ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນເດຍ ປະທ້ວງຈີນ ທີ່ບໍ່ຢາກໃຫ້ ເອົາຊື່ ຜູ້ນຳ ຫົວຮຸນແຮງ ອິສລາມ ເຂົ້າໃນບັນຊີດຳ


ພວກປະທ້ວງອິນເດຍ ພາກັນຢຽບຮູບ ຜູ້ນຳຫົວຮຸນແຮງ Mujahiddeen ປາກິສຖານ ທ້າວ Masood Azhar.
ພວກປະທ້ວງອິນເດຍ ພາກັນຢຽບຮູບ ຜູ້ນຳຫົວຮຸນແຮງ Mujahiddeen ປາກິສຖານ ທ້າວ Masood Azhar.

ອິນ​ເດຍ​ໄດ້​ຍືນ​ປະ​ທ້ວງ​ຕໍ່​ຈີນ ​ໃນ​ການ​ຄັດຄ້ານ​ຂອງ​ຕົນ ​ຕໍ່ຂໍ້​ສະ​ເໜີ​ທີ່​ອົງການ​ສະຫະ​ປະ ຊາ​ຊາດທີ່​ຈະ​ເອົາ​ຊື່​ທ້າວ Maulana Masood Azhar ຫົວໜ້າ​ກຸ່ມ​ຫົວຮຸນ​ແຮງ​ອິສລາມ Jaish-Mohammad ທີ່​ມີ​ຖານ​ປະຕິບັດ​ງານ ​ຢູ່​ໃນ​ປາ​ກິ​ສຖານນັ້ນ ​ເຂົ້າຢູ່ໃນ​ບັນຊີ​ດຳກໍ່​ການ​ຮ້າຍ​ຂອງ​ສະຫະ​ປະຊາ​ຊາດ.

ນີ້​ບໍ່​ແມ່ນ​ເທື່ອທຳ​ອິດ ​ທີ່​ຈີນ​ໄດ້​ຢຸດ​ການເຄື່ອນ​ໄຫວຢູ່​ສະຫະ​ປະຊາ​ຊາດ ທີ່​ຈະລະບຸ​ຊື່ ທ້າວ Azar ​ເປັນຜູ້​ກໍ່​ການ​ຮ້າຍ ດັ່ງ​ທີ່​ປັກ​ກິ່ງ​ໄດ້​ຂັດ​ຂວາງ​ຄ້າຍຄືກັນນີ້ ​ໃນ​ປີ​ກາຍ​.

ໃນເດືອນ​ແລ້ວ​ນີ້ ສະຫະ​ລັດ ໜູນ​ຫລັງ​ໂດຍ​ຝຣັ່ງ ​ແລະ​ອັງກິດ ​ໄດ້​ລິ​ເລີ້ມ​ການ​ເຄື່ອນ​ໄຫວ​ອີກທີ່​ຈະ​ຈັດ​ເອົາ​ຊື່​ທ້າວ Azar ​ເຂົ້າຢູ່​ໃນ​ບັນຊີ​ດຳ ​ແຕ່​ວ່າ​ຈີນ​ໄດ້​ຂໍ ​ໃຫ້ໂຈະ​ການສະ​ເໜີ​ໄວ້ ຊຶ່ງ​ທີ່​ຈິງ​ແລ້ວ​ກໍ​ເປັນ​ການ​ຂັດຂວາງນັ້ນ​ເອງ.

ບັນດາ​ນັກວິ​ເຄາະ​ຢູ່​ນະຄອນ New Delhi ກ່າວ​ວ່າ ບັນ​ຫາ​ໄດ້​ກາຍ​ມາ​ເປັນ​ຄວາມ​ໂກດ​ແຄ້ນ​ຢ່າງ​ໃຫຍ່​ຕໍ່​ອິນ​ເດຍ ​ແລະ​ກຳລັງ​ກາຍ​ເປັນ​ເງົາ​ບົດ​ບັງ​ຄວາມສຳ​ພັນລະຫວ່າງ​ສອງ​ປະ​ເທດ​ເອ​ເຊຍ. ທ່ານ Srikanth Kondapalli ສາ​ດາ​ສະ​ດາ​ຈານ​ ການ​ສຶກສາ​ກ່ຽວ​ກັບຈີນ ທີ່​ມະຫາວິທະ ຍາ​ໄລ Jawaharlal Nehru ​ໃນ​ນະຄອນ​ນິວ​ເດ​ລີ ກ່າວວ່າ ​“ເປັນ​ທີ່​ແຈ້ງ​ຂາວ​ວ່າ​ ມັນ​ຈະ​ເປັນ​ ຜົນ​ກະທົບ​ຕໍ່​ຄວາ​ມສຳພັນສອງ​ຝ່າ​ຍ​ ນັ້ນ​ແມ່ນ​ແນ່ນອນ​.”

ຈີນ​ໄດ້​ປ້ອງ​ກັນ​ການ​ເຄື່ອນ​ໄຫວເທື່ອສຸດ​ທ້າຍ​ຂອງ​ຕົນ ​ໂດຍ​ກ່າວ​ວ່າ “ສະພາບ​ການ” ຍັງ​ບໍ່​ທັນ​ພຽບພ້ອມ​ເທື່ອ ທີ່​ຈະ​ສະໜັບສະໜູນ ​ຂໍ້​ສະ​ເໜີ​ ກ່ຽວ​ກັບ​ທ້າວ Azhar ​ແລະ​ຕົນໄດ້​ເອົາ​ບາດ ກ້າວເພື່ອ​ອຳນວຍ​ໃຫ້​ຄວາມ​ເປັນ​ເອກ​ກະສັນ​ທີ່ຕາ​ງ ໜ້າ​ໃຫ້​ແກ່​ປະຊາ​ຄົມ​ສາກົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG