ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຕັດສິນປະຫານຊີວິດ ຜູ້ຊາຍ 4 ຄົນ ຖານຂົ່ມຂືນໝູ່


ພວກແມ່ຍິງພາກັນປະທ້ວງການກໍ່ຄວາມຮຸນແຮງດ້ວຍການການຂົ່ມຂືນ
ພວກແມ່ຍິງພາກັນປະທ້ວງການກໍ່ຄວາມຮຸນແຮງດ້ວຍການການຂົ່ມຂືນ

ຜູ້ຊາຍສີ່ຄົນຖືກຕັດສິນທົງໂທດຖານຂົ່ມຂືນທີ່ຮ້າຍແຮງ ແລະສັງຫານແມ່ຍິງຄົນນຶ່ງ ຢູ່ເທິງລົດເມ ໃນນະຄອນຫຼວງນິວເດລີ ເມື່ອປີ 2012 ນັ້ນ ບັດນີ້ມີກຳນົດທີ່ຈະຖືກແຂວນຄໍໃນວັນ
ສຸກມື້ອື່ນນີ້ ເຖິງແມ່ນພວກທະນາຍຄວາມ ຈະພະຍາຍາມ ຫາທາເລື່ອນເວລາກ່ຽວກັບຊະ
ຕາກຳຂອງພວກເຂົາ.

ຄະດີດັ່ງກ່າວໄດ້ກໍ່ໃຫ້ເກີດການປະທ້ວງຢູ່ອິນເດຍ ແລະນອກປະເທດ ເຮັດໃຫ້ ພວກນັກ
ເຄຶື່ອນໄຫວ ພາກັນຮຽກຮ້ອງໃຫ້ມີການຕັດສິນລົງໂທດຢ່າງໜັກ ແລະ ໃຫ້ສານພິິເສດ ທີ່
ຊ່ຽວຊານພົວພັນກັບກໍ່ຄວາມຮຸນແຮງຕໍ່ພວກແມ່ຍິງເປັນຜູ້ດຳ ເນີນການ.

ສານສູງສຸດຂອງອິນເດຍຕັດສິນເຫັນພ້ອມກັບໂທດປະຫານຊີວິດ ຕໍ່ພວກຜູ້ຊາຍທັງສີ່ຄົນ
ເມື່ອສາມປີກ່ອນ ແລະໃນສອງປີທີ່ຜ່ານມາໄດ້ປະຕິເສດຕໍ່ການຮ້ອງຂໍໃຫ້ມີການທວນຄືນ
ຄະດີພວກເຂົາຄືນອີກ.

ໃນຕອນຕົ້ນ ພວກຜູ້ຊາຍຫົກຄົນ ຮວມທັງອາຍຸ 18 ປີ ທີ່ບໍ່ເຖິງກະສຽນໄດ້ຖືກ ກ່າວຫາໃນ
ຄະດີດັ່ງກ່າວ.

ຜູ້ຊາຍຄົນທີ່ຫົກໄດ້ເອົາຊີວິດຂອງຕົນເອງຢູ່ໃນຄຸກ ບໍ່ນານຫຼັງຈາກການດຳເນີນຄະດີໄດ້
ເລີ້ມຂຶ້ນ.

ພວກຜູ້ຊາຍໄດ້ຖືກຕັດສິນລົງໂທດຖານຫລອກລວງແມ່ຍິງອາຍຸ 23 ປີທີ່ກຳລັງເຝິກຫັດ
ການແພດ ແລະເພື່ອນຜູ້ຊາຍຂອງລາວເຂົ້າໄປໃນລົດເມ ຢູ່ນະຄອນນິວເດລີ ກ່ອນໂຈມ
ຕີບຸກຄົນທັງສອງຄົນ ແລະຂົ່ມຂືນແມ່ຍິງຜູ້ທີ່ໄດ້ເສຍຊີວິດ ສອງອາທິດຕໍ່ມາ.

ຜູ້ຊາຍອາຍຸ 18 ປີິ ທີ່ບໍ່ເຖິງກະສຽນໄດ້ຖືກຕັດສິນລົງໂທດໃຫ້ຕິດຄຸກສາມປີ.

ພວກຜູ້ຊາຍຈະຖືກແຂວນຄໍໃນຕອນເຊົ້າວັນສຸກມື້ອື່ນນີ້ຕາມເວລາທ້ອງຖິ່ນ ແລະຫ້າມ
ບໍ່ໃຫ້ມີການຂັດຂວາງໃດໆໃນນາທີສຸດທ້າຍ.

Four men convicted of the gang rape and murder of a woman on a New Delhi bus in 2012 are scheduled to be executed by hanging Friday, even as attorneys attempt to delay their fate.

The case sparked protests in India and abroad, triggering demands by activists that led to stiffer punishments and specialized courts dealing with violence against women.

India's Supreme Court upheld death sentences against the four men three years ago and in the past two years rejected pleas to review their case.

Initially, six men, including an 18-year-old, were charged in the case.

One of the men allegedly took his life while in jail, shortly after the trial started.

The men were convicted of luring the 23-year-old medical trainee and her male friend onto a bus in New Delhi before assaulting both and raping the woman, who died two weeks later.

The 18-year-old was sentenced to three years in a detention center.

The men will be hanged early Friday morning local time, barring any last-minute delay.

XS
SM
MD
LG