ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ຕັດການນໍາເຂົ້າ ນໍ້າມັນຈາກອີຣ່ານລົງ


ແຜນທີ່ອິນເດຍ.
ແຜນທີ່ອິນເດຍ.


















ອິນ​ເດຍກ່າວ​ວ່າ ຕົນ​ໄດ້​ຕັດສິນ​ໃຈ​ຕັດ​ການ​ສັ່ງ​ເຂົ້າ​ນໍ້າມັນ​ດິບ​ຈາກ​ອີ ຣ່ານລົງ 11 ​ເປີ​ເຊັນ.

ລັດຖະມົນຕີ​ກະຊວງ​ນໍ້າມັນ​ຂອງ​ອິນ​ເດຍ ທ່ານ R.P.N.Singh ກ່າວ ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ບັດ​ນີ້​ພວກ​ໂຮງ​ກັ່ນ​ນໍ້າມັນ​ຂອງ​ອິນ​ເດຍ ວາງແຜນ​ທີ່​ຈະ​ສັ່ງ​ນໍ້າມັນ​ດິບ​ໃນ​ປະລິມານ 15 ລ້ານ 5 ​ແສນໂຕນຈາກ​ອີຣ່ານ​ໃນສົກ​ປີ​ນີ້ ​ແລະ​ກ່າວ​ຕໍ່​ໄປ​ວ່າ ອິນ​ເດຍ​ໄດ້​ພະຍາຍາມ​ຊອກ​ຫາ​ແຫຼ່​ງນໍ້າມັນ​ດິບຈາກ​ຫຼາຍ​ບ່ອນ​ເພື່ອ​ສ້າງ​ຄວາມ​ແຂງ​ແຮງ​ຂຶ້ນ​ໃຫ້ແກ່​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຂອງ​ປະ​ເທດ.

ຄໍາ​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ ມີ​ຂຶ້ນຂະນະ​ທີ່​ສະຫະລັດ​ໄດ້​ທໍາຄວາມ​ກົດ​ດັນ​ເພີ່ມ​ຂຶ້ນ​ຕໍ່​ອິນ​ເດຍ ​ເພື່ອ​ຊ່ອຍ​ໂດດດ່ຽວ​ອີຣ່ານທີ່​ບໍ່ຍອມ​ຢຸດ​ໂຄງການ​ນີວ​ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ຂອງ​ຕົນ​ນັ້ນ.

​ໃນ​ຂະນະ​ທີ່​ທໍາ​ການ​ຢ້ຽມຢາມ​ອິນ​ເດຍ​ໃນ​ສັບປະດາ​ຜ່ານ​ມາ ທ່ານນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ຮຽກ ຮ້ອງໃຫ້ອິນ​ເດຍລົດການ​ສັ່ງ​ເຂົ້າ​ນໍ້າມັນ​ຂອງ​ຕົນລົງ​ຈາກ​ອີຣ່ານໃນ​ຂະນະ​ທີ່​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ທີ່​ກຸງ​ວໍ​ຊິງ​ຕັນ​ກະກຽມວາງ​ການ​ລົງ​ໂທດ​ໃນ​ເດືອນ​ໜ້າ​ຕໍ່​ປະ​ເທດ​ໃດ​ກໍ​ຕາມ​ທີ່​ຊື້​ນໍ້າມັນ​ຈາກ​ອີຣ່ານນັ້ນ.

ອິນ​ເດຍສັ່ງ​ເຂົ້າ​ນໍ້າມັນ​ດິບຈາກ​ອີຣ່ານປະມານ 80 ​ເປີ​ເຊັນຂອງ​ປະລິມານ​ນໍ້າມັນ​ດິບ​ທັງ​ໝົດທີ່​ສັ່ງ​ເຂົ້າປະ​ເທດ.

XS
SM
MD
LG