ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ຮຽກຮ້ອງ
ໃຫ້ອິນເດຍ ນຳເອົາການໂຈະ ໂທດປະຫານຊີວິດ ກັບມາໃຊ້ຄືນ
ອີກໃນທັນທີ ຫຼັງຈາກ New Delhi ໄດ້ປະຫານຊີວິດ ມືປືນຊາວ
ປາກີສຖານຄົນດຽວທີ່ລອດຊີວິດມາໄດ້ ໃນການໂຈມຕີກໍ່ການ
ຮ້າຍທີ່ນະຄອນ Mumbai ໃນປີ 2008 ນັ້ນ.
ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້
ກຸ່ມປົກປ້ອງສິດທິມະນຸດດັ່ງ ກ່າວທີ່ມີສໍານັກງານຢູ່ນະຄອນ New
York ກ່າວວ່າ ການແຂວນຄໍທ້າວ Mohammed Ajmal
Kasab ໃນອາທິດນີ້ ແມ່ນຂີດໝາຍຂອງການສິ້ນສຸດລົງ ດ້ວຍ
ຄວາມກັງວົນໃຈ ຕໍ່ການໂຈະການປະຫານຊີວິດຂອງອິນເດຍ
ແລະເປັນບາດກ້າວຖອຍຫຼັງສຳລັບລະບົບຍຸຕິທໍາຂອງອິນເດຍ.
ກຸ່ມດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ອິນເດຍເອົາບາດກ້າວທັນທີໄປສູ່ການລົບລ້າງໂທດປະຫານ
ຊີວິດນີ້ເສຍ.
ທ້າວ Kasab ແລະເພື່ອນທີ່ເປັນຊາວໜຸ່ມປາກິສຖານອີກ 9 ຄົນ ທີ່ຕິດອາວຸດເຕັມອັດຕາ
ໄດ້ເຂົ້າໂຈມຕີໂຮງແຮມຫຼູຫຼາຫຼາຍແຫ່ງ ສູນກາງຂອງຊາວ Jew ແລະສະຖານນີລົດໄຟ
ທີ່ແອອັດໄປດ້ວຍຜູ້ຄົນທີ່ນະຄອນ Mumbai ຊຶ່ງເປັນນະຄອນຫຼວງທາງດ້ານການເງິນຂອງ
ອິນເດຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນນັ້ນ.
ລາວຖືກຕັດສິນໂທດໃນປີ 2010 ໃນຂໍ້ຫາເປັນມືສັງຫານ, ເປັນຜູ້ກໍ່ການຮ້າຍ ແລະເຮັດ
ສົງຄາມຕ້ານອິນເດຍ. ທ້າວ Kasab ໃນຂັ້ນຕົ້ນແມ່ນປະຕິເສດບໍ່ຍອມຮັບຜິດ ແຕ່ໃນເວລາ
ຕໍ່ມານັ້ນກໍສາລະພາບວ່າ ລາວໄດ້ມີສ່ວນປະກອບໃນການໂຈມຕີກໍ່ການຮ້າຍ ເປັນເວລາ 3
ວັນນັ້ນ.