ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນເດຍ ກຽມຮັບມື ກັບ ລົມພາຍຸ ໄຊໂຄລນ ໄພລິນ (ສະໄລດ໌/ວີດີໂອ)


ພວກຊາວບ້ານ ພວມຊ່ອຍກັນ ເອົາກົກໄມ້ທີ່ຫັກຕັນທາງອອກ ຍ້ອນຝົນຕົກໜັກ ແລະລົມແຮງ ທີ່ລັດ Orisha ໃນພາກຕາເວັນອອກ ຂອງປະເທດອິນເດຍ (12 ຕຸລາ 2013)
ພວກຊາວບ້ານ ພວມຊ່ອຍກັນ ເອົາກົກໄມ້ທີ່ຫັກຕັນທາງອອກ ຍ້ອນຝົນຕົກໜັກ ແລະລົມແຮງ ທີ່ລັດ Orisha ໃນພາກຕາເວັນອອກ ຂອງປະເທດອິນເດຍ (12 ຕຸລາ 2013)
ອິນເດຍໄດ້ອອກຄຳເຕືອນລະດັບສູງສຸດ ກ່ຽວກັບລົມພາຍຸຂະ
ໜາດແຮງ ທີ່ພວມມຸ່ງໜ້າໄປສູ່ເຂດແຄມຝັ່ງທະເລກໍ້າຕາເວັນ
ອອກຂອງປະເທດ ຊຶ່ງບັງຄັບໃຫ້ ເຈົ້າໜ້າທີ່ ຕ້ອງໄດ້ຍົກຍ້າຍ ປະຊາຊົນຈຳນວນຫຼາຍຮ້ອຍພັນຄົນ ອອກຈາກທາງຂອງລົມ
ພາຍຸໄຊໂຄລນໄພລິນ.

ພວກນັກພະຍາກອນອາກາດຄາດວ່າລົມພາຍຸຫົວນີ້ຈະພັດຂຶ້ນ
ຝັ່ງໃນຕອນແລງຂອງວັນເສົາມື້ນີ້ ແລະຈະເປັນລົມພາຍຸທີ່ໃຫຍ່
ທີ່ສຸດຫົວນຶ່ງ ທີ່ເຄີຍພັດຖະຫຼົ່ມປະເທດອິນເດຍມາ.

ຝົນຕົກໜັກໄດ້ເລີ້ມຂຶ້ນແລ້ວຢູ່ຕາມໝູ່ບ້ານຕ່າງໆທີ່ຕັ້ງເລາະແຄມຝັ່ງທະເລ. ບັນດາຄອບ
ຄົວຊາວອິນເດຍ ພວມພາກັນເດີນທາງຜ່ານສາຍຝົນ ໄປຍັງບ່ອນຫຼົບໄພແຫ່ງຕ່າງໆ ໃນ ຂະນະທີ່ລົມໄດ້ພັດເອົາງ່າໄມ້ຫັກລົງມາ.

ທ້ອງຟ້າໄດ້ມືດຄື້ມ ເກືອບເປັນສີດຳ ໃນຕອນເຊົ້າມື້ນີ້ ທີ່ເມືອງ Bhubaneshwar ເມືອງ ເອກຂອງລັດ Orissa ຊຶ່ງຕັ້ງຫ່າງຈາກແຄມຝັ່ງທະເລປະມານ 100 ຫຼັກກິໂລແມັດ.



ທ່ານ Predeep Kumar Mohapate ຫົວໜ້າກຳມາທິການບັນເທົາທຸກພິເສດຂອງລັດ Orissa ກ່າວວ່າ ພວກທີ່ຍັງມີຄວາມລັງເລໃຈ ກ່ອນໜ້ານີ້ວ່າຈະຍົກຍ້າຍຫລືບໍ່ນັ້ນ ດຽວ ນີ້ແມ່ນເຕັມໃຈແລ້ວ ຂະນະທີ່ລົມພາຍຸໄພລິນ ທີ່ມີຄວາມແຮງ 220 ກິໂລແມັດຕໍ່ຊົ່ວໂມງ
ຊຶ່ງບາງທີ ອາດຈະເພີ້ມຂຶ້ນຕື່ມນັ້ນ ພວມພັດໄປເຖິງ. ເປັນທີ່ຄາດກັນວ່າ ຟອງທະເລທີ່ສູງ ກວ່າ 3 ແມັດຈະພັດເຂົ້າຖ້ວມບໍລິເວນແຄມຝັ່ງທະເລສ່ວນໃຫຍ່.

ຮູບຈາກດາວທຽມພະຍາກອນອາກາດ ໃນຕອນແລງຂອງວັນສຸກວານນີ້ສະແດງໃຫ້ເຫັນ ວ່າ ລົມພາຍຸໄຊໂຄລນໄພລິນ ແມ່ນໃຫຍ່ຫລາຍ ຊຶ່ງໄດ້ປົກຄຸມ ເກືອບກວມເອົາບໍລິເວນ ທັງໝົດຂອງອ່າວເບັງກາລ ຂະນະທີ່ລົມພາຍຸຫົວນີ້ ພວມມຸ່ງໜ້າໄປສູ່ລັດ Orissa ແລະ Ahdhra Pradesh ຂອງອິນເດຍ.

ລະບົບເຕືອນໄພພິບັດຢູ່ໃນທົ່ວໂລກ ຂອງອົງການສະຫະປະຊາຊາດ ແລະສະຫະພາບຢູ ໂຣບ ໄດ້ອອກຄຳເຕືອນ ໃນມື້ວັນສຸກວານນີ້ວ່າ ອາດມີປະຊາຊົນ ຫລາຍ ເຖິງ 6 ລ້ານ 5 ແສນຄົນ ປະເຊີນກັບຝົນຕົກໜັກ ແລະລົມທີ່ສ້າງຄວາມເສຍຫາຍຮ້າຍແຮງ.

INDIA CYCLONE
please wait
Embed

No media source currently available

0:00 0:01:34 0:00
XS
SM
MD
LG