ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜ່ນດິນໄຫວ ສັ່ນສະເທືອນ ກຸງນີວແດລລີ, ອິນເດຍ (ເບິ່ງວີດີໂອ)


ເຈົ້າໜ້າທີ່ອິນເດຍທ່ານນຶ່ງ ອອກຄໍາສັ່ງ ຕອນເຝິກຊ້ອມຮັບມືກັບໄພແຜ່ນດິນໄຫວ ເມື່ອວັນທີ 15 ເດືອນກຸມພາ 2012.
ເຈົ້າໜ້າທີ່ອິນເດຍທ່ານນຶ່ງ ອອກຄໍາສັ່ງ ຕອນເຝິກຊ້ອມຮັບມືກັບໄພແຜ່ນດິນໄຫວ ເມື່ອວັນທີ 15 ເດືອນກຸມພາ 2012.

ແຜ່ນ​ດິນ​ໄຫວທີ່​ມີ​ຄວາມ​ແຮງ 5.2 ຣິກ​ເຕີ ​ໄດ້​ສັ່ງ​ສະ​ເທືອ​ນນະ​ຄອນຫລວງ​ຂອງ​ອິນ​ເດຍ.

ປະຊາຊົນ​ພາກັນ​ແລ່ນ​ອອກ​ໄປ​ຍັງ​ຖະໜົນຫົນທາງ​ສາຍ​ຕ່າງໆ​ໃນ​ກຸງນີວ​ແດລ​ລີ ​ແລະເຂດ​
ຊານ​ເມືອງ​ ໃນ​ຕອນ​ບ່າຍ​ວັນ​ຈັນມື້​ນີ້ ຫລັງ​ຈາກແຜ່ນດິນ​ໄຫວ​ຫລາຍ​ບັ້ນ​ສັ່ງ​ສະ​ເທືອ​ນພວກ​
ຕຶກ​ອາຄານເປັນ​ເວລາ​ຢ່າງ​ໜ້ອຍ 10 ວິນາທີ.

ອົງການ​ສໍາ​ຫລວດທໍລະນີວິທະຍາ​ຂອງ​ສະຫະລັດ​ກ່າວ​ວ່າ ​ແຜ່ນດິນໄຫວ​ຄັ້ງ​ນີ້​ມີ​ຈຸດ​ໃຈ
ກາງ​ຢູ່​ຫ່າງ​ຈາກກຸງ​ນີວ​ແດລ​ລີໄປ​ທາງ​ກໍ້າຕາ​ເວັນຕົກ​ສຽງ​ເໜືອ ​ປະມານ 50 ຫລັກ​ກິ​ໂລ
ແມັດ ​ແລະ​ຢູ່ເລິກ​ຈາກ​ໜ້າດິນ​ລົງ​ໄປ 19 ຫລັກ​ກິ​ໂລ​ແມັດ.

ແຜ່ນດິນ​ໄຫວ​ໃນ​ວັນ​ຈັນ​ມື້​ນີ້​ມີ​ຂຶ້ນ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ສັບປະດາ ຫລັງ​ຈາກ​ທີ່ປະຊາຊົນ​
ຫລາຍ​ພັນ​ຄົນ​ພາກັນ​ເຂົ້າ​ປະກອບສ່ວນ​ໃນ​ການເຝິກຊ້ອມ​ຫລົບ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່
ທີ່​ສຸດ​ໃນ​ກຸງ​ນີວ​ແດນ​ລີ ທີ່​ມີວັດຖຸ​ປະສົງ​ເພື່ອ​ປັບປຸງ​ການ​ກຽມ​ພ້ອມໃນ​ການ​ຮັບ​ມື​ກັບໄພ
ຫາ​ຍະ​ນະ​ໃຫ້​ດີຂຶ້ນ​.

ຍັງບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ແລະ​ລົ້ມ​ຕາຍ ຫລື​ຄວາມເສຍ​ຫາຍ​ທີ່
ຮ້າຍ​ແຮງ​ໃດໆຈາກ​ໄພ​ແຜ່ນດິນ​ໄຫວ​ໃນ​ຄັ້ງ​ນີ້.

ເບິ່ງວີດີໂອລາຍງານ ກ່ຽວກັບການເຝິກຊ້ອມຮັບມືກັບໄພແຜ່ນດິນໄຫວ
ຂອງອິນເດຍ:

XS
SM
MD
LG