ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ ໄຊໂຄລນ ອັອກຄີ ເຮັດໃຫ້ປະຊາຊົນ ຫຼາຍຮ້ອຍຄົນ ຕ້ອງອົບພະຍົບ ອອກຈາກ ເຮືອນຂອງເຂົາເຈົ້າ


ປະຊາຊົນຖືວັດຖຸສິ່ງຂອງໆເຂົາເຈົ້າ ໃນຂະນະທີ່ເຂົາເຈົ້າ
ອົບພະຍົບອກຈາກເຮືອນ ຫຼັງຈາກເກີດນໍ້າຖ້ວມ ຈາກພາ
ຍຸໄຊໂຄລນ ອັອກຄີ ໃນໝູ່ບ້ານແຄມທະເລ ແຊລລານາມ ໃນລັດ ເຄຣາລາ, ອິນເດຍ.​​ 2 ທັນວາ 2017.
ປະຊາຊົນຖືວັດຖຸສິ່ງຂອງໆເຂົາເຈົ້າ ໃນຂະນະທີ່ເຂົາເຈົ້າ ອົບພະຍົບອກຈາກເຮືອນ ຫຼັງຈາກເກີດນໍ້າຖ້ວມ ຈາກພາ ຍຸໄຊໂຄລນ ອັອກຄີ ໃນໝູ່ບ້ານແຄມທະເລ ແຊລລານາມ ໃນລັດ ເຄຣາລາ, ອິນເດຍ.​​ 2 ທັນວາ 2017.

ພາຍຸໄຊໂຄລນ ອັອກຄີ ໄດ້ກໍ່ໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງໃນພາກຕາເວັນ
ອອກສຽງໃຕ້ຂອງ ອິນເດຍ, ເຮັດໃຫ້ປະຊາຊົນຢ່າງໜ້ອຍ 8 ຄົນເສຍຊີວິດ ແລະ ສ້າງ
ຄວາມເສຍຫາຍຕໍ່ບ້ານເຮືອນ, ສາຍໄຟຟ້າ ແລະ ຕົນໄມ້ຫຼາຍຕົ້ນ, ອີງຕາມການກ່າວ
ຂອງບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ.

ປະຊາຊົນຫຼາຍຮ້ອຍຄົນໄດ້ໄປອາໄສຢູ່ສະຖານທີ່ລີ້ໄພສຸກເສີນຊົ່ວຄາວ ເພື່ອລໍຖ້າໃຫ້
ພະຍຸກາຍໄປໃນລັດ ຕາມິລ ນາດູ ຫຼັງຈາກປະຊາຊົນຫຼາຍຄົນໄດ້ເສຍຊີວິດຍ້ອຍຕົ້ນ
ໄມ້ ແລະ ສາຍໄຟຟ້າຕົກທັບໃສ່.

ກົມອຸຕຸນິຍົມຂອງ ອິນເດຍ ໄດ້ກ່າວວ່າ ພາຍຸດັ່ງກ່າວຄວນຈະມີຄວາມຮຸນແຮງຂຶ້ນໃນ
ສອງຊົ່ວໂມງຂ້າງໜ້າ ໃນຂະນະທີ່ມັນເຄື່ອນຂຶ້ນໄປພາກເໜືອສູ່ນະຄອນ ມຸມໄບ ແລະ
ກໍຈະອ່ອນກຳລັງລົງ ຫຼັງຈາກມັນໄປຮອດທະເລ ອາຣາບຽນ.

ຊາວປະມົງຫຼາຍກວ່າ 150 ຄົນໄດ້ຖືກຊ່ວຍເຫຼືອຈາກນໍ້າທີ່ໄດ້ຮັບຜົນກະທົບໂດຍພາຍຸ
ແລະ ຄົນອື່ນໆມີລາຍງານວ່າໄດ້ເດີນທາງກັບສູ່ຊາຍຝັ່ງດ້ວຍຕົນເອງ.

ອົງການຂ່າວ ຣອຍເທີສ໌ ໄດ້ລາຍງານວ່າ ນາຍົກລັດຖະມົນຕີ ທ່ານ ນາເຣັນດຣາ ໂມດີ
ໄດ້ລົມກັບຜູ້ປົກຄອງລັດ ຕາມິລ ນາດູ ແລະ ໄດ້ຮັບປະກັນທ່ານ ກ່ຽວກັບ ການສະໜັບ
ສະໜູນເລື່ອງການຟື້ນຟູ.

XS
SM
MD
LG