ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວອິນເດຍ ເລີ່ມອົດອາຫານປະທ້ວງ (ເບິ່ງຮູບສະລາຍດ໌)


ນັກເຄື່ອນໄຫວອະວຸໂສທາງດ້ານສັງຄົມຂອງອິນເດຍ ທ່ານ Anna Hazare ກຳລັງສວດມົນພາວະນາທີ່ອະນຸສາ ວະລີມະຫາຕະມະຄານທີ ທີ່ຄຸ້ມ Rajghat ໃນກຸງນິວເດລີ (19 ສິງຫາ 2011)
ນັກເຄື່ອນໄຫວອະວຸໂສທາງດ້ານສັງຄົມຂອງອິນເດຍ ທ່ານ Anna Hazare ກຳລັງສວດມົນພາວະນາທີ່ອະນຸສາ ວະລີມະຫາຕະມະຄານທີ ທີ່ຄຸ້ມ Rajghat ໃນກຸງນິວເດລີ (19 ສິງຫາ 2011)

ນັກເຄື່ອນໄຫວອິນເດຍ ນາຍ Anna Hazare ເລີ່ມທຳການອົດອາຫານປະທ້ວງຢ່າງເປັນ
ການເປີດເຜີຍເປັນເວລາ 15 ມື້ ເພື່ອຮຽກຮ້ອງໃຫ້ມີການອອກກົດໝາຍຕໍ່ຕ້ານການສໍ້ລາດ ບັງຫຼວງທີ່ເຂັ້ມງວດກວ່າເກົ່າ.

ພວກສະໜັບສະໜຸນ ຈຳນວນຫຼາຍພັນຄົນ ໄດ້ໄປຕ້ອນຮັບທ່ານ Hazare ເວລາທ່ານເດີນ
ທາງໄປຮອດສວນສາທາລະນະ Ramila Maidan ທີ່ສາມາດໃຫ້ຜູ້ຄົນໄປຮ່ວມໄດ້ເຖິງ 25
ພັນຄົນ ທີ່ກຸງນິວເດລີ ໃນວັນສຸກມື້ນີ້ ບ່ອນທີ່ທ່ານຈະທຳການອົດອາຫານປະທ້ວງນັ້ນ.

ທ່ານ Hazare ໄດ້ເດີນທາງໄປເຖິງສວນດັ່ງກ່າວ ບໍ່ເທົ່າໃດຊົ່ວໂມງ ລຸນຫຼັງທີ່ທ່ານໄດ້ຖືກ
ປ່ອຍອອກມາຈາກຄຸກ Tihar.

ຂະບວນຂອງນັກເຄື່ອນໄຫວອາຍຸ 74 ປີຄົນນີ້ ເລີ່ມຈາກຄຸກຜ່ານນະຄອນຫຼວງຂອງອິນ
ເດຍ ຮວມທັງການຢຸດແວ່ທີ່ອະນຸສາວະລີ ຂອງບິດານັກຕໍ່ສູ້ເພື່ອອິດສະຫຼະພາບອິນເດຍ
ທ່ານມະຫາຕະມະຄານທີ.

ທ່ານ Hazare ແລະພວກສະໜັບສະໜຸນຫຼາຍກວ່າ 1,000 ຄົນໄດ້ຖືກຈັບໃນວັນອັງຄານ
ຜ່ານມາ ຫຼັງຈາກໄດ້ປະຕິເສດ ບໍ່ຍອມປະຕິບັດຕາມຄຳສັ່ງຂອງຕຳຫຼວດ ທີ່ໃຫ້ຈຳກັດການ ອົດອາຫານປະທ້ວງຂອງທ່ານເປັນເວລາ 3 ມື້ແລະມີຜູ້ເຂົ້າຮ່ວມບໍ່ໃຫ້ກາຍ 5,000 ຄົນ.

ໃນເວລາຕໍ່ມາຕຳຫຼວດແລະທ່ານ Hazare ໄດ້ບັນລຸການຕົກລົງກັນ ໃຫ້ທ່ານອົດອາຫານ
ປະທ້ວງໄດ້ 15 ມື້.

ທ່ານ Hazare ໄດ້ກະຕຸກຊຸກຍູ້ ໃຫ້ເກີດຄວາມຄຽດແຄ້ນຕໍ່ການສໍ້ລາດບັງຫຼວງ ຂອງພວກ
ເຈົ້າໜ້າແລະເຮັດໃຫ້ລັດຖະບານຂອງນາຍົກລັດຖະມົນຕີ Manmo han Singh ຕ້ອງຕົກ
ເປັນຝ່າຍປ້ອງກັນ.

XS
SM
MD
LG