ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊໂຄຼນ ນິລໍາ ຈະພັດຖະຫຼົ່ມ ພາກຕາເວັນອອກສຽງໃຕ້ ຂອງອິນເດຍ


ແຜນທີ່ປະເທດອິນເດຍ
ແຜນທີ່ປະເທດອິນເດຍ
ທາງ​ການ​ອິນ​ເດຍ ກໍາລັງ​ເຕືອນຊາວ​ປະມົງ​ທັງຫຼາຍ ຈົ່ງ​ຢຸດ​ເຊົາ​ການ​ຫາ​ປາ ​ແລະ​ປະຊາຊົນ​ທີ່​ອາໄສ​ຢູ່ເລາະຕາມ​ຝັ່ງ​ທະເລ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ ​ໃຫ້​ພາກັນຍົກຍ້າຍເລິກ​ເຂົ້າ​ໄປ​ ຈາກ​ແຄມ​ຝັ່ງ​ທະ​ເລ ​ໃນ​ຂົງ​ເຂດພາກ​ຕາ​ເວັນ​ອອກສຽງໃຕ້ ​ບ່ອນ​ທີ່ຄາດ​ວ່າ ​ພາຍຸ​ໄຊ​ໂຄຼນນີລໍາ ຈະ​ພັດ​ຂຶ້ນຝັ່ງ​ໃນ​ຕອນ​ຄໍ່າ​ວັນພຸດ​ມື້​ນີ້.

ກົມ​ອຸ​ຕຸ​ນິຍົມ​ຂອງ​ອິນ​ເດຍ​ເວົ້າ​ວ່າ ຄາດ​ວ່າ​ພາຍຸ​ຫົວນີ້​ ຈະ​ພັດ​ຂຶ້ນ​ຝັ່ງ​ໃກ້ໆ ເມືອງ Chennai ດ້ວຍ​ລົມ​ແຮງ​ລະຫວ່າງ 90 ຫາ 100 ​ກິໂລ​ແມັດ ຕໍ່​ຊົ່ວ​ໂມງ ຊຶ່ງ​ນັກ​ພະຍາກອນ​ອາກາດ​ກ່າວ​ວ່າ ພາ​ຍຸດັ່ງກ່າວ​ນີ້​ອາດຈະ​ພາ ​ໃຫ້​ລະດັບ​ນໍ້າ​ທະ​ເລສູງ​ຂຶ້ນ ລະຫວ່າງນຶ່ງ​ແມັດ ຫານຶ່ງ​ແມັດ​ເຄິ່ງ ຢູ່​ໃນບໍລິ ​ເວນ​ແຄມ​ຝັ່ງ​ຂອງລັດ Tamil Nadu ​ແລະ Andhra Pradesh.

ກົມ​ອຸ​ຕຸ​ນິຍົມ​ຂອງ​ອິນ​ເດຍກ່າວ​ວ່າ ພວກ​ຊາວບ້ານ​ຊາວ​ເມືອງ​ທັງຫຼາຍ ຫວັງ​ວ່າ ຈະ​ມີ​ຜົນ​ເສຍ​ຫາຍບໍ່ຫຼາຍປານ​ໃດ ​ຕໍ່​ສາຍໄຟຟ້າ​ແລະ​ສາຍ​ໂທລະ ​ຄົມມະນາຄົມ​ ນໍ້າ​ຖ້ວມ​ຕາມ​ເສັ້ນທາງຫຼົບ​ໄພ ​ແລະ​ອາດ​ສ້າງ​ຄວາມເສຍ​ຫາຍຢ່າງ​ຮ້າຍ​ແຮງ ໃຫ້​ແກ່ຫຼັງຄາ​ທີ່ມຸງ​ຫຍ້າ ​ແລະ​ຕູບ​ຕ່າງໆ.

ກົມ​ອຸຕຸນິຍົມ​ຂອງ​ອິນ​ເດຍພະຍາກອນວ່າ ຈະມີ​ຝົນຕົກ ​ແລະ​ຈະ​ຕົກໜັກ​ເປັນ​ບາງ​ຄັ້ງ​ຄາວ​ໃນ​ຂົງ​ເຂດ​ດັ່ງ​ກ່າວ ​ໃນຫຼາຍມື້​ຕໍ່ໜ້າ​ນີ້.
XS
SM
MD
LG