ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ​ໄຊ​ໂຄລນ ພັດຖະຫຼົ່ມ ບັນດາລັດ ພາກຕາເວັນອອກ ຂອງອິນເດຍ


INDIA CYCLONE UPD VO
please wait
Embed

No media source currently available

0:00 0:00:46 0:00

ເບິ່ງວີດີໂອ ພາຍຸ​ໄຊ​ໂຄລນ ຫຼື​ລົມ​ບ້າໝູ ພັດຖະຫຼົ່ມ ອິນເດຍ

ພາຍຸ​ໄຊ​ໂຄລນ ຫຼື​ລົມ​ບ້າໝູ ທີ່​ກົມອຸ​ຕຸ​ນິຍົມ​ວິທະຍາ​ຂອງ​ອິນ​ເດຍ
ບັນ​ລະ​ຍາຍວ່າ “ຮ້າຍ​ແຮງ​ຫຼາຍ” ​ ໄດ້ໂຄ່ນ ສາຍ​ໄຟຟ້າຫຼາຍໆ
ສາຍ ​ແລະ ຕົ້ນ​ໄມ້ຫຼາຍຮ້ອຍ​ຕົ້ນ ລົງ ​ໃນ​ຂະນະ​ທີ່​ ພັດ​ຂຶ້ນຝັ່ງທະ​ເລ
​ທາງ​ພາກຕາ​ເວັນ​ອອກ ຂອງ​ປະ​ເທດ​.

ພາຍຸ​ໄຊ​ໂຄລນ Hudhud ​ຖະຫຼົ່ມ​ອິນ​ເດຍ ດ້ວຍ​ກະແສລົມແຮງ
ເຖິງ 195 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ ໃນ​ວັນ​ອາທິດມື້​ນີ້ ຂະນະ​ທີ່​ຈຸດ​ສູນ
​ກາງຂອງ​ມັນ ພັດຂຶ້ນຝັ່ງ​ທີ່​ເມືອ​ງທ່າ Visakhapatnam.

ບັນດາ​ພະນັກງານ​ກູ້​ໄພ ​ໄດ້ຖືກ​ສັ່ງ​ໃຫ້​ ຢູ່​ໃນ​ທ່າກຽມພ້ອມ​ຮັບ​ມື
ລ່ວງ​ໜ້າພາຍຸຈະ​ໄປ​ຮອດ ​ແລະພົນລະ​ເມືອງ 370,000 ຄົນ​ໄດ້​ຖືກ
​ຍົກຍ້າຍ​ອອກ​ຈາກ​ພື້ນ​ທີ່​. ມີ​ລາຍ​ງານ​ວ່າ​ມີ 2 ຄົນ​ເສຍ​ຊີວິດ.

​ເມືອງ​ທ່າ​ Visakhapatnam ເປັນ​ເມືອງ​ໃຫຍ່​ທີ່​ສຸດ ​ໃນລັດ Andhra Pradesh ​ແລະ​ເປັນທີ່​ຕັ້ງຂອງ ຖານທັບ​ເຮືອ​ໃຫຍ່​ຂອງ​ອິນ​ເດຍ.

XS
SM
MD
LG