ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວອິນເດຍ ຢຸດການອົດອາຫານ ປະທ້ວງ


ພວກເດັກນ້ອຍແມ່ຍິງອິນເດຍ ເອົານໍ້າໝາກພ້າວປະສົມນໍ້າເຜິ້ງໃຫ້
ທ່ານ Anna Hazare ດື່ມ ຫລັງຈາກທ່ານ ຢຸດເຊົາການອົດອາຫານປະທ້ວງ ມາເປັນເວລາ 13 ມື້ ເພື່ອປະທ້ວງການສໍ້ລາດບັງຫລວງ ທີ່ກຸງ New Delhi,
ວັນທີ 28 ສິງຫາ 2011.
ພວກເດັກນ້ອຍແມ່ຍິງອິນເດຍ ເອົານໍ້າໝາກພ້າວປະສົມນໍ້າເຜິ້ງໃຫ້ ທ່ານ Anna Hazare ດື່ມ ຫລັງຈາກທ່ານ ຢຸດເຊົາການອົດອາຫານປະທ້ວງ ມາເປັນເວລາ 13 ມື້ ເພື່ອປະທ້ວງການສໍ້ລາດບັງຫລວງ ທີ່ກຸງ New Delhi, ວັນທີ 28 ສິງຫາ 2011.

ນັກ​ເຄື່ອນ​ໄຫວ​ຫົວ​ປະ​ຕິຮູບ​ອິນ​ເດຍ ທີ່ໄດ້​ທໍາ​ການອົດ​ອາຫານ​ປະ​ທ້ວງ
ແລະ​ການ​ປະ​ທ້ວງຂອງ​ລາວ​ໄດ້​ກະ​ຕຸ້ນໃຫ້​ປະ​ເທດ​ຊາດ​ສະ​ແດງຄວາມ​ໂກດ
ແຄ້ນ​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ນັ້ນ ​ໄດ້​ຢຸດ​ການ​ອົດ​ອາຫານ​ປະ​ທ້ວງ​ມາ​
ເປັນ​ເວລາ 13 ມື້​ຂອງ​ຜູ້ກ່ຽວ​ແລ້ວ​ ຫລັງ​ຈາກສະພາ​ແຫ່ງ​ຊາດ​ອິນ​ເດຍ​ໄດ້
ຕົກລົງ​ຮັບ​ເອົາ​ຄໍາ​ຮຽກຮ້ອງ​ຂອງ​ທ່ານ ທີ່​ຢາກ​ໃຫ້​ມີ​ການ​ອອກ​ກົດໝາຍ
ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢ່າງເຂັ້ມ​ງວດ​ຂຶ້ນ​ນັ້ນ.

ທ່ານ Annah Hazare ​ໄວ 74 ປີ​ໄດ້​ຢຸດ​ການ​ອົດ​ອາຫານ​ປະ​ທ້ວງ​ ຢູ່​ສະ
ຖານ​ທີ່​ກາງ​ແຈ້ງ​ແຫ່ງ​ນຶ່ງ​ໃນ​ກຸງ New Delhi ​ໃນ​ວັນ​ອາທິດ​ມື້​ນີ້ ເວລາ
ເດັກນ້ອຍ​ແມ່ຍິງ​ ໄວ 5 ຂວບຄົນ​ນຶ່ງ​ ເອົາ​ນໍ້າໝາກ​ພ້າວ​ປະສົມ​ນໍ້າ​ເຜິ້ງ
ຈອກ​ນຶ່ງ​ ມາ​ໃຫ້​ທ່ານ​ດື່ມ.

ຄາດ​ວ່າ ທ່ານ Hazare ທີ່​ໄດ້​ເສຍ​ນໍ້າໜັກ ​ຫລື​ຈ່ອຍ​ລົງຫລາຍ​ໃນ​ລະ
ຫວ່າງ​ການ​ອົດ​ອາຫານ​ປະ​ທ້ວງ​ນັ້ນ ​ຈະ​ຖືກ​ນໍາ​ສົ່ງ​ໂຮງໝໍ​ໃນ​ວັນ​ອາທິດ
ມື້​ນີ້. ລັດຖະບານ​ອິນ​ເດຍ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Hazare ​ປ່ອຍ​ໃຫ້​ໝໍ​
ປ້ອນອາຫານ​ໃຫ້ທ່ານ ເຂົ້າ​ທາງ​ເສ້ນ​ເລືອດ ​ແຕ່ທ່ານບໍ່​ຍອມ.

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຈາກ​ພັກ Congress ທີ່​ປົກຄອງ​ປະ
ເທດ​ໃນ​ປັ​ດຈຸ​ບັນ​ແລະ​ພັກ​ຝ່າຍ​ຄ້ານໃຫຍ່ ​ໄດ້ໄຂ​ກອງ​ປະຊຸມ​ພິ​ເສດຂຶ້ນ
ໃນ​ວັນ​ເສົາ​ວານ​ນີ້ ​ແລະໄດ້ຕົກລົງໃຫ້ການສະໜັບສະໜຸນ​ແກ່ຮ່າງຍັດ
ຕິ​ສະບັບ​ນຶ່ງ​ທີ່​ສະ​ເໜີ​ຂຶ້ນ​ໂດຍ​ທ່ານ Pranab Mukherjee ລັດຖະມົນ
ຕີ​ການ​ເງິນ ທີ່​ໃຫ້​ຈັດ​ຕັ້ງ​ເຈົ້າ​ໜ້າ​ທີ່​ຮັບ​ຟັງ​ຄໍາ​ຮ້ອງທຸກ ທີ່ເປັນ​ອິດສະລະ
ຂຶ້ນ​ມາ ​ໂດຍ​ໃຫ້ມີ​ອໍານາດ​ຢ່າງ​ກວ້າງຂວາງ ເພື່ອ​ທໍາ​ການ​ສືບສວນ​ສອບ
ສວນພວກ​ສະມາຊິກ​ສະພາ ພວກ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕຸລາການ​ແລະ​ເຈົ້າ​ໜ້າ
ທີ່​ອື່ນໆ​ນັ້ນ.

XS
SM
MD
LG