ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາ ຂອງອິນເດຍ ສູງສຸດເປັນອັນດັບທີ 3 ຂອງໂລກ


ຊາຍຜູ້ອະນາຖານອນຢູ່ເທິງລໍ້ໃນສວນສາທາລະນະທີ່ຈອດຢູ່ກາງເຂດກັ້ນລະຫວ່າງທາງແລ່ນ ໃນລະຫວ່າງການປິດເມືອງ ຢູ່ໃນເມືອງເບັງກາລູຣູ ຊອງອິນເດຍ, ວັນອາທິດ ທີ 5 ກໍລະກົດ 2020. (AP Photo/Aijaz Rahi)
ຊາຍຜູ້ອະນາຖານອນຢູ່ເທິງລໍ້ໃນສວນສາທາລະນະທີ່ຈອດຢູ່ກາງເຂດກັ້ນລະຫວ່າງທາງແລ່ນ ໃນລະຫວ່າງການປິດເມືອງ ຢູ່ໃນເມືອງເບັງກາລູຣູ ຊອງອິນເດຍ, ວັນອາທິດ ທີ 5 ກໍລະກົດ 2020. (AP Photo/Aijaz Rahi)

ອິນເດຍ ໄດ້ລາຍງານວ່າ ມີກໍລະນີຕິດໄວຣັສໂຄໂຣນາໃໝ່ອີກ ຫຼາຍກວ່າ 23,000 ຄົນໃນວັນຈັນມື້ນີ້ ໂດຍເຮັດໃຫ້ຈໍານວນຜູຸ້ຕິດເຊື້ອທັງໝົດຂອງຕົນ
ໃນລະຫວ່າງການລະບາດລະດັບໂລກຢູ່ນີ້ ກາຍຣັດເຊຍໄປແລ້ວ ເປັນອັນດັບ ທີສາມ ທີ່ມີກໍລະນິດເຊື້ອຫຼາຍທີ່ສຸດໃນໂລກ.

ອິນເດຍຍັງນຳຫລັງສະຫະລັດແລະບຣາຊີລຢູ່ ໃນດ້ານຂອງຈຳນວນກໍລະນີຕິດເຊື້ອໄວຣັສ ທີ່ໄດ້ຮັບການຢືນຢັນໂດຍລວມ.

ປະເທດດັ່ງກ່າວໄດ້ປິດການເດີນທາງເຂົ້າມາຈາກຕ່າງປະເທດ ແຕ່ລັດຖະບານ ກໍໄດ້ຍົກເລີກຂໍ້ຈຳກັດຕ່າງໆ ໃນດ້ານການທ່ອງທ່ຽວຂັ້ນທ້ອງຖິ່ນ ເປັນໄລຍະໆ ເພື່ອພະຍາຍາມສົ່ງເສີມເສດຖະກິດ.

ແຕ່ຢູ່ໃນເຂດອຸດຕາ ປຣາເດັສ ຊຶ່ງເປັນລັດ ທີ່ມີປະຊາກອນອາໄສຢູ່ຢ່າງໜາ
ແໜ້ນນັ້ນ ບັນດາເຈົ້າໜ້າທີ່ໄດ້ຂະຫຍາຍການປິດພວກທຸລະກິດ ສະຖານອະນຸ ສາວະລີ ແລະສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ໃນເມືອງອາກຣາ ອອກໄປຕື່ມອີກ ລວມທັງຢູ່ທີ່ພະຣາຊະວັງ ທາຈ ມາຮອລ ທ່າມກາງການລະບາດຢ່າງຕໍ່ເນື່ອງຂອງພະຍາດໂຄວິດ-19.

“ເພື່ອຜົນປະໂຫຍດຂອງມະຫາຊົນ ມັນໄດ້ຖືກຕັດສິນໃຈແລ້ວວ່າ ການເປີດອານຸສາວະລີຕ່າງໆໃນເມືອງອາກຣາ ຈະບໍ່ເປັນສິ່ງທີ່ສົມຄວນໃນເວລານີ້” ທາງການ ເມືອງໄດ້ກ່າວໄປ ໃນແຈ້ງການສະບັບນຶ່ງ ທີ່ໄດ້ພິມອອກເຜີຍແຜ່ໃນພາສາຮິນດີ. ພະຣາຊະວັງທາຈ ມາຮອລ ແລະສະຖານທ່ອງທ່ຽວແຫ່ງຕ່າງໆ ໃນເມືອງອາກຣາ ໄດ້ຖືກປິດໄວ້ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ.

ໃນຂະນະທີ່ລັດຖະບານ ຂອງຫຼາຍໆປະເທດ ພວມຮັບມືຫາວິທີແກ້ໄຂການລະ ບາດຂອງໄວຣັສໂຄໂຣນາຢູ່ນັ້ນ ກຸ່ມບັນດານັກວິທະຍາສາດ 239 ຄົນຈາກ 32 ປະເທດກຸ່ມນຶ່ງ ແມ່ນຮຽກຮ້ອງຕໍ່ອົງການອະນາໄມໂລກ ຫຼື WHO ໃຫ້ອອກຂໍ້ຊີ້ນຳໃໝ່ ຂອງແນວໂນ້ມທີ່ອາດຈະເກີດຂຶ້ນກັບພະຍາດໄວຣັສ ທີ່ແຜ່ກະຈາຍທາງອາກາດນີ້.

ພວກນັກວິທະຍາສາດທັງຫຼາຍ ກ່າວວ່າ ມີຫລັກຖານທີ່ວ່າ ໄວຣັສດັ່ງກ່າວສາ ມາດຢູ່ໃນອາກາດ ແລະລະອອງເໝັດນ້ອຍໆທັງຫຼາຍສາມາດຕິດແປດຄົນໄດ້.

ໃນອອສເຕຣເລຍ ບັນດາເຈົ້າໜ້າທີ່ໄດ້ປະກາດໃນວັນຈັນມື້ນີ້ ການປິດຊາຍແດນລະຫວ່າງລັດວິກຕໍເຣຍ ແລະລັດນິວຊາວເວລສ໌ ຊຶ່ງເປັນສອງລັດທີ່ມີປະຊາກອນໜາແໜ້ນທີ່ສຸດຂອງປະເທດ ຫຼັງຈາກໄດ້ມີການຕິດແປດກໍລິນີໃໝ່ພຸ່ງສູງຂຶ້ນ. ການສັ່ງປິດດັ່ງກ່າວແມ່ນບໍ່ມີກຳນົດ ແລະເປັນຂີດໝາຍຄັ້ງທຳອິດທີ່ອອສເຕຣເລຍໄດ້ເອົາມາດຕະການເຊັ່ນນີ້ ນັບຕັ້ງແຕ່ ໂຣກໄຂຫວັດລະບາດໄປໃນທົ່ວໂລກເມື່ອ 100 ປີກ່ອນ.

ສ່ວນປະເທດກຣິສ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຕົນກໍຫ້າມພວກນັກເດີນທາງຈາກເຊີເບຍ ຈົນເຖິງວັນທີ 15 ກໍລະກົດ ຫຼັງຈາກທີ່ຈຳນວນກໍລະນີຕິດເຊື້ອໄວຣັສຢູ່ແຫ່ງດັ່ງກ່າວໄດ້ເພີ້ມສູງຂຶ້ນ.

ແລະໃນສະເປນ ເມືອງນຶ່ງຢູ່ໃນພາກຕາເວັນຕົກສຽງເໜືອຂອງປະເທດແມ່ນໄດ້ຖືກປິດເມືອງມານຶ່ງອາທິດ ເພາະວ່າທາງການຢ້ານມີການລະບາດຂອງໂຄວິດ-19 ຮອບໃໝ່ອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG