ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄາດວ່າ ທ່ານ Mukherjee ຈະໄດ້ເປັນ ປະທານາທິບໍດີ ຄົນໃໝ່ ຂອງອິນເດຍ


ທ່ານ Pranab Mukherjee ກໍາລັງພາກັນປ່ອນບັດ ເລືອກເອົາປະທານາທິບໍດີຄົນໃໝ່ຂອງອິນເດຍ (19 ກໍລະກົດ 2012)
ທ່ານ Pranab Mukherjee ກໍາລັງພາກັນປ່ອນບັດ ເລືອກເອົາປະທານາທິບໍດີຄົນໃໝ່ຂອງອິນເດຍ (19 ກໍລະກົດ 2012)

ບັນດາ​ສະມາຊິກ​ລັດຖະສະພາ​ຂອງ​ອິນ​ເດຍ ພາກັນ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະຫັດ​ມື້ນີ້ ​ເລືອກ
​ເອົາປະທານາທິບໍດີ​ຄົນໃໝ່ ຊຶ່ງ​ອະດີດລັດຖະມົນ​ຕີການ​ເງິນ ທ່ານ Pranab Mukherjee
ປະກົດ​ວ່າ ຈະ​ໄດ້ເຂົ້າກໍາ​ຕຳ​ແໜ່​ງດັ່ງກ່າວ ຊຶ່ງ​ເປັນຕຳ​ແໜ່​ງທາງ​ພິທິການ​ເທົ່າ​ນັ້ນ.

​ສະມາຊິກສະພາ​ແຫ່ງ​ຊາດ ​ແລະ​ສະພາ​ປະຈຳ​ລັດ​ຂອງ​ອິນ​ເດຍເກືອ​ບ 5000 ​ຄົນ​ ​ໄດ້ພາກັນ
​ປ່ອນ​ບັດລົງຄະ​ແນນທີ່​ນະຄອນຫຼວງຂອງ​ປະ​ເທດ ​ແລະ​ເມືອງເອກ​ຂອງ​ລັດ​ຕ່າງໆ ​ເພື່ອ​ເລືອກ
​ເອົາປະທານາທິບໍດີ ຄົນ​ທີ 13 ຂອງ​ອີນ​ເດຍ.

ທ່ານ Mukherjee ສະມາ​ຊິກ​ພັກ ສະຫະພັນ​ທະ​ມິດ​ເພື່ອ​ຄວາມ​ກ້າວໜ້າ ​ຫຼື United
Progressive Alliance ​ຊຶ່ງ​ເປັນ​ພັກ​ລັດຖະບານ ໄດ້​ຮັບ​ສຽງ​ສະ​ໜັບ​ສະໜຸນ​ຫລາຍ​ກວ່າ
​ທ່ານ Purno Sangma ຄູ່​ແຂ່ງ​ຂອງ​ທ່ານທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ພັກ​ຝ່າຍ​ຄ້ານ​.

ຜົນ​ການ​ແຂ່ງຂັນດັ່ງກ່າວ ​ຈະມີ​ການ​ປະກາດ​ໃຫ້​ຊາບ​ໃນ​ວັນ​ອາທິດຈະ​ມາ​ນີ້ ສາມ​ມື້ກ່ອນສະ​
ໄໝ​ການ​ດຳລົງ​ຕຳ​ແໜ່​ງ​ເປັນ​ເວລາ​ຫ້າ​ປີຂອງປະທານາທິບໍດີ Pratibha Patil​ ຈະ​ສິ້ນສຸດ​ລົງ .

ທ່ານນາງ Patil ​ເປັນ​ຜູ້ຍິງ​ຄົນ​ທໍ​າອິດ​ທີ່​ກໍາ​ຕໍາ​ແໜ່​ງປະທານາທິບໍດີ​ຂອງ​ອິນ​ເດຍ.

XS
SM
MD
LG