ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ອິນເດຍແລະຈີນຕັ້ງເປົ້າໝາຍ ທີ່ຈະເພິ່ມມູນຄ່າ ການຄ້າລະຫວ່າງກັນຂຶ້ນ ເປັນ 2 ເທົ່າໃນ 5 ປີ.


ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ຢ້ຽມຢາມໂຮງຮຽນແຫ່ງນື່ງ ທີ່ນະຄອນຫລວງ New Delhi, ວັນທີ 15 ທັນວາ 2010, ໃນລະຫວ່າງການຢ້ຽມຢາມອິນເດຍ. (AP Photo)

ອິນເດຍຢາກໃຫ້ຈີນລົດຜ່ອນສິ່ງກີດຂວາງຕ່າງໆຕໍ່ການຄ້ານັ້ນລົງ ເພື່ອຮັບປະກັນ​ໃຫ້​ມີຄວາມ ສໍາພັນດ້ານການຄ້າ ທີ່ສົມດຸນຂື້ນກວ່າເກົ່າ ລະຫວ່າງທັງສອງປະເທດ. ນັກ​ຂ່າວ​ວີ​ໂອເອ ນາງ Anjana Pasricha ລາຍງານມາຈາກນະຄອນຫລວງນີວ​ເເດລລີ ວ່າການສົ່ງ​ເສີມ ການຄ້າສອງຝ່າຍ ​ແມ່ນ​ນຶ່ງ​ໃນບັນຫາອັນດັບສູງສຸດ ທີ່ໄດ້ຍົກ​ຂຶ້ນ​ມາປຶກສາຫາລືກັນລະຫວ່າງ ສອງເສດຖະກິດຍັກ​ໃຫຍ່​ຂອງ​ເອ​ເຊຍ ໃນລະຫວ່າງການຢ້ຽມຢາມ ເປັນເວລາສາມວັນ ຂອງ ນາຍົກລັດຖະມົນຕີຈີນ ທ່ານເຫວິນ ເຈຍບາວ ເມື່ອໝໍ່ໆມານີ້ ທອງປາ ມີລາຍ​ລະອຽດ ມາສະເໜີທ່ານ.

ກ່ອນສິ້ນສຸດການເດີນທາງຢ້ຽມຢາມອິນເດຍເປັນເວລາ 3
ວັນ ​ໃນວັນສຸກຜ່ານມານີ້ ນາຍົກລັດຖະມົນຕີຈີນ ທ່ານ
ເຫວິນ ເຈຍບາວ ແລະ ພວກເຈົ້າໜ້າທີ່ລັດຖະບານອິນເດຍ
ໄດ້ຕັ້ງເປົ້າໝາຍອັນ​ໃຫຍ່​ໂຕ​ທະ​ເຍີ​ທະຍານ ທີ່ຈະເພີ່ມການ
ຄ້າລະຫວ່າງ​ກັນຂຶ້ນເປັນສອງເທົ່າຕົວ ຄືໃນມູນຄ່າ 100
ພັນລ້ານໂດລາ ໃຫ້ໄດ້ ພາຍໃນປີ 2015.

ພວກນັກວິເຄາະກ່າວວ່າ ເປົ້າໝາຍດັ່ງກ່າວນີ້​ແມ່ນ​ສາມາດ
ທີ່ຈະບັນລຸ​ໄດ້ ​ເພາະວ່າເວລານີ້ ຈີນເປັນພາຄີການຄ້າລາຍ
ໃຫຍ່ທີ່ສຸດຂອງອິນເດຍຢູ່​ແລ້ວ ແຕ່ກໍຍັງຄົງມີຫລາຍໆບັນ
ຫາທີ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄວາມສໍາພັນລະຫວ່າງ
ສອງເສດຖະກິດ ທີ່ມີການເຕີບໂຕຢ່າງວ່ອງໄວທີ່ສຸດຂອງ ຂົງເຂດເອເຊຍນັ້ນ.

ບັນຫາອັນດັບສູງສຸດບັນຫານຶ່ງນັ້ນ ກໍຄືການຂາດດຸນການຄ້າຂອງອິນເດຍ ໃນມູນຄ່າມະຫາ
ສານກັບຈີນຊຶ່ງຄາດກັນວ່າຈະສູງເຖິງ 20 ພັນລ້ານໂດລາໃນປີນີ້. ທາງລັດຖະບານນີວ​ເເດລ
ລີກ່າວວ່າ ສິ່ງກີດຂວາງຕ່າງໆຕໍ່ຕະຫລາດຈີນນັ້ນ ໝາຍເຖິງ​ວ່າສິນຄ້າແລະການບໍລິການ
ລາຄາສູງຕ່າງໆ ເຊັ່ນດ້ານເພສັດຊະກໍາແລະເທັກໂນໂລຈີ່ດ້ານຂໍ້ມູນຂ່າວສານນັ້ນ ແມ່ນບໍ່ສາ
ມາດເຂົ້າ​ເຖິງ​ຕະຫລາດ​ຂອງ​ຈີນ​ໄດ້. ດ້ວຍ​ເຫດ​ນີ້ ສິນຄ້າສົ່ງອອກຂອງອິນເດຍ​ໄປ​ຍັງຈີນສ່ວນ
ໃຫຍ່ຈຶ່ງ​ມີ​ແຕ່ຈໍາພວກວັດຖຸດິບ ລາຄາ​ຖືກຕ່າງໆ ເຊັ່ນທາດເຫລັກເປັນຕົ້ນ ໃນຂະນະທີ່ຈີນສົ່ງ
ພວກສິນຄ້າສໍາເລັດຮູບຫລາກຫລາຍ​ປະເພດ ​ໄປຂາຍໃຫ້ອິນເດຍ.

ໃນຖະແຫລງການຮ່ວມສະບັບນຶ່ງເມື່ອວັນພະຫັດຜ່ານມານີ້ ຈີນໃຫ້ຄໍາໝັ້ນສັນຍາວ່າຈະແກ້
ໄຂບັນຫາຄວາມເປັນຫ່ວງຂອງອິນເດຍ ແລະ​ເອົາມາດຕະການທີ່ຊຸກຍູ້ສົ່ງເສີມສິນຄ້າສົ່ງ
ອອກຂອງ ອິນເດຍ.

ນອກນີ້ແລ້ວ ລັດຖະບານທັງສອງໄດ້ຊອກຫາ​ທາງເພີ່ມທະວີຂະໜາດ ຂອງການລົງທຶນໂດຍ
ກົງໃນເສດຖະກິດຂອງກັນ​ແລະ​ກັນ ຊຶ່ງມີຂະໜາດນ້ອຍຫລາຍ ໃນປັດຈຸບັນນີ້.

ທ່ານ Vishnu Prakash ​ໂຄສົກກະຊວງຕ່າງປະເທດອິນເດຍ ກ່າວວ່າ ຈີນອາດສາມາດ
ທໍາການລົງທຶນທີ່ໃຫຍ່ກວ່າໄດ້ ໃນພາກສ່ວນການກໍ່ສ້າງໂຄງລ່າງພື້ນຖານຂອງອິນເດຍ ຊຶ່ງ
ທ່ານ Prakash ກ່າວຕໍ່ໄປວ່າ:

ເວລາ​ນີ້ ລັດຖະບານກໍາລັງວາງ ແຜນຈະລົງທຶນ ນຶ່ງພັນ ພັນລ້ານໂດລາ ຫລື​ນຶ່ງ​
ພັນ​ຕື້ໂດ​ລາ ເຂົ້າໃສ່ໃນການພັດທະນາໂຄງລ່າງພື້ນຖານ ຈາກປີ 2012 ຫາ ປີ
2017 ແລະ ອິນເດຍກໍຈະຍິນດີ ຕ້ອນຮັບການມີບົດບາດທີ່ໃຫຍ່ກວ່າ​ເກົ່າ ໂດຍ
ພວກບໍລິສັດຂອງຈີນ ໃນການພັດທະນາໂຄງລ່າງພື້ນຖານຕ່າງໆ ໂດຍສະເພາະ
ໃນພາກສ່ວນຖະໜົນໃຫຍ່ ພາກສ່ວນ​ໄຟຟ້າ ການຂົນສົ່ງມວນ​ຊົນ ແລະອີກ ຫລາຍໆຢ່າງ.”

ນອກນີ້ແລ້ວ ອິນເດຍແລະຈີນຍັງໄດ້ຕົກລົງກັນ ທີ່ຈະປັບປຸງການເຂົ້າຫາເຂົ້າເຖິງເສດຖະກິດ
ຂອງກັນແລະກັນ ​ໂດຍພວກທະນາຄານຂອງເຂົາເຈົ້ານັ້ນ. ​ແລະພວກຜູ້ນໍາດ້ານທຸລະກິດ
ຈາກສອງປະເທດ ຍັງໄດ້ເຊັນຂໍ້ຕົກລົງກັນເຖິງ 50 ສະບັບທີ່ມີມູນຄ່າປະມານ 16 ພັນລ້ານ
ໂດລາ​ໃນ​ຫລາຍໆພາກສ່ວນ ເຊັ່ນໄຟຟ້າ ໂທລະຄົມມະນາຄົມ ເຫລັກແລະພະລັງລົມເປັນຕົ້ນ.

ໃນຂໍ້ສະເໜີອັນນຶ່ງເພື່ອສົ່ງ​ເສີມການຄ້ານັ້ນ ນາຍົກລັດຖະມົນຕີຈີນ ທ່ານ ເຫວິນ ເຈຍບາວ
ກ່າວວ່າ ທັງສອງປະເທດຄວນຈະເລີ່ມຕົ້ນເຈລະຈາກັນ ເລຶ່ອງການ​ເຮັດສົນທິສັນຍາການຄ້າ
ເສລີກັນ. ແຕ່ພວກນັກວິເຄາະດ້ານການຄ້າກ່າວວ່າ ລັດຖະບານນະຄອນນີວເດລລີ ບໍ່ຊົງທີ່
ຈະເຫັນດີນໍາເລຶ່ອງນີ້ ຍ້ອນມີຄວາມເປັນຫ່ວງວ່າ ມັນຈະພາໃຫ້ພາກສ່ວນການຜະລິດຂອງ
ອິນເດຍ ຕົກ​ຢູ່​ໃຕ້ການແຂ່ງຂັນທີ່​ສູ້​ບໍ່​ໄດ້ ກັບພວກຜູ້ຜະລິດທັງຫລາຍຂອງຈີນ ເພາະຈີນ
ເປັນຜູ້ນໍາໃນດ້ານນີ້ຂອງໂລກຢູ່ແລ້ວ.

ນາຍົກລັດຖະມົນຕີຈີນ​ໄປຢ້ຽມຢາມອິນເດຍຄັ້ງນີ້ ​ໂດຍ​ມີຜູ້ຕາງໜ້າດ້ານທຸລະກິດຕິດຕາມ​ໄປ​
ນໍາ ເກືອບຮອດ 400 ຄົນ. ທ່ານເຫວິນ ເຈຍບາວ ນັບວ່າເປັນຜູ້ນໍາຄົນຫລ້າສຸດໃນຫລາຍໆ
ຜູ້ນໍາທີ່​ໄດ້​ໄປຢ້ຽມຢາມອິນເດຍ ຢ່າງ​ຕໍ່​ເນື່ອງ​ກັນ ເພື່ອສະແຫວງຫາ​ໂອກາດ​ຫລາຍ​ຂຶ້ນ ໃນ
ການເຂົ້າຫາ ເຂົ້າເຖິງເສດຖະກິດຂອງອິນ​ເດຍ ຊຶ່ງກໍາລັງເຕີບໂຕຂື້ນ ໃນອັດຕາປະມານເກົ້າ ເປີເຊັນ ໃນເວລານີ້.

XS
SM
MD
LG