ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ແລະຈີນ ແກ້ໄຂ ບັນຫາ ການປະເຊີນໜ້າ ທີ່ເຄັ່ງຕຶງ ທາງທະຫານ ເປັນເວລາ 2 ອາທິດ


ປ້າຍຊາຍແດນອິນເດຍ-ຈີນ ທີ່ເບິ່ງຈາກຊາຍແດນ ຈາກຟາກ ອິນເດຍ ທີ່ເມືອງ Bumla ທີ່ລັດ Arunachal Pradesh.
ປ້າຍຊາຍແດນອິນເດຍ-ຈີນ ທີ່ເບິ່ງຈາກຊາຍແດນ ຈາກຟາກ ອິນເດຍ ທີ່ເມືອງ Bumla ທີ່ລັດ Arunachal Pradesh.

ລັດຖະມົນຕີີການຕ່າງປະເທດອິນເດຍ ກ່າວວ່າ ອິນເດຍແລະ
ຈີນ ໄດ້ແກ້ໄຂບັນຫາຄວາມເຄັ່ງຕຶງ ກ່ຽວກັບການປະເຊີນໜ້າ
ທາງທະຫານ ເປັນເວລາສອງອາທິດ ໃນເຂດຊາຍແດນ ທາງ ພາກເໜືອຂອງພູຫິມະໄລແລ້ວ.

ທ່ານນາງ Sushma Swaraj ກ່າວໃນວັນສຸກມື້ນີ້ ຫລັງຈາກ
ໄດ້ພົບປະກັບຄູ່ຕຳແໜ່ງຝ່າຍຈີນທ່ານ Wang Yi ທີ່ນະຄອນ
ນິວຢອກວ່າ ທະຫານຈີນຈະເລີ້ມຖອນກຳລັງອອກໄປ ໃນວັນ
ສຸກມື້ນີ້ແລະຈະແລ້ວສຳເລັດພາຍໃນວັນອັງຄານຈະມາ. ທ່ານ ນາງໄດ້ກ່າວເຖິງການແກ້ໄຂບັນຫານີ້ວ່າ ເປັນຜົນສຳເລັດອັນ
ໃຫຍ່ຫຼວງ.

ທະຫານຈີນຫຼາຍຮ້ອຍຄົນໄດ້ເຂົ້າໄປໃນເຂດດັ່ງກ່າວຊຶ່ງອ້າງກຳມະສິດໂດຍຝ່າຍອິນເດຍ ແລະໄດ້ກໍ່ໃຫ້ເກີດ ການປະເຊີນໜ້າກັນ ຢູ່ໃນເຂດ Ladakh ຊຶ່ງເປັນບໍລິເວນຊາຍແດນທີ່ ເປັນພູຜາສອກຫຼີກຫ່າງໄກ.

ອິນເດຍກ່າວວ່າ ທະຫານຈີນ ທີ່ພວມສ້າງຫົນທາງຢູ່ໃນເຂດຊາຍແດນຂອງຕົນນັ້ນ ຢາກ ສ້າງທາງຕໍ່ເຂົ້າໄປໃນເຂດດັ່ງກ່າວ ທີ່ອ້າງກຳມະສິດໂດຍອິນເດຍ.

ເຈົ້າໜ້າທີ່ເວົ້າວ່າ ຈີນໄດ້ຕົກລົງທີ່ຈະຢຸດບໍ່ສ້າງທາງຕໍ່ເຂົ້າໄປໃນເຂດແດນທີ່ຍັງມີການຂັດ ແຍ້ງກັນ. ເພື່ອເປັນການຕອບແທນ ຝ່າຍອິນເດຍ ໄດ້ຕົກລົງ ທີ່ຈະມ້າງ ຕູບສັງເກດການ ແຫ່ງນຶ່ງ ທີ່ຫາກໍສ້າງຂຶ້ນເມື່ອໄວໆມານີ້.

ປະເທດທັງສອງໄດ້ເກີດບັນຫາຂັດແຍ້ງຢ່າງຮຸນແຮງ ກ່ຽວກັບຊາຍແດນມາເປັນເວລາດົນ ນານ ແລະການບຸກລຸກຂະໜາດນ້ອຍໆຂ້າມຊາຍແດນຢູ່ເລື້ອຍໆທີ່ຍາວ 4000 ຫຼັກກິໂລ ແມັດຂ້າມພູຫິມະໄລນັ້ນ.

XS
SM
MD
LG