ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການວາງລະເບີດໃສ່ ລົດຂອງ ສະຖານທູດອິສຣາແອລ ໃນອິນເດຍ.


ບັນດາເຈົ້າໜ້າທີ່ຕໍາຫລວດແລະພິສູດຫລັກຖານຂອງອິນເດຍກໍາລັງ
ກວດກາເບິ່ງລົດສະຖານທູດອິສຣາແອລ ຄັນນຶ່ງທີ່ໄດ້ຮັບຄວາມເສຍ
ຫາຍຈາກລະເບີດໃນກຸງນີວເດລີ, ອິນເດຍ.
ວັນທີ 14 ກຸມພາ 2012.
ບັນດາເຈົ້າໜ້າທີ່ຕໍາຫລວດແລະພິສູດຫລັກຖານຂອງອິນເດຍກໍາລັງ ກວດກາເບິ່ງລົດສະຖານທູດອິສຣາແອລ ຄັນນຶ່ງທີ່ໄດ້ຮັບຄວາມເສຍ ຫາຍຈາກລະເບີດໃນກຸງນີວເດລີ, ອິນເດຍ. ວັນທີ 14 ກຸມພາ 2012.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຂ​ອງອິນ​ເດຍກ່າວ​ວ່າ ລະ​ເບີ​ດທີ່​ແຕກໃສ່​ລົດ​ຂອງ​ສະຖານ
ທູດອິສຣາ​ແອລ​ໃນ​ວັນ​ຈັນວານ​ນີ້ ​ຢູ່​ກາງ​ນະ​ຄອນຫຼວງ​ນີວເດ​ລີນັ້ນ ​ໄດ້ແຕກຂຶ້ນ​ບໍ່ພຽງ
ເທົ່າ​ໃດ​ວິນາ​ທີ​ຫລັງ​ຈາກ​ລະ​ເບີ​ດລູກ​ດັ່ງ ກ່າວ​ໄດ້​ຖືກ​ນຳ​ໄປຕິດ​ຕັ້ງ​ໃສ່ລົດ ຊຶ່ງສະ​ແດງ​
ອອກ​ມາ​ໃຫ້​ເຫັນ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ນີ້ ​ໄດ້​ດຳ​ເນີນ​ການ​ໂດຍ “ຜູ້​ທີ່​ໄດ້​ຮັບ​ການ​ຝຶກ
ຫັດເປັນຢ່າງ​ດີ​.”

ທ່ານ Palaniappan Chidambaram ກ່າວໃນ​ວັນ​ອັງຄານ​ນີ້​ວ່າ ​ເພາະວ່າ​ການ​ໂຈມ​
ຕີ​ດ້ວຍລະ​ເບີດຄັ້ງນີ້ ​ໄດ້ແນ​ໃສ່​ພັນ​ລະ​ຍາ​ຂອງ​ນັກ​ການ​ທູດອິສຣາ​ແອ​ລ ​ເພາະສະ​ນັ້ນ​
ມັນ​ຈຶ່ງກ່າວ​ໄດ້​ວ່າ​ເປັນ​ການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍນີ້ ​ຊຶ່ງ​ເປັນ​ສິ່ງທີ່ອິນ​ເດຍປະ
ນາມ.

ອິສລາ​ແອ​ລໄດ້​ກ່າວ​ຫາອີຣ່ານ ​ແລະ ​ກຸ່ມມຫົວ​ຮຸນ​ແຮງ Hezbollah ຂອງເລ​ບານນອນ
ວ່າ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ ພ້ອມໆ​ກັບ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ເກືອບ​ພ້ອມໆ​
ກັນ ​ທີ່ແນໃສ່​ລົດ​ຂອງ​ນັກ​ການ​ທູດ​ອິສຣາ​ແອ​ລ ທີ່ Goegia ​ແຕ່​ວ່າ​ກຸງ Tehran ​ໄດ້ປະ
ຕິ​ເສ​ດ​ຢ່າງ​ວ່ອງໄວຕໍ່ຂໍ້​ຫາ​ດັ່ງກ່າວ.

ລະ​ເບີດ​ແຕກ​ທີ່​ກຸງນີວ​ເດ​ລີ ​ໄດ້​ເຮັດ​ໃຫ້​ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

ອີກເຫ​ດການ​ນຶ່ງ​ ພະນັກງານ​ສະຖານ​ທູດ​ອິສຣາ​ແອລ ທີ່​ນະ​ຄອນ​ຫລວງ ​Tbilisi ຂອງ
Georgia ​ ​ໄດ້​ຫລຽວ​ເຫັນ​ອຸປະກອນ​ທີ່​ໜ້າສົງ​ໄສຕິດ​ໃສ່​ລົດຂອງ​ລາວ ​ແ​ລະໄດ້​ແຈ້ງ​ໃຫ້​
ເຈົ້າ​ໜ້າ​ທີ່​ຕໍາຫລວດຊາບ ​ແລະ​ໄດ້​ມາ​ຊ່ວຍ​ປົດກະ​ນວນ​ລະ​ເບີ​ດອອກຢ່າງ​ປອດ​ໄພ.

XS
SM
MD
LG