ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ປິດກັ້ນ 75 ເມືອງ ໃນທົ່ວປະເທດ ເພື່ອຄວບຄຸມ ການລະບາດ ຂອງໄວຣັສ COVID-19


ພວກນັກຮຽນ ຊາວອິນເດຍ ເດີນທາງກັບຄືນໄປ ເມືອງ ອຸດທາຣ ປຣາເດັສ (Uttar Pradesh) ທ່າມກາງຄວາມ ເປັນຫ່ວງ ຂອງການລະບາດໄວຣັສໂຄໂຣນາ ພາກັນຍ່າງອອກມາຈາກສະຖານີລົດໄຟໃນເມືອງຈາມມູ ຂອງອິນເດຍ, ວັນອາທິດ ທີ 22 ມີນາ 2020.
ພວກນັກຮຽນ ຊາວອິນເດຍ ເດີນທາງກັບຄືນໄປ ເມືອງ ອຸດທາຣ ປຣາເດັສ (Uttar Pradesh) ທ່າມກາງຄວາມ ເປັນຫ່ວງ ຂອງການລະບາດໄວຣັສໂຄໂຣນາ ພາກັນຍ່າງອອກມາຈາກສະຖານີລົດໄຟໃນເມືອງຈາມມູ ຂອງອິນເດຍ, ວັນອາທິດ ທີ 22 ມີນາ 2020.

ອິນເດຍ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຕົນກຳລັງປິດ 75 ເມືອງໃນທົ່ວປະເທດ ເພື່ອ
ພະຍາຍາມທີ່ຈະຄວບຄຸມການແຜ່ລະບາດຂອງໄວຣັສໂຄວິດ-19.

ທາງການຂອງອິນເດຍ ກ່າວວ່າ ການບໍລິການຂອງລົດເມ ລະຫວ່າງແຕ່ລະລັດ ຈະຖືກ
ໂຈະໄວ້ ຈົນຮອດວັນທີ 31 ມີນາ.

ອິນເດຍ ມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນ 396 ຄົນ ແລະ 7 ຄົນ
ໄດ້ເສຍຊີວິດ ອີງຕາມສູນກາງແຫລ່ງຂ່າວໄວຣັສໂຄໂຣນາຂອງຈອນສ໌ ຮັອບກິນສ໌.

ຂ່າວຄາວຂອງການປິດເມືອງ ມີຂຶ້ນຫຼັງຈາກທີ່ ອິນເດຍ ໄດ້ມີການຮຽກຮ້ອງໃຫ້ ປິດເມືອງ
ໃນທົ່ວປະເທດ ໄລຍະ 14 ຊົ່ວໂມງ ໃນວັນອາທິດວານນີ້ ດ້ວຍຄວາມສະໝັກໃຈ.

ສຽງຂອງຄວາມມິດງຽບ ກໍໄດ້ລົງສູ່ອິນເດຍ ໃນຂະນະທີ່ປະຊາຊົນຫຼາຍລ້ານຄົນ ໄດ້ພາ
ກັນເຂົ້າບ້ານເຂົ້າເຮືອນຢູ່ແຕ່ພາຍໃນ ໃນວັນອາທິດວານນີ້ ໃນການຕອບສະໜອງກັບ
ການຮຽກຮ້ອງ ໂດຍນາຍົກລັດຖະມົນຕີ ທ່ານນາເຣນດຣາ ໂມດີ ເພື່ອໃຫ້ປະຕິບັດຕາມ
ການປິດເມືອງ ໄລຍະ 14 ຊົ່ວໂມງ ດ້ວຍຄວາມສະໝັກໃຈ ຂະນະທີ່ມີຄວາມເປັນຫ່ວງ
ຫຼາຍຂຶ້ນ ກ່ຽວກັບກໍລະນີຕິດເຊື້ອໄວຣັສໂຄໂຣນາ ເພີ້ມສູງຂຶ້ນນັບມື້ ຢູ່ໃນປະເທດທີ່ມີ
ປະຊາກອນທີ່ໜາແໜ້ນທີ່ສຸດ ອັນດັບສອງຂອງໂລກ.

ທາງການຂອງອິນເດຍ ຍັງໄດ້ປິດເຄືອຂ່າຍລາງລົດໄຟ ທີ່ມີການນຳໃຊ້ທີ່ໜາແໜ້ນທີ່
ສຸດແຫ່ງນຶ່ງຂອງໂລກ ແລະລະບົບການຂົນສົ່ງມະຫາຊົນໂດຍສ່ວນໃຫຍ່ ທີ່ປະກອບ
ດ້ວຍເຄືອຂ່າຍລົດໄຟ ແລະເຄືອຂ່າຍລົດໄຟຂອງເຂດຊານເມືອງນຳດ້ວຍ ທີ່ເປັນເສັ້ນ
ຊີວິດເຂົ້າໄປໃນຕົວເມືອງຕ່າງໆ ເຊັ່ນນະຄອນມຸມໄບ ຂະນະທີ່ປະເທດເອົາບາດກ້າວ
ເພີ້ມຂຶ້ນໃນການຕໍ່ສູ້ຕ້ານໄວຣັສດັ່ງກ່າວນັ້ນ.

ຕະຫຼອດມື້ວັນອາທິດ ສຽງຝົດຟື້ນແລະພວກລົດແລນໄປມາ ຢູ່ຕາມທ້ອງຖະໜົນສາຍ
ຕ່າງໆ ໃນອິນເດຍ ໄດ້ມິດງຽບລົງ. ພວກຮ້ານຂາຍເຄື່ອງ ແລະພວກຄົນຂາຍເຄື່ອງ ຜູ້ທີ່
ຕາມປົກກະຕິແລ້ວ ຈະລຽນແຖວກັນຢູ່ແຄມທາງນັ້ນ ກໍບໍ່ໄດ້ຕັ້ງຮ້ານໃນວັນດັ່ງກ່າວທີ່ເອີ້ນ
ວ່າ ເປັນວັນ “ກັກຕົວຢູ່ໃນເຮືອນຂອງປະຊາຊົນ” ແລະເປັນສັນຍາລັກທີ່ສະແດງອອກ
ເຖິງຄວາມມຸ້ງໝັ້ນຂອງຊາດແທນທີ່ຈະເປັນ ການຫາມຢ່າງສິ້ນເຊີງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG