ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊໂຄລນ ໄພລິນ ມຸ່ງໜ້າ ສູ່ຝັ່ງທະເລ ກໍ້າຕາເວັນອອກ ຂອງອິນເດຍ (ວີດີໂອ/ສະໄລດ໌)


ຟອງທະເລໃຫຍ່ ທີ່ເມືອງທ່າປະມົງ Jalaripeta ລັດ Andhra Pradesh (11 ຕຸລາ 2013)
ຟອງທະເລໃຫຍ່ ທີ່ເມືອງທ່າປະມົງ Jalaripeta ລັດ Andhra Pradesh (11 ຕຸລາ 2013)
ປະຊາຊົນຈຳນວນຫຼາຍໆພັນຄົນ ພວມພາກັນອົບພະຍົບຫລົບ
ໜີຈາກເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ ໄປຢູ່ບ່ອນສູງ
ຂະນະທີ່ອິນເດຍພວມກຽມຮັບມື ກັບລົມພາຍຸໄຊໂຄຼນຂະໜາດ
ແຮງ ທີ່ຈະພັດເຂົ້າຖະຫຼົ່ມ ເຂດແຄມຝັ່ງທະເລກໍ້າຕາເວັນອອກ
|ຂອງປະເທດ.

ລັດຖະບານອິນເດຍກ່າວວ່າ ຕົນວາງແຜນທີ່ຈະຍົກຍ້າຍປະຊາ
ຊົນ 100,000 ຄົນ ໄປຢູ່ບ່ອນປອດໄພ ກ່ອນທີ່ລົມພາຍຸໄຊໂຄຼນ
ໄພລິນ ຊຶ່ງໃນເວລານີ້ ກຳລັງພັດຢູ່ໃນບໍລິເວນອ່າວເບັງກາລນັ້ນ ຈະພັດເຂົ້າຖະຫຼົ່ມເຂດດັ່ງກ່າວໃນວັນເສົາມື້ອື່ນນີ້.

ເຈົ້າໜ້າທີ່ຂອງລັດ Orissa ແລະ Andhra Pradesh ກ່າວວ່າ ເປັນທີ່ຄາດກັນວ່າພາຍຸໄພ ລິນຈະພັດຂຶ້ນຝັ່ງ ດ້ວຍລົມທີ່ມີຄວາມແຮງ ເຖິງ 220 ກິໂລແມັດ ຕໍ່ຊົ່ວໂມງ ແລະຟອງທະເລ ຂອງລົມພາຍຸດັ່ງກ່າວຈະສູງເຖິງ 2 ແມັດ. ພວກນັກພະຍາກອນອາກາດເຕືອນວ່າ ໂຕເລກ
ທີ່ວ່ານີ້ ອາດຈະສູງຂຶ້ນຕື່ມຂະນະທີ່ລົມພາຍຸໄຊໂຄລນຫົວນີ້ ເພີ້ມຄວາມແຮງຂຶ້ນ.



ເຈົ້າໜ້າທີ່ອິນເດຍເຕືອນວ່າຈະເກີດຄວາມເສຍຫາຍຮ້າຍແຮງຕໍ່ຜົນລະປູກ ເຮືອນຊານບ້ານ ຊ່ອງ ແລະຕຶກອາຄານທີ່ເກົ່າແກ່ແລ້ວ ຕະຫຼອດທັງຈະມີການລົບກວນຕໍ່ລະບົບໄຟຟ້າ ນໍ້າປະ ປາ ແລະການບໍລິການທາງລົດໄຟ.

ລົມພາຍຸໄຊໂຄລນຫົວນຶ່ງ ທີ່ພັດຖະຫຼົ່ມລັດ Orissa ໃນປີ 1999 ເຮັດໃຫ້ມີຜູ້ເສຍຊີວິດຢ່າງ ໜ້ອຍ 10,000 ຄົນ.

INDIA CYCLONE
please wait
Embed

No media source currently available

0:00 0:00:27 0:00
XS
SM
MD
LG