ເບິິ່ງຮູບສະໄລດ໌ ກ່ຽວກັບນໍ້າຖ້ວມຢູ່ອິນເດຍ
ໄພນໍ້າຖ້ວມທີ່ເກີດຈາກຝົນຕົກໜັກໃນລະດູລົມມໍລະສຸມ ໄດ້ເຮັດໃຫ້ 79 ຄົນ ເສຍຊີວິດ
ແລະອີກ 2 ລ້ານຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນຂອງຕົນ ຢູ່ໃນພາກຕາເວັນ
ອອກຂອງອິນເດຍ.
ທີ່ລັດ Assam ຫຼາຍໆບ້ານໄດ້ຖືກນໍ້າພັດໄປໝົດທັງບ້ານ ເວລາແມ່ນໍ້າພົມມະບຸດໄດ້
ລົ້ນຝັ່ງຂຶ້ນຖ້ວມ.
ກອງທັບອິນເດຍ ໄດ້ສົ່ງທະຫານໄປຊ່ວຍພວກໄດ້ເຄາະຮ້າຍຈາກໄພນໍ້າຖ້ວມດັ່ງກ່າວ.
ພົນຕີ R.N. Nair ໄດ້ກ່າວຕໍ່ພວກນັກສື່ຂ່າວ ໃນວັນຈັນມື້ນີ້ວ່າ “ພວກເຮົາກໍາລັງສືບຈັດ
ສົ່ງຫີບຫໍ່ອາຫານ ແລະນໍ້າ, ຕະຫຼອດທັງ ການຊ່ວຍເຫລືອທາງການແພດ ໄປໃຫ້ປະຊາ ຊົນໃນເກືອບໝົດທຸກພາກ ຂອງເມືອງ Guwahati. ເຮືອບິນເຮລິຄອບເຕີໄດ້ ຖືກນໍາໄປ
ໃຊ້ໃນການຢ່ອນກ່ອງອາຫານ ລົງໃຫ້ພວກທີ່ຄອງຄອຍຖ້າຮັບການຊ່ວຍເຫລືອຢູ່.”
ນາຍົກລັດຖະມົນຕີ ມັນໂມຫານ ຊິງ ໄດ້ບິນໄປຢ້ຽມເຂດທີ່ຖືກນໍ້າຖ້ວມ ໃນວັນຈັນວານນີ້
ແລະເວົ້າວ່າ ປະຊາຊົນໃນລັດ Assam ກໍາລັງປະເຊີນກັບໄພນໍ້າຖ້ວມທີ່ຮ້າຍແຮງທີ່ສຸດ
ໃນໄລຍະໝໍ່ໆມານີ້. ທ່ານໄດ້ປະກາດໃຫ້ເງິນຊ່ວຍ ເຫຼືອ 1,800 ໂດລາ ແກ່ຄອບຄົວທີ່
ມີພີ່ນ້ອງເສຍຊີວິດໄປຍ້ອນໄພນໍ້າຖ້ວມ ແລະລັດຖະບານກາງໃຫ້ເງິນຊ່ວຍເຫລືອອີກ 90
ລ້ານໂດລາ ແກ່ລັດຖະບານຂອງລັດ.
ນອກນັ້ນ ທ່ານນາຍົກຍັງໄດ້ກ່າວຕໍ່ພວກນັກສື່ຂ່າວອີກວ່າ ໄດ້ເອົາບາດກ້າວ ຕ່າງໆ ເພື່ອ ຟື້ນຄືນການບໍລິການທາງລົດໄຟໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມນັ້ນຢ່າງໄວວາ ເພື່ອຮັບປະກັນໃຫ້ການລໍາລຽງຂົນສົ່ງ ຍັງເປີດບໍລິການໄດ້.
ພວກເຈົ້າໜ້າທີ່ກ່າວວ່າຢ່າງໜ້ອຍມີ 5 ແສນຄົນ ໄດ້ໄປອາໄສຢູ່ໃນສູນບັນເທົາທຸກຕ່າງໆ.