ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ແຂວນຄໍ ຜູ້ຊາຍ ທີ່ພົວພັນ ນຳການໂຈມຕີ ສະພາ ໃນປີ 2001


ພົນລະເຮືອນຊາວແຄັສເມຍຄົນນຶ່ງ ຍ່າງຜ່ານຕຳຫຼວດອິນເດຍ ທີ່ຢືນຢູ່ໃກ້ໆກັບຮົ້ວໜາມໝາກຈັບ ໃນລະຫວ່າງທີ່ມີການປະກາດ ຫ້າມອອກນອກເຮືອນໃນຍາມກາງຄືນ ທີ່ນະຄອນ Srinagar (9 ກຸມພາ 2013)
ພົນລະເຮືອນຊາວແຄັສເມຍຄົນນຶ່ງ ຍ່າງຜ່ານຕຳຫຼວດອິນເດຍ ທີ່ຢືນຢູ່ໃກ້ໆກັບຮົ້ວໜາມໝາກຈັບ ໃນລະຫວ່າງທີ່ມີການປະກາດ ຫ້າມອອກນອກເຮືອນໃນຍາມກາງຄືນ ທີ່ນະຄອນ Srinagar (9 ກຸມພາ 2013)
ອິນເດຍໄດ້ປະຫານຊີວິດດ້ວຍການແຂວນຄໍຊາວແຄັສເມຍຜູ້ນຶ່ງ ທີ່ຖືກຕັດສິນໂທດວ່າມີຄວາມຜິດ ໃນບົດບາດກ່ຽວກັບການໂຈມ
ຕີສະພາແຫ່ງຊາດຂອງອິນເດຍ ໃນປີ 2001.

ເຈົ້າໜ້າທີ່ກ່າວວ່າ ທ້າວ Afzal Guru ໄດ້ຖືກປະຫານຊີວິດໃນ
ຕອນເຊົ້າຂອງວັນເສົາມື້ນີ້ຢູ່ທີ່ຄຸກ Tihar ໃນນະຄອນຫຼວງນິວ
ເດລີ. ທ້າວ Guru ໄດ້ລໍຖ້າການປະຫານຊີວິດນັບແຕ່ປີ 2002
ເປັນຕົ້ນມາ.

ລາວໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການວາງແຜນໂຈມຕີ
ສະພາແຫ່ງຊາດອິນເດຍ. ນອກນັ້ນຍັງມີການພົບເຫັນວ່າ ລາວ
ມີຄວາມຜິດໃນຖານເປັນສະມາຊິກຂອງກຸ່ມຫົວຮຸນແຮງ Jaish-
e-Mohammed.

ເມື່ອໄວໆມານີ້ ປະທານາທິບໍດີອິນເດຍ ທ່ານ Pranab Mukherjee ໄດ້ປະຕິເສດຕໍ່ການ ເຮັດໜັງສືຮ້ອງຮຽນ ຂໍຄວາມເມດຕາ ໃຫ້ແກ່ທ້າວ Guru. ບັນດາກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ທ້າວ Guru ບໍ່ໄດ້ຮັບການດຳເນີນຄະດີ ທີ່ເປັນທຳ.

ເຈົ້າໜ້າທີ່ກ່າວວ່າ ໄດ້ມີການຫ້າມອອກນອກເຮືອນໃນຍາມກາງຄືນ ຢູ່ທີ່ແຄວ້ນແຄັສເມຍ ຂອງອິນເດຍ ຫຼັງຈາກໄດ້ມີການປະກາດກ່ຽວກັບການປະຫານຊີວິດທ້າວ Guru.

ມີການສົ່ງເຈົ້າໜ້າທີ່ຮັກສາຄວາມສະຫງົບຈຳນວນຫລາຍພັນຄົນອອກໄປປະຕິບັດງານທົ່ວ ເຂດຮ່ອມພູແຄັສເມຍ ເພື່ອບັງຄັບກ່ຽວກັບການຫ້າມດັ່ງກ່າວ.

ໃນເດືອນທັນວາປີ 2001 ພວກກະບົດ 5 ຄົນ ໄດ້ບຸກເຂົ້າໄປໃນສະພາແຫ່ງຊາດຂອງອິນ ເດຍແລະກໍລະດົມຍິງເຂົ້າໃສ່ຜູ້ຄົນ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ. ພວກຜູ້ຊາຍທັງ 5 ທີ່ທຳ ການບຸກໂຈມຕີໄດ້ຖືກຂ້າຕາຍ.

ກ່ຽວຂ້ອງກັນ

XS
SM
MD
LG