ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ແລະຍີ່​ປຸ່ນ​ ວາງ​ແຜນ​ທີ່​ຈະ​ຊ້ອມ​ລົບ​ທາງ​ທະ​ຫານ​ຮ່ວມ​ກັນ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຢາ​ຊູ​ກາ​ຊຸ ຮາ​ມາ​ດະ ຖ່າຍ​ຮູບ​ຮ່ວມ​ກັນ ກ່ອນ​ການ​ປະ​ຊຸມ​ດ້ານ​ປ້ອງ​ກັນ​ປະ​ເທດ ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ຢູ່​ໂຕ​ກຽວ ເມື່ອ​ວັນ​ທີ 8 ກັນ​ຍາ 2022.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານ​ຢາ​ຊູ​ກາ​ຊຸ ຮາ​ມາ​ດະ ຖ່າຍ​ຮູບ​ຮ່ວມ​ກັນ ກ່ອນ​ການ​ປະ​ຊຸມ​ດ້ານ​ປ້ອງ​ກັນ​ປະ​ເທດ ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ຢູ່​ໂຕ​ກຽວ ເມື່ອ​ວັນ​ທີ 8 ກັນ​ຍາ 2022.

ອິນ​ເດຍ​ແລະ​ຍີ່​ປຸ່ນ ຖະ​ແຫຼງ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ຕົນ​ຈະ​ທຳ​ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ ທີ່ເລິກ​ເຊິ່ງກວ່າ​ເກົ່າ ໂດຍ​ທີ່​ນິວ​ເດ​ລີ​ໄດ້​ເຊື້ອ​ເຊີນ​ໃຫ້​ອຸດ​ສາ​ຫະ​ກຳ​ຂອງ​ຍີ່​ປຸ່ນ​ ເຂົ້າ​ໄປ​ລົງ​ທຶນ ແລະ​ປະ​ເທດ​ທັງ​ສອງ​ຍັງ​ວາງ​ແຜນ​ທີ່​ຈະ​ຊ້ອມ​ລົບ​ທາງ​ທະ​ຫານ​ຮ່ວມ​ກັນ ທີ່​ພົວ​ພັນ​ກັບ​ກອງ​ທັບ​ອາ​ກາດ​ຂອງ​ປະ​ເທດ​ທັງ​ສອງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ (Rajnath Singh) ພົບ​ປະ​ໂອ້​ລົມ​ທີ່​ນະ​ຄ​ອນ​ຫຼວ​ງ​ໂຕ​ກຽວ ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຍີ່​ປຸ່ນ ທ່ານ​ຢາ​ຊູ​ກາ​ຊຸ ຮາ​ມາ​ດະ (Yasukazu Hamada) ແລະ​ພວກ​ທ່ານ​ຈະ​ເຂົ້າ​ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ປະ​ເທດ​ທັງ​ສອງໃນ​ມື້ນີ້ ​ເພື່ອ​ທຳ​ການ​ເຈ​ລະ​ຈາແບບ “ສອງບວກ​ສອງ.

ກະ​ຊວງປ້ອງ​ກັນ​ປະ​ເທດ​ຂອງ​ອິນ​ເດຍ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ ໂດຍ​ເວົ້າ​ເຖິງ​ທ່ານ​ຊິງວ່າ “ທ່ານ​ໄດ້​ເຊື້ອ​ເຊີນ​ໃຫ້​ອຸດ​ສາ​ຫະ​ກຳ​ຍີ່​ປຸ່ນ ເຂົ້າ​ໄປ​ລົງ​ທຶນ​ໃນ​ເຂດ​ອຸດ​ສາ​ຫະ​ກຳ​ ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ອິນ​ເດຍ.”

“ລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດ​ທັງ​ສອງ​ ໄດ້​ຕົກ​ລົງ​ກັນ​ວ່າ ຈະ​ທຳ​ການ​ຊ້ອມ​ລົບ ​ຮອບ​ປະ​ຖົມ​ມະ​ເລີກ​ຂອງກອງ​ທັບ​ອາ​ກາດ ຊຶ່ງ​ຈະ​ແຜ້ວ​ທາງ​ໄປ​ສູ່​ການ​ຮ່ວມ​ມື​ທີ່​ໃຫຍ່​ຂຶ້ນກວ່າ​ເກົ່າ​ ລະ​ຫວ່າງ​ກອງ​ທັບ​ອາ​ກາດ​ຂອງ​ປະ​ເທດ​ທັງ​ສອງ.”

ອິນ​ເດຍ ກໍ​ເຊັ່ນ​ດຽວ​ກັນ​ກັບ​ຍີ່​ປຸ່ນ ພວມ​ເສີມ​ຂະ​ຫຍາຍ​ກຳ​ລັງ​ທະ​ຫານ​ຂອງ​ຕົນເພື່ອຮັບ​ມື​ກັບ​ອັນ​ທີ່​ປະ​ເທດ​ທັງ​ສອງ ​ຕ່າງ​ກໍ​ມອງ​ເຫັນ​ວ່າ ​ມີໄພ​ຂົ່ມ​ຂູ່​ເພີ້ມ​ຂຶ້ນໃນ​ດ້ານ​ຄວາມ​ໝັ້ນ​ຄົງ ຮວມ​ທັງ​ຈາກ​ປະ​ເທດ​ຈີນ ທີ່​ເປັນ​ເພື່ອ​ນ​ບ້ານ.

ທີ່​ປະ​ເທດ​ຍີ່​ປຸ່ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟູ​ມິ​ໂອະ ກິ​ຊິ​ດະ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ທຳ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ເພີ້ມ​ຂຶ້ນ. ພັກ​ເສ​ລີ​ປະ​ຊາ​ທິ​ປັດ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ​ຂອງ​ທ່ານ ຢາກ​ໃຫ້​ເພີ້ມ​ງົບ​ປະ​ມານ​ທາງ​ດ້ານ​ທະ​ຫານຂອງ​ຍີ່​ປຸ່ນຂຶ້ນ​ເປັນ 2 ເທົ່າ ເປັນ 2 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ປະ​ເທດ ໃນ​ໄລ​ຍະ 5 ປີ​ຕໍ່​ໜ້າ ທ່າມ​ກາງ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ອາດ​ເຮັດ​ໃຫ້​ຈີນ​ມີ​ຄວາມ​ກ້າ​ຫານ​ຕື່ມ​ຂຶ້ນ​ໃນ​ການ​ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄຕ້​ຫວັນ​ທີ່​ເປັນ​ເພື່ອນ​ບ້ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG