ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນ​ເດຍ ບໍ່​ໃຫ້​ຄວາມ​ສຳ​ຄັນ ຕໍ່​ລາຍ​ງານ ​ອິດ​ສະ​ຫຼະ​ພາບ ການ​ນັບ​ຖືສາ​ສະ​ໜາ ຂອງ ສ​ຫລ


ພວກ​ປະ​ທ້ວງ​ແກວ່ງ​ກ້ອນ​ຫີນ ໃສ່​ຕຳ​ຫຼວດ​ອິນ​ເດຍ ໃນ​ລະ​ຫວ່າງການ​ປະ​ທະ​ກັນ ​ຫຼັງ​ຈາກ​ພິ​ທີ​ສູດ​ມົນ ໃນ​ມື້​ວັນ​ອີດ ອາ​ລ-ຟີດ ທີ່​ເມືອງ​ສ​ຣີ​ນາ​ຄາ ປະ​ເທດ​ອິ​ນ​ເດຍ ເມື່ອ​ວັນ​ທີ 5 ມິ​ຖຸ​ນາ 2019.
ພວກ​ປະ​ທ້ວງ​ແກວ່ງ​ກ້ອນ​ຫີນ ໃສ່​ຕຳ​ຫຼວດ​ອິນ​ເດຍ ໃນ​ລະ​ຫວ່າງການ​ປະ​ທະ​ກັນ ​ຫຼັງ​ຈາກ​ພິ​ທີ​ສູດ​ມົນ ໃນ​ມື້​ວັນ​ອີດ ອາ​ລ-ຟີດ ທີ່​ເມືອງ​ສ​ຣີ​ນາ​ຄາ ປະ​ເທດ​ອິ​ນ​ເດຍ ເມື່ອ​ວັນ​ທີ 5 ມິ​ຖຸ​ນາ 2019.

ອິນ​ເດຍ​ກ່​າວ​ວ່າ ຕົນ​ມີ​ຄວາມ​ພາກ​ພູມ​ໃຈ ໃນ​ການ​ປົກ​ຄອງ​ປະ​ເທດ​ທີ່​ບໍ່​ມີ​ສາ​ສະນາ​ເຂົ້າ​ມາ​ຫຍຸ້ງ​ກ່ຽວ ໃນ​ຂະ​ນະ​ທີ່​ຕົນ​ປະ​ຕິ​ເສດຕໍ່​ລາຍ​ງານ​ຂອງ​ສະ​ຫະ​ລັດ​ທີ່​ວ່າ ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ຂອງ​ອິນ​ເດຍ ໄດ້​ຖືກ​ໂຈມ​ຕີ ໃນ​ໄລ​ຍະບໍ່​ດົນ​ຜ່ານ​ມານີ້.

ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ວ່າ​ດ້ວຍ​ອິດສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ລະ​ຫວ່າງ​ປະ​ເທດ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນວັ​ນ​ສຸກ​ຜ່ານ​ມານີ້ ກ່າວ​ວ່າ ກຸ່ມ​ສາ​ສະ​ໜາ​ຮິນ​ດູ​ຂວາ​ຈັດ ຊຶ່ງ​ອ້າງວ່າ​ໃຫ້​ການ​ປົກປ້ອງ​ງົວ ທີ່​ສາ​ສະ​ໜາ​ຮິນ​ດູ​ຖື​ວ່​າ ສັກ​ສິດນັ້ນ ໄດ້​ໃຊ້ “ຄວາມ​ຮຸນ​ແຮງ ການ​ຂົ່ມຂູ່ ແລະ​ການ​ຮາ​ວີ” ຕໍ່​ຊາວ​ມຸ​ສ​ລິມ ແລະ​ພວກ​ຊົນ​ຊັ້ນ​ຕ່ຳ. ນອກນັ້ນ ລາຍ​ງານຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າຊາວ​ຄ​ຣິ​ສ​ຕຽນ​ກໍ​ໄດ້​ຕົກ​ເປັນ​ເປົ້າ​ໃນ​ການ​ເຜີຍ​ແຜ່​ສາ​ສະ​ໜາ.

ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ກ່າວ​ວ່າ ບໍ່ວ່າລັດ​ຖະ​ບານ​ຂອງ​ຕ່າງ​ປະ​ເທດ​ໃດໆ​ກໍ​ຕາມ ບໍ່​ມີ​ສິດທີ່​ຈະ​ຕ້ອງ​ຕິ​ປະ​ຫວັດ​ຂອງ​ຕົນ. “ພວກ​ເຮົາມອງ​ບໍ່​ເຫັນ ​ສິດ​ທິ​ໃນ​ການ​ຕ້ອງ​ຕິ ​ຂອງ​ຕ່າງ​ປະ​ເທດ ຕໍ່​ສິດ​ທິ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ ຕາມ​ລັດ​ຖະ​ທຳ​ມະ​ນູນ ຂອງ​ປະ​ຊາ​ຊົນ​ພວກ​ເຮົາ.” ຖະ​ແຫຼງ​ການ​ກ່າວ​ຕໍ່​ໄປ​ວ່າ ອິນ​ເດຍ ມີ​ຄວາມ​ພາກ​ພູມ​ໃຈ “ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ຂອງ​ຕົນໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ໃຫຍ່​ທີ່​ສຸດ ແລະ​ມີ​ສັງ​ຄົມ​ທີ່​ຫຼາກ​ຫຼາຍ ໂດຍ​ມີ​ຄວາມ​ໝັ້ນ​ໝາຍ​ມາ​ເປັນ​ເວ​ລາ​ດົນ​ນານ ໃນ​ການ​ໂຍະ​ຍານ​ຜ່ອນ​ຜັນ​ແລະໃຫ້​ທຸກໆ​ຄົນ​ມີ​ສ່ວນ​ຮ່ວມ.”

ຖະ​ແຫຼງ​ການ​ທີ່​ໃຊ້​ຖ້ອຍ​ຄຳ​ແຫຼມ​ຄົມ​ຂອງ​ນິວ​ເດ​ລີ ມີ​ຂຶ້ນ​ກ່ອນ​ໜ້າການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອິນ​ເດຍ ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານໄມ​ຄ໌ ພອມ​ພຽວ ຊຶ່ງຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ອັງ​ຄານມື້​ອື່ນນີ້. ການ​ເຈ​ລະ​ຈາ​ຫາ​ລື​ຂອງ​ທ່ານກັບ​ອິນ​ເດຍ ​ຄາດ​ວ່າ ແມ່ນ​ຈະ​ຮວມ​ທັງ​ການ​ວາງ​ແຜນ​ກ່ຽວ​ກັບ​ການ​ພົບ​ປະ ລະຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນະເຣັນ​ດ​ຣາ ໂມ​ດີ ຢູ່​ຂ້າງ​ນອກກອງ​ປະ​ຊຸມ​ສຸດ ຍອດ​ຂອງ​ກຸ່ມ​ຈີ 20 ທີ່​ປະ​ເທດ​ຍີ​ປຸ່ນໃນ​ທ້າຍ​ອາ​ທິດນີ້.

ນອກນັ້ນ ພັກ​ບາ​ຣາ​ຕີ​ຢາ ຈາ​ນາ​ຕ້າ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ​ຂອງ​ອິນ​ເດຍ ຍັງໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫ​ະ​ລັດໂດຍ​ເວົ້າ​ວ່າ ຂໍ້​ສັນ​ນິດ​ຖານ​ທີ່​ວ່າ “ມີ​ແຜນ​ການອັນ​ຍິ່ງ​ໃຫຍ່ ​ຢູ່​ເບື້ອງ​ຫຼັງ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ ​ຕໍ່​ຕ້ານ​ພວກ​ຊົນ​ກຸ່ມ​ນ້ອຍນັ້ນ ແມ່ນ ບໍ່​ຖືກ​ຕ້ອງ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG