ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ຄື້ນຟອງອາກາດ ທີ່ຮ້ອນຈັດ ຢູ່ອິນເດຍ ໄດ້ເອົາຊີວິດ ພົນລະເມືອງ ກາຍ 2,000 ແລ້ວ


ຊາຍອິນເດຍຄົນນຶ່ງ ກຳລັງດື່ມນ້ຳ ຈາກຕຸກນ້ຳ ໃນມື້ທີ່ຮ້ອນຈັດ ໃນເມືອງ Allahabad ປະເທດອິນເດຍ, ເມື່ອວັນອາທິດ ທີ 31 ພຶດສະພາ 2015.

ອິນ​ເດຍ​ໄດ້​ລໍຖ້າ ການ​ເລີ່​ມຕົ້ນຂອງ​ລະ​ດູຝົນ​ມໍ​ລະ​ສຸມ​ປະຈຳ​ປີ
ທ່າມກາງ​ຄື້ນຟອງ​ຄວາມ​ຮ້ອນ ທີ່​ໄດ້​ສັງຫານ ຫຼາຍກວ່າ 2,200
ຄົນ ໃນ​ທົ່ວ​ປະ​ເທດອິນ​ເດຍ.

ຝົນທີ່ຕົກລົງ​ມາ ​ແລະ ພາຍຸຝົນ​ຟ້າຮ້ອງ ຢູ່​ໃນ​ບາງ​ສ່ວນ​ຂອງ​
ອິນ​ເດຍ ທາງພາກໃຕ້ ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້ນຳ​ມາ​ຊຶ່ງ​ການ
ບັນ​ເທົາຄວາມ​ຮ້ອນ​ ທີ່​ຕ້ອງການ​ຫຼາຍທີ່​ສຸດນັ້ນ ເປັນ​ບາງ​ສ່ວນ
​ແຕ່​ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ຄວາມ​ຮ້ອນ​ທີ່​ໜັກໜ່ວງ​ ແມ່ນ​ເປັນ
​ທີ່​ແນ່ນອນ​ວ່າ​ ຍັງຈະສືບ​ຕໍ່​ມີ​ຢູ່​ອີກ​ມື້​ນຶ່ງ ຢູ່​ໃນ​ລັດ Andhra
Pradesh ​ແລະ ລັດ Telangana ບ່ອນທີ່​ໄດ້​ຮັບ​ຜົນ​ກະທົບ​
ຢ່າງ​ໜັກນັ້ນ.

ອຸນຫະພູມ​ໃນ​ເວລາ​ກາງ​ເວັນ ​ໄດ້​ຖີບ​ຂຶ້ນ ຢູ່​ລະຫວ່າງ 45 ​ແລະ 47 ອົງສາ Celsius ເທົ່າ​ກັບ 113 ​ແລະ 116 ອົງສາ Fahrenheit ຕາມ​ລຳດັບ ຢູ່​ໃນ​ບາງ​ສ່ວນ​ຂອງ​ທັງ​ສອງ​ລັດດັ່ງກ່າວ ​ໃນ​ລະຫວ່າງ​ວັນ​ເສົາ​ແລະ​ວັນ​ອາ​ທິດຜ່ານ​ມາ.

ລັດ Andhra Pradesh ລາຍງານ​ວ່າ 146 ​ໄດ້​ເສຍ​ຊີວິດ ​ໃນ​ວັນ​ເສົາ​ມື້ກ່ອນ​ນີ້ ທີ່​ໄດ້​ເພີ້​ມ
ຈຳນວນ ຜູ້​ເສຍ​ຊີວິດ​ຂຶ້ນ ​ເປັນ 1,636 ຄົນ ຢູ່​ໃນ​ລັດ​ດັ່ງກ່າວນັ້ນ ພຽງລັດ​ດຽວ.

ຝົນລົມ​ມໍ​ລະ​ສຸມ​ທີ່ເຮັດ​ໃຫ້ມີ​ຄວາມ​ເຢັນ​ແດ່​ ​ແມ່ນ​ຄາດ​ກັນຈະ​ມີ​ຂຶ້ນໃນ​ອາທິດ​ນີ້ ຢູ່​ໃນ​ພາກ
ໃຕ້​ຂອງ​ອິນ​ເດຍ ກ່ອນຈະ​ເຄື່ອນ​ຍ້າຍ​ເລື້ອຍໆ ໄປ​ທາງ​ທິດເໜືອ. ລະດູ​ຝົນ​ມໍ​ລະ​ສຸມ ຈະ​ຢູ່​
ດົນ​ເຖິງ ທ້າຍ​ເດືອນ​ກັນຍາ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG