ອິນເດຍ ໄດ້ປະຫານຊີວິດ ທ້າວ Yakub Memon ໃນເຊົ້າວັນ
ພະຫັດມື້ນີ້ ໃນຖານວາງລະເບີດ ທີ່ນະຄອນມຸມບາຍ ເມື່ອປີ
1993 ທີ່ໄດ້ສັງຫານ 257 ຄົນ.
ທ້າວ Memon ໄວ 53 ປີ ໄດ້ຖືກແຂວນຄໍທີ່ຄຸກ ໃນເມືອງ
Nagpur ທາງພາກຕາເວັນຕົກຂອງປະເທດ ບໍ່ເທົ່າໃດຊົ່ວໂມງ
ຫຼັງຈາກ ທີ່ສານສູງສຸດປະຕິເສດຕໍ່ຄຳຍອມຮັບຮ້ອງຂໍອັນສຸດທ້າຍຂອງຜູ້ກ່ຽວ.
ທ້າວ Memon ແມ່ນ 1 ໃນຈຳນວນ 11 ຄົນ ທີ່ໄດ້ຖືກຕັດສິນໂທດຕັ້ນຕໍໃຫ້ປະຫານຊີວິດ ໃນການໂຈມຕີ ແຕ່ວ່າ ແມ່ນເປັນພຽງຄົນດຽວທີ່ຖືກປະຫານຊີວິດ. ສ່ວນພວກທີ່ເຫຼືອນັ້ນໄດ້ ຖືກຜ່ອນຜັນຈາກ ໂທດປະຫານຊີວິດ ມາເປັນຕິດຄຸກຕະຫຼອດຊີວິດ ແທນ.
ລາວໄດ້ຖືກພົບເຫັນວ່າມີຄວາມຜິດໃນຖານໃຫ້ການສະໜັບສະໜຸນທາງການເງິນແລະວາງລະເບີດ ໃນຫຼາຍໆຈຸດ ທີ່ນະຄອນມຸມບາຍ ເມື່ອປີ 2007 ຊຶ່ງຮວມທັງຕຶກຕະຫຼາດຮຸ້ນບອມເບ ສຳນັກງານສາຍການບິນອິນເດຍ ໂຮງແຮງແລະໂຮງຮູບເງົາ.
ອ້າຍຂອງລາວ ທ້າວ Tiger Memon ແລະຫົວໜ້າແກ໊ງ Dawood Ibrahim ກໍສົງໄສວ່າເປັນຜູ້ຢູ່ເບື້ອງຫຼັງຂອງໂຈມຕີທັງຫຼາຍເຫຼົ່ານີ້ ແລະພວກເຂົາ ຍັງບໍ່ທັນຖືກຈັບເທື່ອ ຈົນ ເທົ່າເຖິງປະຈຸບັນນີ້.
ບັນດາກຸ່ມປົກປ້ອງເພື່ອສິດທິມະນຸດ ໄດ້ຕຳນິຕິຕຽນອິນເດຍ ໃນການປະຫານຊີວິດຄັ້ງນີ້.ອົງການນິລະໂທດກຳສາກົນ ເອີ້ນການກະທຳດັ່ງກ່າວນີ້ ແມ່ນ “ບໍ່ມີຫົວໃຈ”
ທ່ານ Aakar Patel ຜູ້ອຳນວຍການປະຈຳປະເທດອິນເດຍ ຂອງອົງການນິລະໂທດກຳສາກົນ ກ່າວວ່າ “ການປະຫານຊີວິດ ຈະບໍ່ໄດ້ໃຫ້ຄວາມຍຸດຕິທຳ ຕໍ່ເຫດລະເບີດໃນມຸມບາຍ ເມື່ອປີ 1993 ແຕ່ຢາງໃດ. ມັນເປັນການໃຊ້ໃນທາງທີ່ຜິດໆ ໃນຄວາມພະຍາຍາມ ເພື່ອປ້ອງກັນການກໍ່ການຮ້າຍແລະການໃຊ້ລະບົບຕຸລາການໃນທາງທີ່ບໍ່ສົມສ່ວນ ເພື່ອເປັນເຄື່ອງມື ໃນການແກ້ແຄ້ນ.”