ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ 13 ຄົນ ເສຍຊີວິດ ຫລັງຈາກ ເກີດໄຟໄໝ້ ຢູ່ໂຮງງານຕັດຫຍິບ ໃນອິນເດຍ


ແຜນທີ່ປະເທດອິນເດຍ
ແຜນທີ່ປະເທດອິນເດຍ

ເກີດ​ໄຟ​ໄໝ້ ຢູ່​ບ່ອນ​ທີ່​ສົງ​ໄສ​ວ່າ ​ເປັນ​ໂຮງງານ​ຕັດຫບິ​ບຜິດ​ກົດໝາຍ ຢູ່​ໃນ​ເຂດ​ຊານ​ເມືອງ ຂອງ​ນະຄອນຫລວງ New Delhi ປະ​ເທດ​ອິນ​ເດຍ ​ໂດຍ​ເຮັດ​ໃຫ້ ມີ​ພະນັກງານ​ເສຍ​ຊີວິດ ຢ່າງ​ໜ້ອຍ 13 ຄົນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ຫຼັບ​ນອນຢູ່​ໃນ​ຕຶກອາຄານ​ດັ່ງກ່າວ​ໃນ​ຕອນ ເຊົ້າ​ວັນ​ສຸກມື້ນີ້.

ພວກ​ເຈົ້າ​ໜ້າ​ທີ່​ຂອງ​ລັດ Uttar Pradesh ກ່າວ​ວ່າ ພະນັກງານ​ອີກ​ເກົ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ສີ່​ຄົນແມ່ນ​ຢູ່​ໃນ​ອາການ​ສາຫັດ.

​ໄຟ​ໄດ້ລຸກ​ໄໝ້​ຂຶ້ນ​ໃນເວລາຕອນ​ເຊົ້າມືດ​ຢູ່​ໂຮງງານ ​ຊຶ່ງ​ເປັນເຮືອນຫລັງ​ນຶ່ງ​ ດັດ​ແປງ​ໃຊ້​ເປັນ​ບ່ອນ​ຕັດຫຍິບ​ເສື້ອ​ໜັງ ທີ່​ມີ​ຮ່ອມ​ຂັ້ນ​ໄດ​ແຄບໆ​ລົງ​ໄປ​ສູ່່​ຫ້ອງ​ໃຕ້​ດິນ ບ່ອນ​ທີ່​ພວກ​ພະນັກງານ​ພາກັນ​ຫລັບ​ນອນ.

ລົດ​ດັບ​ເພີງ​ສິບ​ສອງ​ຄັນ​ ໄດ້​ພາກັນມອດ​ໄຟ ​ໃຫ້​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມ​ ຫລັງ​ຈາກທີ່​ໄດ້​ລຸກ​ໄໝ້ຫລາຍ​ຊົ່ວ​ໂມງ. ສາ​ເຫດ​ຂອງ​ໄຟ​ໄໝ້​ກຳລັງ​ຢູ່ໃນ​ການ​ສືບສວນ.

​ໄຟ​ໄໝ້​ໂຮງງານ ​ແມ່ນ​ເປັ​ນ​ເລື້ອງທຳ​ມະ​ດາ ​ຢູ່ປ​ະ​ເທດ​ອິນ​ເດຍ ທີ່​ຮູ້​ກັນ​ດີວ່າ​ມີ​ປະຫວັດບໍ່ດີ ກ່ຽວ​ກັບ​ເລື້ອງ​ຄວາມ​ປອດ​ໄພ​ຢູ່​ບ່ອນ​ເຮັດ​ວຽກ ​ແລະ​ເປັນ​ບ່ອນ​ມັກ​ເກີດ​ອຸປະຕິ​ເຫດ​ຮ້າ​ຍ​ແຮງ​ເລື້ອຍໆ.

​ໃນ​ເດືອນ​ແລ້ວ​ນີ້​ໄດ້​ເກີດ​ເຫດ​ລະ​ເບີດຂະໜາດ​ແຮງຢູ່ໂຮງງານ​ເຮັດ​ບັ້ງ​ໄຟ​ດອກ ​ເຮັດ​ໃຫ້ພະນັກງານເສຍ​ຊີວິດ​ແປດຄົນ ຢູ່ລັດ Tamil Nadu ທາງ​ພາກ​ໃຕ້​ຂອງປະ​ເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

India Fire
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG