ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

21 ຄົນ ເສຍຊີວິດ ແລະຢ້ານວ່າ ຫຼາຍສິບຄົນ ຍັງຖືກຖົມຢູ່ ໃຕ້ດິນເຈື່ອນ ໃນອິນເດຍ (ສະໄລດ໌/ວີດີໂອ)


ແຜນທີ່ປະເທດອິນເດຍ
ແຜນທີ່ປະເທດອິນເດຍ

ພວກເຈົ້າໜ້າ​ທີ່​ກູ້​ໄພ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ກຳລັງ
ພາກັນ​ຂຸດ​ຕົມ ​ຊອກ​ຫາ​ຜູ້​ທີ່ອາດ​ຍັງ​ລອດຊີວິດ ຈາກ​ເຫດ​ດິນ​
ເຈື່ອນ​ຖົມ ທີ່​ໄດ້​ເອົາ​ ​ຊີວິດຄົນ​ໄປ​ແລ້ວ​ຢ່າງ​ນ້ອຍ 21 ຄົນ.

ບັນດາ​ເຈົ້າໜ້າ​ທີ່ຢ້ານ​ວ່າ ​ຍັງມີຫຼາຍກວ່າ 100 ຄົນ ຫາຍ
​ສາບ​ສູນ ຫຼັງຈາກ​ດິນ​ເຈື່ອນ​ລົງ​ມາ​ທັບ​ຄຸ້​ມບ້ານ Malin ຫ່າງ​
ຈາກ​ເມືອງ Pune 60 ກິ​ໂລ​ແມັດ ​ໃນ​ລັດ Maharashtra
ໃນ​ວັນ​ພຸດ​ວານ​ນີ້.

ຝົນ​ຕົກ​ໜັກ ​ແລະການ​ສື່ສານ​ທີ່​ບໍ່​ດີ ​ໃນ​ຂົງ​ເຂດທີ່​ສອກ​ຫລີກ
​ຫ່າງ​ໄກນັ້ນ ​ໄດ້​ກີດ​ກັນ​ຄວາມ​ພະຍາຍາມ​ໃຫ້ການ​ຊ່ອຍ​ເຫຼືອ​
ຂອງ​ພວກ​ທີ​ມຮັບ​ມື​ເຫດ ສຸກ​ເສີນ.

ຜູ້​ຊາຍ​ຄົນ​ນຶ່ງ​ທີ່ຟ້າວໄປ​ເບິ່ງ​ຄອບຄົວ​ຂອງ​ລາວ ​ຢູ່ໃນ​ເມືອງ​ Ambegaon ພົບ​ເຫັນບ່ອນ
ປະສົບ​ໄພພິບັດບ່ອນນຶ່ງ.


ທ້າວ Ranadeep Gokhale ​ເວົ້າວ່າ “ຂ້ອຍ​ໄດ້​ກັບ​ຄືນ​ມາ​ຢ້ຽມຢາມ​ຍາດ​ຕິພີ່ນ້ອງ​
ຂອງ​ຂ້ອຍ. ຂ້ອຍ​ເຄີຍມາ​ເລື້ອຍໆ ​ແຕ່​ເທື່ອ​ນີ້ ​ເວລາຂ້ອຍ ມາ​ຮອດ ຂ້ອຍ​ພົບ​ເຫັນ
ໝູ່​ບ້ານທັງ​ບ້ານ​ ​ໄດ້ຖືກ​ທຳລາຍ​ໝົດ.​”

ທ່ານ Sandeep Rai Rathore ຫົວໜ້າ ​ໜ່ວຍ​ຮັບມື​ກັບໄພພິບັດ​ແຫ່ງ​ຊາດ ກ່າວ​ວ່າ
ອາດ​ມີຮອດ 200 ຄົນ​ ​ໄດ້​ຮັບ​ເຄາະຈາກ​ດິນ​ເຈື່ອນ​ຄັ້ງ​ນີ້.

ດິນ​ເຈື່ອນແມ່ນ​ເກີດ​ຂຶ້ນ​ເລື້ອຍໆ ​ໃນ​ຂົງ​ເຂດ​ດັ່ງກ່າວ ​ໃນລະ​ຫວ່າ​ງ ລະດູມໍ​ລະ​ສຸມ ຊຶ່ງ​ເລີ້ມ
ຈາກ​ເດືອນ ມິ​ຖຸນາ ຫາ ກັນຍາ.

ຝົນຕົກ​ໜັກໄດ້​ສືບຕໍ່ຫລັ່ງ​ລົງ​ມາ ປະ​ທະຂົງ​ເຂດ​ດັ່ງກ່າວ ​ໃນໄລຍະ 4 ມື້​ທີ່​ຜ່ານ​ມາ.

INDIA LANDSLIDE SOTVO
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG