້າໜ້າທີ່ ກ່າວ.

ເຈົ້າໜ້າທີ່ທ່ານນຶ່ງ ທີ່ຮັບຮູ້ກ່ຽວກັບລາຍລະອຽດດັ່ງກ່າວເວົ້າວ່າ ຂະແໜງອຸດ ສາຫະກຳພາຍໃນ ແລະເຈົ້າໜ້າທີ່ລັດຖະບານ ໄດ້ຮຽກຮ້ອງໃຫ້ກະຊວງການ ຕ່າງປະເທດທົບທວນຄືນບັນຫາດັ່ງກ່າວອີກຄັ້ງ, ຍ້ອນວ່າຄວາມຫຼ້າຊ້າດັ່ງກ່າວ ພາໃຫ້ເກີດຄວາມທ້າທາຍຕໍ່ຄວາມທະເຍີທະຍານຂອງນາຍົກລັດຖະມົນຕີ ນາເຣນດຣາ ໂມດີ (Narendra Modi) ທີ່ຈະຊຸກຍູ້ການຜະລິດໃນທ້ອງຖິ່ນ.

ເຈົ້າ​ໜ້າ​ທີ່​ໄດ້ຂໍບໍ່ໃຫ້​ເປີດ​ເຜີຍ​ຊື່ ​ເນື່ອງຈາກວ່າ​ການຕັດສິນ​ດັ່ງກ່າວ​ ຍັງ​ບໍ່​ທັນ​ໄດ້​ຖືກເປີດ​ເຜີຍ​ຕໍ່​ສາທາລະນະ.

ກະ​ຊວງ​ການ​ຄ້າ, ກະ​ຊວງ​ພາຍ​ໃນ, ແລະ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ບໍ່​ໄດ້​ຕອບ​ ​ອີ​ເມລຂໍ​ຄຳ​ເຫັນ ​ໃນ​ທັນ​ທີ.

ການທີ່ລັດຖະບານ ​ບໍ່​ຍອມ​ອະນຸມັດ​ວີ​ຊ່າ ​ໄດ້​ເຮັດ​ໃຫ້​ຂະ​ແໜງ​ການ​ຜະລິດ​ດ້ານອີເລັກ​ໂຕຣນິກ ​ເສຍ​ຫາຍ​ເຖິງ 15 ຕື້​ໂດ​ລາ​ສະຫະລັດ​ ໃນ​ໄລຍະ 4 ປີ​ທີ່​ຜ່ານ​ມາ, ໜັງສືພິມ Economic Times ກ່າວ​ ໂດຍອ້າງເຖິງການຄາດຄະເນ ຂອງອຸດສາຫະກຳດັ່ງກ່າວ.

ນັກວິຊາການ​ດ້ານເທັກນິກ ​ແມ່ນ​ຈຳ​ເປັນ ເພື່ອ​ດຳ​ເນີນ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ທີ່​ຜະລິດ​ຈາກ​ຈີນ​ ທີ່​ຕິດ​ຕັ້ງ​ຢູ່​ໃນ​ໜ່ວຍການ​ຜະລິດ​ເທັກ​ໂນ​ໂລ​ຊີຊັ້ນ​ສູງ​ຂອງ​ອິນ​ເດຍ ​ໃນ​ຂະ​ແໜງ​ອຸດສາຫະກຳ​ຕ່າງໆ ​ນັບ​ແຕ່​ໂທລະ​ຄົມ ໄປຈົນ​ເຖິງ​ຜະລິດ​ຕະພັນ​ເຫຼັກ​ກ້າ​ ແລະ​ແຜງ​ພະລັງງານແສງ​ອາທິດ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

India is expected to speed up the process of issuing visas for Chinese technicians, three government officials said, as it looks to overcome delays at manufacturing units that have hindered investments running into billions of dollars.

After the nuclear-armed nations clashed on their Himalayan frontier in mid-2020, India blocked virtually all Chinese visitors, as well as investments from its neighbour, but is reconsidering its stand on visas as the losses pile up.

The plan to hasten visa approvals is backed by the trade ministry and is being considered "positively" by the foreign ministry, despite its initial reservations over the four-year frost in ties with China, one of the officials said.

Domestic industry and government officials asked the foreign ministry to revisit the issue, said one official aware of the details, as the delays posed a challenge to Prime Minister Narendra Modi's ambition to boost local manufacturing.

The officials sought anonymity as the decision has not yet been made public.

The trade ministry, home ministry, and foreign ministry did not immediately respond to emails seeking comment.

The government's reluctance to approve visas stacked up production losses of $15 billion for the electronics manufacturing sector alone during the last four years, the Economic Times newspaper has said, citing an industry estimate.

The technicians are needed to operate Chinese-made machinery installed in Indian high-tech manufacturing units in industries ranging from telecoms to steel products and solar panels.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG